ລະດູແລ້ງປີ 2025 ຫວັງວ່າທາງດີຄົງເກີດຂຶ້ນ ແລະ ໄປມາໄດ້ສະດວກສະບາຍ

ລະດູແລ້ງປີ 2025 ຫວັງວ່າທາງດີຄົງເກີດຂຶ້ນ ແລະ ໄປມາໄດ້ສະດວກສະບາຍ - 472551795 641852038167122 5924190173710262321 n - ລະດູແລ້ງປີ 2025 ຫວັງວ່າທາງດີຄົງເກີດຂຶ້ນ ແລະ ໄປມາໄດ້ສະດວກສະບາຍ
ລະດູແລ້ງປີ 2025 ຫວັງວ່າທາງດີຄົງເກີດຂຶ້ນ ແລະ ໄປມາໄດ້ສະດວກສະບາຍ - kitchen vibe - ລະດູແລ້ງປີ 2025 ຫວັງວ່າທາງດີຄົງເກີດຂຶ້ນ ແລະ ໄປມາໄດ້ສະດວກສະບາຍ

ໂດຍ: ຜາຕຸງ

ພັກ-ລັດຖະບານໄດ້ຖືເອົາວຽກງານຄົມມະນາຄົມເປັນປາຍແຫຼມ ບຸກທະລຸເຂົ້າໃສ່ທຸກຂົງເຂດວຽກງານ ເພື່ອຊຸກຍູ້ສົ່ງເສີມການພັດທະນາປະເທດຊາດໃຫ້ເຂັ້ມແຂງເຮັດໃຫ້ການຄົມມະນາຄົມມີຄວາມໂລ່ງລ່ຽນ ມີເສັ້ນທາງໄປເຖິງທຸກບ່ອນ ທັງຕົວເມືອງ ແລະ ຊົນນະບົດ ເພື່ອຄວາມສະດວກສະບາຍໃນການໄປມາຈໍລະຈອນຂົນສົ່ງສິນຄ້າອອກສູ່ທ້ອງຕະຫຼາດໃຫ້ໄດ້ໄວຂຶ້ນ ນັ້ນຄືຈຸດໝາຍປາຍທາງຂອງການພັດທະນາ.

ລະດູແລ້ງປີ 2025 ຫວັງວ່າທາງດີຄົງເກີດຂຶ້ນ ແລະ ໄປມາໄດ້ສະດວກສະບາຍ - Visit Laos Visit SALANA BOUTIQUE HOTEL - ລະດູແລ້ງປີ 2025 ຫວັງວ່າທາງດີຄົງເກີດຂຶ້ນ ແລະ ໄປມາໄດ້ສະດວກສະບາຍ

ແຕ່ພໍເຖິງລະຝົນມາເທື່ອໃດ ຖະໜົນຫົນທາງຢູ່ຫຼາຍທ້ອງຖິ່ນທັງໃນຕົວເມືອງ ແລະ ຊົນນະບົດ ເຕັມໄປດ້ວຍບວກຂຸມນ້ອຍໃຫຍ່ ກາຍເປັນອຸປະສັກໃນການສັນຈອນໄປມາຂອງຍວດຍານພາຫະນະທຸກຊະນິດ, ປັດໄຈທີ່ພວກເຮົາຮູ້ກັນກໍຍ້ອນຝົກຕົກໜັກ ລົດແລ່ນຜ່ານຫຼາຍ ລວມທັງລົດບັນທຸກໜັກເກີນຄວາມສາມາດ ໃນການຮັບນ້ຳໜັກຂອງເສັ້ນທາງ ຈຶ່ງເປັນເຫດເຮັດໃຫ້ເສັ້ນທາງຫຼາຍສາຍຫຼາຍບ່ອນເປ່ເພເສຍຫາຍ ເຖິງແມ່ນວ່າ ພາກສ່ວນກ່ຽວຂ້ອງຜູ້ຮັບຜິດຊອບແຕ່ລະບ່ອນໄດ້ເລັ່ງແກ້ໄຂເຮັດໃຫ້ພໍສັນຈອນໄປມາໄດ້ສະເພາະໜ້າ.

ພໍເຖິງທ້າຍເດືອນຕຸລາ ກ້າວເຂົ້າສູ່ລະດູແລ້ງຝົນແຫ້ງຂອດເປັນໄລຍະທີ່ພາກສ່ວນກ່ຽວຂ້ອງຂຸ້ນຂ້ຽວເກັບກຳຂໍ້ມູນ ທີ່ບຳລຸງສ້ອມແປງເສັ້ນທາງທີ່ໄດ້ຮັບຜົນເສຍຫາຍຈາກນ້ຳຖ້ວມໃນລະດູຝົນຜ່ານມາ ເພາະລະດູບໍ່ມີພາຍຸຟ້າຝົນອັນໃດມາເປັນອຸປະສັກກີດຂວາງ ດັ່ງນັ້ນພາກສ່ວນກ່ຽວຂ້ອງຈົ່ງຮີບຮ້ອນເລັ່ງລົງມືເຮັດແຕ່ດຽວນີ້ເປັນຕົ້ນໄປໃຫ້ທັນການ.

ການທີ່ຈະເຮັດໃຫ້ທຸກວຽກງານດຳເນີນໄປໄດ້ດີນັ້ນ ຕົ້ນຕໍແມ່ນງົບປະມານທີ່ຈະສະໜອງໃນການສ້ອມແປງນັ້ນເປັນແນວໃດ ພຽງພໍແລ້ວບໍ ຖ້າບໍ່ມີເດຈະເຮັດແນວໃດ? ນີ້ຍັງເປັນຄຳຖາມທີ່ຕ້ອງການຄຳຕອບອັນຮີບດ່ວນສຳລັບບໍລິສັດກໍ່ສ້າງ ແລະ ປົວແປງເສັ້ນທາງທຸກບໍລິສັດ, ແຕ່ນີ້ຄິດວ່າຄົງບໍ່ເປັນບັນຫາ ເພາະນອກຈາກມີບ້ວງທຶນງົບປະມານຕາມປົກກະຕິແລ້ວ ແຕ່ລະປີລັດຖະບານໄດ້ອະນຸມັດໃຫ້ນຳໃຊ້ທຶນແຮສຸກເສີນສຳລັບການສ້ອມແປງທາງ ແລະ ແຕ່ລະທ້ອງຖິ່ນກໍມີທຶນແຮຂອງແຂວງຢູ່ແລ້ວ, ແຕ່ລະອັນສຳຄັນຮອງລົງມາ ແມ່ນອຸປະກອນເຄື່ອງກົນຈັກໜັກກົນຈັກເບົາ ລວມທັງວິຊາການທີ່ມີຄວາມຮູ້ຄວາມສາມາດເດ ມີພ້ອມຄົບຖ້ວນແລ້ວຫຼືຍັງ ຫຼືວ່າທຸກຄົນເປັນວິຊາການຮ່ວມກັນ ນີ້ຖືວ່າເປັນບັນຫາທີ່ທ້າທາຍໃຫຍ່ຫຼວງພໍສົມຄວນສຳລັບບໍລິສັດຜູຮັບເໝົາໃນການສ້ອມແປງທາງຕ້ອງໄດ້ຮີບຮ້ອນແກ້ໄຂໂດຍໄວ.

ລະດູແລ້ງນີ້ ເສັ້ນທາງສາຍຕ່າງໆທົ່ວປະເທດຈະໄດ້ຮັບການປັບປຸງປົວແປງໃຫ້ໂລ່ງລ່ຽນ ແໜ້ນໜາ ຮັບປະກັນຖືກຕ້ອງຕາມເຕັກນິກວິຊາການທຸກຢ່າງ, ເຊື່ອວ່າທຸກໜ່ວຍງານທີ່ຮັບຜິດຊອບໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງຈະເຮັດຈົນສຸດຄວາມສາມາດ ເຮັດແທ້ທຳຈິງ ເຮັດດ້ວຍຄວາມຮັບປະກັນທາງດ້ານເຕັກ ນິກການກໍ່ສ້າງທຸກຢ່າງ ສ້າງໃຫ້ສົມກັບຄວາມຄອງຄອຍຂອງປະຊາຊົນບັນດາເຜົ່າທີ່ຢາກມີເສັ້ນທາງອັນສວຍງາມ ໄດ້ມາດຕະຖານ ໂລ່ງລ່ຽນ ໄປມາສະດວກສະບຍຂຶ້ນໄປເລື້ອໆ.

ລະດູແລ້ງປີ 2025 ຫວັງວ່າທາງດີຄົງເກີດຂຶ້ນ ແລະ ໄປມາໄດ້ສະດວກສະບາຍ - 3 - ລະດູແລ້ງປີ 2025 ຫວັງວ່າທາງດີຄົງເກີດຂຶ້ນ ແລະ ໄປມາໄດ້ສະດວກສະບາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!