ເມືອງໂພນທອງຈັດແຂ່ງຂັນກິລາຫລາຍປະເພດ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ


ວັນທີ 21 ພະຈິກນີ້, ຢູ່ເດີ່ນສະໂມສອນໃຫຍ່ຂອງເມືອງໂພນທອງ ແຂວງຫລວງພະບາງ ໄດ້ມີພິທີເປີດການແຂ່ງຂັນກິລາຫລາຍປະເພດ ເພື່ອຂໍ່ານັບຮັບຕ້ອນວັນຊາດ ວັນທີ 2 ທັນວາ ຄົບຮອບ 42 ປີ ໂດຍການເຂົ້າຮ່ວມຂອງທ່ານເຈົ້າເມືອງໂພນທອງ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ນັກກິລາທຸກປະເພດເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໃຫ້ຮູ້ວ່າ: ການຈັດງານແຂ່ງຂັນກິລາຄັ້ງນີ້ມີ 8 ປະເພດກິລາ ຄືບານເຕະຍິງ-ຊາຍ, ບານສົ່ງຍິງ-ຊາຍ, ກະຕໍ້ຫວາຍຍິງ-ຊາຍ, ເປຕັງຍິງ-ຊາຍ ເຊິ່ງການແຂ່ງຂັນປະເພດບານເຕະແມ່ນໄດ້ກຳນົດເອົາເດີ່ນກິລາບ້ານກາງ, ບານສົ່ງແມ່ນໄດ້ກຳນົດເອົາເດີ່ນສະໂມສອນເມືອງ, ກະຕໍ້ຫວາຍແມ່ນເດີ່ນໂຮງຮຽນ ມສ ໂພນທອງ ເພື່ອເປັນບ່ອນແຂ່ງຂັນ ເພື່ອເປັນການສ້າງຂະບວນການຟົດຟື້ນໃຫ້ແກ່ວັນຊາດ ວັນທີ 2 ທັນວາ ຄົບຮອບ 42 ປີ ທີ່ຈະໝູນວຽນມາຄົບຮອບອີກຄັ້ງໜຶ່ງ, ທັງເປັນການຄັດເລືອກເອົານັກກິລາທີ່ຈະເປັນຕົວແທນຂອງເມືອງໂພນທອງໄປຮ່ວມແຂ່ງຂັນກິລາເຂດ I ຂອງ 4 ເມືອງເໜືອ ທີ່ເມືອງນ້ຳບາກຈະເປັນເຈົ້າພາບຈັດຂຶ້ນໃນຕົ້ນປີ 2018. ດັ່ງນັ້ນ ທ່ານເຈົ້າເມືອງຈຶ່ງໄດ້ຮຽກຮ້ອງໃຫ້ນັກກິລາທຸກປະເພດ, ທຸກຄົນຈົ່ງພ້ອມກັນເປັນກຳລັງຊ່ວຍຊົມຊ່ວຍເຊຍນັກກິລາຂອງຕົນໃນການແຂ່ງຂັນຄັ້ງນີ້ ເພື່ອເປັນການພັດທະນານັກກິລາໃຫ້ກ້າວສູ່ລະດັບຊາດຕໍ່ໄປ.
ສຳລັບປະເພດບານເຕະຊາຍແມ່ນມີ 12 ພາກສ່ວນເຂົ້າຮ່ວມແຂ່ງຂັນ ໂດຍແບ່ງອອກເປັນ 4 ສາຍ ຄືສາຍ A ມີຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການສຶກສາທິການ ແລະ ກິລາ, ກອງຮ້ອຍ 161; ສາຍ B ມີຕຶກວັດທະນະທຳ-ສັງຄົມ, ນັກຮຽນ ມສ ໂພນທອງ, ກອງບັນຊາການທະຫານເມືອງ; ສາຍ C ມີຫ້ອງວ່າການປົກຄອງເມືອງ, ຄູອາຈານ ມສ ໂພນທອງ, ກອງບັນຊາການ ປກສ ເມືອງ; ສາຍ D ມີຫ້ອງການການເງິນ, ຕຶກອົງການຈັດຕັ້ງມະຫາຊົນ, ຫ້ອງການກະສິກຳ ໂດຍໄດ້ມີການແຂ່ງຂັນມາແລ້ວແຕ່ວັນທີ 21 ພະຈິກ.