ເມືອງວຽງໄຊ ເຮັດບົດບັນທຶກກັບບໍລິສັດຂຸດແຮ່ເຫລັກທີ່ປ່ອຍນໍ້າລ້າງແຮ່ລົງສູ່ຫ້ວຍນ້ຳທຳມະຊາດ ຈົນເຮັດໃຫ້ນໍ້າຂຸ່ນຜິດປົກກະຕິ

ເມືອງວຽງໄຊ ເຮັດບົດບັນທຶກກັບບໍລິສັດຂຸດແຮ່ເຫລັກທີ່ປ່ອຍນໍ້າລ້າງແຮ່ລົງສູ່ຫ້ວຍນ້ຳທຳມະຊາດ ຈົນເຮັດໃຫ້ນໍ້າຂຸ່ນຜິດປົກກະຕິ - 473233327 8801952203259926 4200026096421966570 n - ເມືອງວຽງໄຊ ເຮັດບົດບັນທຶກກັບບໍລິສັດຂຸດແຮ່ເຫລັກທີ່ປ່ອຍນໍ້າລ້າງແຮ່ລົງສູ່ຫ້ວຍນ້ຳທຳມະຊາດ ຈົນເຮັດໃຫ້ນໍ້າຂຸ່ນຜິດປົກກະຕິ
ເມືອງວຽງໄຊ ເຮັດບົດບັນທຶກກັບບໍລິສັດຂຸດແຮ່ເຫລັກທີ່ປ່ອຍນໍ້າລ້າງແຮ່ລົງສູ່ຫ້ວຍນ້ຳທຳມະຊາດ ຈົນເຮັດໃຫ້ນໍ້າຂຸ່ນຜິດປົກກະຕິ - kitchen vibe - ເມືອງວຽງໄຊ ເຮັດບົດບັນທຶກກັບບໍລິສັດຂຸດແຮ່ເຫລັກທີ່ປ່ອຍນໍ້າລ້າງແຮ່ລົງສູ່ຫ້ວຍນ້ຳທຳມະຊາດ ຈົນເຮັດໃຫ້ນໍ້າຂຸ່ນຜິດປົກກະຕິ

ວັນທີ 12 ມັງກອນ 2025 ນີ້, ປະຊາຊົນ ບ້ານຟ້ອງຊ້າງ ເມືອງວຽງໄຊ ແຂວງຫົວພັນ ສ່ອງແສງວ່າ: ພົບນໍ້າຂຸ່ນຜິດປົກກະຕິຢູ່ສາຍນ້ຳພູນ ເມືອງວຽງໄຊ ໂດຍບໍ່ຮູ້ສາເຫດວ່າເກີດຈາກຫຍັງ ຈຶ່ງຝາກເຖິງພາກສ່ວນກ່ຽວຂ້ອງ ກວດກາ ແລະ ແກ້ໄຂບັນຫາດັ່ງກ່າວ.

ຫລ້າສຸດ ວັນທີ 13 ມັງກອນ 2025 ນີ້ ທີມຂ່າວໜັງສືພິມລາວພັດທະນາ ໄດ້ສອບຖາມນຳພາກສ່ວນກ່ຽວຂ້ອງ ຂອງແຂວງຫົວພັນ ແລະ ໄດ້ໃຫ້ຂໍ້ມູນວ່າ: ພາຍຫລັງໄດ້ຮັບການສ່ອງແສງຈາກປະຊາຊົນ ໃນວັນທີ 12 ທັນວາ 2025 ພາກສ່ວນກ່ຽວຂ້ອງຂອງເມືອງໄດ້ລົງເກັບກຳຂໍ້ມູນ ແລະ ກວດກາຕາມ ສາຍນໍ້າພູນ ພົບວ່າມີມູນຄວາມຈິງ ເຊິ່ງເປັນຄັ້ງທີ 3 ແລ້ວ ທີ່ມີເຫດການດັ່ງກ່າວມີລາຍລະອຽດຄື:

ເມືອງວຽງໄຊ ເຮັດບົດບັນທຶກກັບບໍລິສັດຂຸດແຮ່ເຫລັກທີ່ປ່ອຍນໍ້າລ້າງແຮ່ລົງສູ່ຫ້ວຍນ້ຳທຳມະຊາດ ຈົນເຮັດໃຫ້ນໍ້າຂຸ່ນຜິດປົກກະຕິ - Visit Laos Visit SALANA BOUTIQUE HOTEL - ເມືອງວຽງໄຊ ເຮັດບົດບັນທຶກກັບບໍລິສັດຂຸດແຮ່ເຫລັກທີ່ປ່ອຍນໍ້າລ້າງແຮ່ລົງສູ່ຫ້ວຍນ້ຳທຳມະຊາດ ຈົນເຮັດໃຫ້ນໍ້າຂຸ່ນຜິດປົກກະຕິ

1. ສາເຫດນໍ້າຂຸ່ນເກີດຈາກການປ່ອຍນໍ້າ ອ່າງເກັບນໍ້າລ້າງແຮ່ຂອງບໍລີສັດ ຕຽນທ້ຽວ ກາວບັງ ຂຸດຄົ້ນແຮ່ເຫລັກ ຢູ່ບ້ານຟ້ອງຊ້າງ ເມືອງວຽງໄຊ ແຂວງຫົວພັນ ໂດຍໄດ້ປ່ອຍນໍ້າຈາກອ່າງທີ 1 ລົງສູ່ອ່າງທີ 2 ຈົນເຈື່ອນພັງລົງສູ່ນໍ້າທຳມະຊາດ.

2. ເຫັນດີໃຫ້ບໍລິສັດຢຸດຂຸດຄົ້ນຊົ່ວຄາວ ແລ້ວປັບປຸງອ່າງເກັບນໍ້າ ແລະ ແຈ້ງພາກສ່ວນກ່ຽວຂ້ອງກວດກາຄືນ.

3. ມອບໃຫ້ບໍລິສັດຮ່ວມກັບບ້ານ ເກັບກຳຂໍ້ມູນຜົນກະທົບຕົວຈິງ ແລະ ໃຫ້ບໍລິສັດຊົດເຊີຍ ຕາມບົດບັນທຶກທີ່ໄດ້ລົງນາມໃນວັນທີ 7 ມັງກອນ 2025.

4. ຖ້າບໍລິສັດລະເມີດ ແລະ ຍັງມີການປ່ອຍນໍ້າ ຈະຕ້ອງຮັບຜິດຊອບຕາມກົດໝາຍ ແລະ ປັບໃໝຕາມຄວາມເປັນຈິງ.

5. ໃຫ້ທາງບ້ານເປັນເຈົ້າການຕິດຕາມ ຫາກວ່າ ບໍລິສັດລະເມີດບົດບັນທຶກ ໃຫ້ບ້ານປະຕິບັດຕາມກົດໝາຍ

ພ້ອມດຽວກັນ ອຳນາດການປົກຄອງບ້ານໄດ້ສະເໜີໃຫ້ບໍລິສັດ ຊົດເຊີຍຄອບຄົວທີ່ໄດ້ຮົບຜົນກະທົບຈາກນໍ້າຂຸ່ນ, ສະເໜີໃຫ້ບໍລິສັດເລັ່ງຮ່ວມມືກັບທາງບ້ານເກັບກຳຂໍ້ມູນຜົນກະທົບບໍ່ໃຫ້ກາຍວັນທີ 30 ມັງກອນ 2025 ແລະ ງົບປະມານຕ່າງໆແມ່ນໃຫ້ບໍລິສັດຜູ້ຈ່າຍ.

ເມືອງວຽງໄຊ ເຮັດບົດບັນທຶກກັບບໍລິສັດຂຸດແຮ່ເຫລັກທີ່ປ່ອຍນໍ້າລ້າງແຮ່ລົງສູ່ຫ້ວຍນ້ຳທຳມະຊາດ ຈົນເຮັດໃຫ້ນໍ້າຂຸ່ນຜິດປົກກະຕິ - 3 - ເມືອງວຽງໄຊ ເຮັດບົດບັນທຶກກັບບໍລິສັດຂຸດແຮ່ເຫລັກທີ່ປ່ອຍນໍ້າລ້າງແຮ່ລົງສູ່ຫ້ວຍນ້ຳທຳມະຊາດ ຈົນເຮັດໃຫ້ນໍ້າຂຸ່ນຜິດປົກກະຕິ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!