ອັບເດດການຫາສາເຫດດິນຍຸບຕົວ ເຈາະພົບຊັ້ນເກືອ ໃນຄວາມເລິກ 112.00-164.40 ແມັດ

ອັບເດດການຫາສາເຫດດິນຍຸບຕົວ ເຈາະພົບຊັ້ນເກືອ ໃນຄວາມເລິກ 112.00-164.40 ແມັດ - 473018590 920157996974067 5736496344613120865 n - ອັບເດດການຫາສາເຫດດິນຍຸບຕົວ ເຈາະພົບຊັ້ນເກືອ ໃນຄວາມເລິກ 112.00-164.40 ແມັດ
ອັບເດດການຫາສາເຫດດິນຍຸບຕົວ ເຈາະພົບຊັ້ນເກືອ ໃນຄວາມເລິກ 112.00-164.40 ແມັດ - kitchen vibe - ອັບເດດການຫາສາເຫດດິນຍຸບຕົວ ເຈາະພົບຊັ້ນເກືອ ໃນຄວາມເລິກ 112.00-164.40 ແມັດ

ຂ່າວແຂວງຄຳມ່ວນລາຍງານວ່າ: ວັນທີ 10 ມັງກອນ 2025 ຜ່ານມານີ້ ຄະນະທີມງານຕິດຕາມກວດກາ ຊີເຈາະສໍາຫຼວດພາກສະໜາມ ແລະ ລາຍຄວາມຄືບໜ້າ ການຕິດຕາມການຊີເຈາະສຳຫຼວດເຂດດິນຍຸບ ສືບຕໍ່ເຈາະທັງ 2 ເຄື່ອງ:

ເຄື່ອງເຈາະທີ 1 ເຈາະຮອດລະດັບຄວາມເລິກ 119.30 ແມັດ ເຫັນວ່າ ໃນໄລຍະທີ 104.30-108.30 ແມັດ ບໍ່ມີຕົວຢ່າງຂຶ້ນມາ (ມີຊ່ອງຫວ່າງ 4 ແມັດ) ພົບຊັ້ນເກືອໃນລະດັບຄວາມເລິກ 115.20 -119.30 ແມັດ (ຊັ້ນເກືອຍັງບໍ່ສຸດ).

ອັບເດດການຫາສາເຫດດິນຍຸບຕົວ ເຈາະພົບຊັ້ນເກືອ ໃນຄວາມເລິກ 112.00-164.40 ແມັດ - Visit Laos Visit SALANA BOUTIQUE HOTEL - ອັບເດດການຫາສາເຫດດິນຍຸບຕົວ ເຈາະພົບຊັ້ນເກືອ ໃນຄວາມເລິກ 112.00-164.40 ແມັດ

ເຄື່ອງທີ 2 ເຈາະໄດ້ຄວາມເລິກ 164.40 ແມັດ ເຫັນວ່າ ໃນໄລຍະທີ 112.00-164.40 ແມັດ ແມ່ນເປັນຊັ້ນເກືອທັງໝົດ (ຊັ້ນເກືອຍັງບໍ່ສຸດ).

ແລະ ເຄື່ອງເຈາະທີ 3 ກໍາລັງດໍາເນີນການຕິດຕັ້ງ ແລະ ຈະເລີ່ມເຈາະໃນວັນທີ 11 ມັງກອນ;

ຄາດຄະເນວ່າຈະສໍາເລັດການຊີເຈາະໃນວັນທີ 20 ມັງກອນ, ພາຍຫລັງສໍາເລັດການຊີເຈາະເບິ່ງໂຄງສ້າງຂອງດິນແລ້ວຈະໄດ້ນໍາໄປວິໄຈຕາມຂັ້ນຕອນ, ເພື່ອຊອກສາເຫດການເກີດສະພາບດິນຍຸບຕົວ.

ທ່ານ ຄໍາປ່ຽນ ມະນີຄໍາ ຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່ແຂວງຄໍາມ່ວນ ໄດ້ເຄື່ອນໄຫວຕິດຕາມຄວາມຄືບໜ້າການດໍາເນີນງານຊີເຈາະສໍາຫຼວດ ສະພາບດິນຍຸບຕົວຢູ່ໃນໄຮ່ນາບ້ານ ປາກເປັ່ງ ເຂດສໍາປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ(ຈຸດທີ່ຍຸບຕົວແມ່ນຈຸດທີ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນແຮ່ໃຕ້ດິນ) ໂດຍມີອໍານາດການປົກຄອງບ້ານ ແລະ ພາກສ່ວນຕາງໜ້າບໍລິສັດ, ທັງນີ້ກໍ່ເພື່ອປະຕິບັດຕາມທິດຊີ້ນໍາຂອງການນໍາແຂວງຄໍາມ່ວນ ທີ່ມີຄວາມເປັນຫ່ວງເປັນໄຍຕໍ່ເຫດການດັ່ງກ່າວ.

ສ່ວນຄວາມຄືບໜ້າ ແລະ ສາເຫດລະອຽດການເກີດສະພາບດິນຍຸບຕົວ ທາງ ຂະແໜງກ່ຽວຂ້ອງຈະໄດ້ນໍາສະເໜີ ເປັນແຕ່ລະໄລຍະ ໂດຍຜ່ານທາງສື່ມວນຊົນທີ່ເປັນທາງການ.

ອັບເດດການຫາສາເຫດດິນຍຸບຕົວ ເຈາະພົບຊັ້ນເກືອ ໃນຄວາມເລິກ 112.00-164.40 ແມັດ - 5 - ອັບເດດການຫາສາເຫດດິນຍຸບຕົວ ເຈາະພົບຊັ້ນເກືອ ໃນຄວາມເລິກ 112.00-164.40 ແມັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!