ຫວຽດນາມເລີ່ມປັບໂຄງສ້າງຄັ້ງໃຫຍ່ ສະຖານີໂທລະພາບຂອງລັດຫລາຍແຫ່ງຈໍດໍາ


ມາດຕະການປະຕິຮູບໂຄງສ້າງໜ່ວຍງານລັດຂອງຫວຽດນາມເລີ່ມດໍາເນີນຢ່າງຊັດເຈນຂຶ້ນ ໂດຍສະຖານີໂທລະພາບຂອງລັດຫລາຍແຫ່ງເລີ່ມຢຸດອອກອາກາດ ໂດຍອາດມີການຄວບລວມກັນໃນລໍາດັບຕໍ່ໄປ.
ສະຖານີໂທລະພາບ VTC ເຊິ່ງເປັນສະຖານີໂທລະພາບຂະໜາດໃຫຍ່ທີ່ສຸດອັນດັບສອງຂອງຫວຽດນາມ ພ້ອມສະຖານີໃນເຄືອຂ່າຍອີກ 13 ຊ່ອງ ຢຸດການອອກອາກາດ ໃນວັນທີ 14 ມັງກອນຜ່ານມາ ໂດຍຍັງບໍ່ມີຄວາມຊັດເຈນວ່າ: ຈະເກີດຫຍັງຂຶ້ນຕໍ່ພະນັກງານປະມານ 800 ຄົນຂອງ VTC ຫລັງດໍາເນີນງານມາ 20 ປີ.
ທັງນີ້, ນອກຈາກ VTC ແລ້ວ ສະຖານີໂທລະພາບອີກ 4 ແຫ່ງ ໄດ້ແກ່ VOVTV, VNATV, ກ໊ວກຮອຍ ທີວີ ແລະ ນານ ດານ ທີວີ ຕ້ອງຢຸດອອກອາກາດເຊັ່ນກັນ.
ຂະນະທີ່ກະຊວງຂ່າວສານຂອງຫວຽດນາມອອກຖະແຫລງການວ່າ: VTV ເຊິ່ງເປັນສະຖານີໂທລະພາບໃຫຍ່ທີ່ສຸດຂອງປະເທດຈະຮັບຜິດຊອບເບິ່ງແຍງສະຖານີໂທລະພາບທຸກແຫ່ງທີ່ຕ້ອງຢຸດອອກອາກາດ, ແຕ່ຍັງບໍ່ມີການໃຫ້ລາຍລະອຽດ.
ສະຖານີໂທລະພາບ ແລະ ວິທະຍຸທຸກແຫ່ງຢູ່ຫວຽດນາມຢູ່ພາຍໃຕ້ການເບິ່ງແຍງຂອງລັດ ໃນລະດັບແຕກຕ່າງກັນ. ໝາຍຄວາມວ່າ: ບໍ່ມີສື່ແຫ່ງໃດທີ່ເປັນອິດສະຫລະຢ່າງແທ້ຈິງ.
ການເຄື່ອນໄຫວດັ່ງກ່າວເກີດຂຶ້ນ ຫລັງຄະນະກໍາມະການກາງຂອງພັກກອມມູນິດຫວຽດນາມອະນຸມັດແຜນໃນທ້າຍເດືອນພະຈິກຜ່ານມາ ປະຕິຮູບໂຄງສ້າງການບໍລິຫານຄັ້ງໃຫຍ່ທີ່ສຸດໃນຮອບຫລາຍປີ ເຊິ່ງແນວທາງທີ່ມີການສະເໜີ ແລະ ກໍາລັງພິຈາລະນາ ລວມທັງການຍຸບໜ່ວຍງານທີ່ມີໜ້າທີ່ຄ້າຍຄືກັນ ຫລື ປະຕິບັດງານຊໍ້າຊ້ອນ ໃຫ້ເປັນໜ່ວຍງານດຽວກັນ ເພື່ອສົ່ງເສີມປະສິດທິພາບຂອງການຂັບເຄື່ອນນະໂຍບາຍ ແລະ ເອື້ອອໍານວຍການກະຕຸ້ນເສດຖະກິດ.
ໃນອະນາຄົດ ຫວຽດນາມຈະເຫລືອກະຊວງ 13 ແຫ່ງ ຈາກທັງໝົດ 18 ແຫ່ງໃນປັດຈຸບັນ, ໜ່ວຍງານທຽບເທົ່າກະຊວງກະຫລຸດລົງເຫລືອ 4 ແຫ່ງ ແລະ ມີໜ່ວຍງານຂຶ້ນຕົງກັບສໍານັກງານນາຍົກລັດຖະມົນຕີອີກ 4 ແຫ່ງ. ນອກຈາກນີ້ ໜ່ວຍງານອີກຫລາຍສາຂາທີ່ຢູ່ພາຍໃຕ້ການເບິ່ງແຍງຂອງລັດ ຕ້ອງຖືກຫລຸດຂະໜາດ ຫລື ມີການຄວບລວມໜ່ວຍງານເຊັ່ນກັນ.