ຈຳປາສັກ ກຽມພ້ອມຮອບດ້ານ ໃນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ
![- 472781404 1072105951610377 5691573105922457366 n - ຈຳປາສັກ ກຽມພ້ອມຮອບດ້ານ ໃນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ - 472781404 1072105951610377 5691573105922457366 n - ຈຳປາສັກ ກຽມພ້ອມຮອບດ້ານ ໃນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ](https://www.laophattananews.com/wp-content/uploads/2025/01/472781404_1072105951610377_5691573105922457366_n.jpg)
ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 8 ມັງກອນ 2025 ທີ່ພະແນກແຜນການ ແລະ ການລົງທຶນແຂວງ ແຂວງຈຳປາສັກ ຈັດກອງປະຊຸມຄະນະຊີ້ນໍາຂັ້ນແຂວງ ຄັ້ງທີ I ຂອງການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ເພື່ອກະກຽມຄວາມພ້ອມຮອບດ້ານ ແກ່ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ໃນປີ 2025 ຂອງແຂວງຈໍາປາສັກ ໃຫ້ສາມາດດໍາເນີນໄປຕາມແຜນການ ແລະ ໄດ້ຮັບໝາກຜົນສູງສຸດ.
ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ ໄດ້ກ່າວວ່າ: ປະຕິບັດຕາມກົດໝາຍ ວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາ ລະບົບສະຖິຕິແຫ່ງຊາດ ແບບຍືນຍົງ 2016-2025 ແລະ ວິໄສທັດຮອດປີ 2030, ເຊິ່ງຈະໄດ້ພ້ອມການຈັດຕັ້ງປະຕິບັດ ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ໃນປີ 2025 ໂດຍແມ່ນການສໍາຫລວດໃຫຍ່ລະດັບຊາດ ທີ່ມີຄວາມສໍາຄັນທີ່ສຸດ ເນື່ອງຈາກເປັນການເກັບກໍາ ແລະ ຈົດນັບພົນລະເມືອງ ເພື່ອຕິດຕາມສະພາບການຂະຫຍາຍຕົວ ແລະ ປັດໄຈ ທີ່ສົ່ງຜົນກະທົບຕໍ່ກັບການຂະຫຍາຍຕົວ ຂອງພົນລະເມືອງ ໃນທຸກໆ 10 ປີ. ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ໃນປີ 2025 ແມ່ນຄັ້ງທີ V (ຄັ້ງທໍາອິດ ປີ 1985) ເພື່ອເປັນແຫລ່ງຂໍ້ມູນທີ່ສໍາຄັນ ໃນການປັບປຸງຂໍ້ມູນພົນລະເມືອງແຫ່ງຊາດ ຂອງ ສປປ ລາວ, ເປັນຖານຂໍ້ມູນທີ່ຈະປະກອບດ້ວຍຂໍ້ມູນດ້ານຕ່າງໆ ທີ່ມີຄວາມສໍາຄັນຫລາຍ ເຊັ່ນ: ການຈະເລີນພັນ, ການເສຍຊີວິດ, ການເຄື່ອນຍ້າຍຂອງພົນລະເມືອງ, ຂໍ້ມູນລະອຽດກ່ຽວກັບຄຸນລັກສະນະ ຂອງພົນລະເມືອງ, ໂຄງປະກອບອາຍຸ, ເພດ, ຊົນເຜົ່າ, ສາສະໜາ, ການສຶກສາ, ການປະກອບອາຊີບ ແລະ ອື່ນໆ, ເຊິ່ງການສໍາຫລວດຄັ້ງນີ້ ຈະເປັນຂໍ້ມູນສໍາຄັນຮັບໃຊ້ ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ການກະກຽມສ້າງແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ຄັ້ງທີ X (2026-2030). ພ້ອມນັ້ນ, ກໍເປັນຂໍ້ມູນພື້ນຖານ ແກ່ການຕິດຕາມບັນດາເປົ້າໝາຍ ການພັດທະນາແບບຍືນຍົງ, ການຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ, ການປັບປຸງນະໂຍບາຍທາງດ້ານພົນລະເມືອງ ກໍຄືຍຸດທະສາດການພັດທະນາ ຊັບພະຍາກອນມະນຸດ ແຫ່ງຊາດ ຂອງ ສປປ ລາວ.
ທ່ານ ອາລຸນໄຊ ສູນນະລາດ ກ່າວຕື່ມວ່າ: ເນື້ອໃນກອງປະຊຸມ ປະກອບດ້ວຍຫລາຍຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນ ແກ່ການເຄື່ອນໄຫວປະຕິບັດໜ້າທີ່ ຂອງຄະນະຊີ້ນໍາຂັ້ນແຂວງ ກໍຄືຄະນະຊີ້ນໍາຂັ້ນນະຄອນ ແລະ ເມືອງ ຕໍ່ກັບການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ. ສະນັ້ນ, ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າປະກອບຄໍາເຫັນຢ່າງກົງໄປກົງມາ, ກ້າຍົກບັນຫາ ແລະ ແລກປ່ຽນຄຳຄິດເຫັນ ເພື່ອເຮັດໃຫ້ການກະກຽມການສໍາຫລວດຄັ້ງນີ້ ມີຄວາມຮັບປະກັນໃນການຈັດຕັ້ງປະຕິບັດ ໃຫ້ມີຄຸນນະພາບຂອງຂໍ້ມູນທີ່ເກັບກໍາ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາເຫັນ ໃສ່ບັນດາເອກະສານຕ່າງໆ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ລວມທັງກົນໄກປະສານງານ ລະຫວ່າງ ຄະນະຊີ້ນໍາແຕ່ລະຂັ້ນ, ການປະກອບບຸກຄະລາກອນ, ການນໍາໃຊ້ເຄື່ອງມືເອເລັກໂຕຣນິກທັນສະໄໝ ເພື່ອເກັບກໍາຂໍ້ມູນໂດຍຜ່ານເຄື່ອງມື ເທບເລັດ ແລະ ນໍາໃຊ້ບຸກຄະລາກອນ. ນອກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄໍາເຫັນໃສ່ແຜນການ, ບາດກ້າວ, ຂັ້ນຕອນໃນການຈັດຕັ້ງປະຕິບັດ, ວຽກງານດ້ານງົບປະມານ, ວຽກງານໂຄສະນາເຜີຍແຜ່, ວຽກງານປ້ອງກັນຄວາມສະຫງົບ ແລະ ບັນດາວຽກງານປິ່ນອ້ອມຕື່ມອີກ.