ຄວາມຄືບໜ້າການກວດກາສະພາບດິບຍຸບຕົວ ຢູ່ເຂດ ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ

ຄວາມຄືບໜ້າການກວດກາສະພາບດິບຍຸບຕົວ ຢູ່ເຂດ ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ - 473097943 918463823810151 7567234249482012597 n - ຄວາມຄືບໜ້າການກວດກາສະພາບດິບຍຸບຕົວ ຢູ່ເຂດ ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ
ຄວາມຄືບໜ້າການກວດກາສະພາບດິບຍຸບຕົວ ຢູ່ເຂດ ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ - kitchen vibe - ຄວາມຄືບໜ້າການກວດກາສະພາບດິບຍຸບຕົວ ຢູ່ເຂດ ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ

ຂ່າວແຂວງຄຳມ່ວນ ລາຍງານວ່າ: ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງຄໍາມ່ວນ ໃຫ້ສຳພາດໃນ ວັນທີ 7 ມັງກອນ 2025 ນີ້ວ່າ: ກ່ຽວກັບຄວາມຄືບໜ້າການຕິດຕາມກວດກາ ສະຖານທີ່ເກີດດິນຍຸບຕົວ ຢູ່ເຂດ ບ້ານ ປາກເປັ່ງ, ເມືອງ ທ່າແຂກ, ແຂວງ ຄໍາມ່ວນ ນອນໃນເຂດສໍາປະທານໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ ໃນເນື້ອທີ່ 179.8 ກມ2 ຫຼື 17,980 ເຮັກຕາ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ ປັດຈຸບັນຄະນະທີມງານຕິດຕາມກວດກາ ຮູເຈາະສໍາຫຼວດ, ວັດແທກ ອຸມົງໃຕ້ດິນ ແລະ ສະຖານທີ່ເກີດດິນຍຸບຕົວ ໄດ້ສຳເລັດການວັດແທກອຸມົງໃຕ້ດິນ, ສຳເລັດການຖົມດິນອັດຂຸມດິນຍຸບຕົວ ແລະ ຕິດຕັ້ງເຄື່ອງເຈາະຈຳນວນ 2 ເຄື່ອງ ແລະ ໄດ້ເລີ່ມດໍາເນີນການຊີເຈາະ ເຊິ່ງເຄື່ອງເຈາະທີ 1 ເຈາະຮອດລະດັບ 10 ແມັດ ແລະ ເຄື່ອງທີ 2 ເຈາະຮອດລະດັບ 20 ແມັດ ເພື່ອສຶກສາເບິ່ງໂຄງສ້າງຂອງດິນ ແລະ ຊອກຫາສາເຫດຂອງການເກີດດິນຍຸບຕົວ.

ຄວາມຄືບໜ້າການກວດກາສະພາບດິບຍຸບຕົວ ຢູ່ເຂດ ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ - 472827418 918463523810181 4967194494100979062 n 1024x683 - ຄວາມຄືບໜ້າການກວດກາສະພາບດິບຍຸບຕົວ ຢູ່ເຂດ ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ

ພາກໜ້າດິນ: ໄດ້ສໍາເລັດການ ສ້າງຈຸດ BM ຢູ່ໃນເຂດສໍາປະທານຂອງບໍລິສັດ ຈໍານວນ 5 ຈຸດ, ສ້າງຮົ້ວກັ້ນເພື່ອປ້ອງກັນຄົນ ຫຼື ສັດ ເຂົ້າໄປໃນບໍລິສັດເວນດິນຍຸບ, ສ້າງຈຸດຕິດຕາມກວດກາການເໜັງຕິງຂອງໜ້າດິນທັງໝົດ 8 ຈຸດ (CJ1 ເຖິງ CJ8) ອ້ອມຮອບບໍລິເວນທີ່ມີສະພາບດິນຍຸບຕົວ; ໄດ້ສໍາເລັດການອັດຖົມດິນຄືນຈຸດດິນຍຸບຕົວ ແລະ ປັບພື້ນທີ່ໃຫ້ເປັນສະພາບໄຮ່ນາຄືນແລ້ວ.

ຄວາມຄືບໜ້າການກວດກາສະພາບດິບຍຸບຕົວ ຢູ່ເຂດ ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ - Visit Laos Visit SALANA BOUTIQUE HOTEL - ຄວາມຄືບໜ້າການກວດກາສະພາບດິບຍຸບຕົວ ຢູ່ເຂດ ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ

ນອກນີ້, ຍັງໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານແກ້ໄຂ ແລະ ແຜນວຽກກວດສອບຫາສາເຫດດິນຍຸບຕົວໃນຕໍ່ໜ້າ ໂດຍມີພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ເມືອງ ແລະ ອໍານາດການປົກຄອງ ບ້ານ ພ້ອມດ້ວຍຕາງໜ້າບໍລິສັດເຂົ້າຮ່ວມ.

ສະພາບດິນຍຸບຕົວຢູ່ໃນໃຮ່ນາບ້ານ ປາກເປັ່ງ, ເມືອງທ່າແຂກ ໃນເດືອນ ທັນວາ 2024 ແມ່ນ ນອນໃນເຂດສໍາປະທານຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ຂອງບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ ແຮ່ ຈຳກັດ, ອີງຕາມຄໍາເຫັນການກວດສອບເບື້ອງຕົ້ນ ຈຸດທີ່ດິນຍຸບຕົວໃນໄຮ່ນາປະຊາຊົນ ແມ່ນຢູ່ຈຸດທີ່ຍັງບໍ່ທັນໄດ້ຂຸດຄົ້ນແຮ່ໃຕ້ດິນ. ສໍາລັບຂ່າວລືທີ່ວ່າ: ” ລັດຖະບານໃຫ້ບໍລິສັດ ອາຊີ-ໂປ ຕາສ ສາກົນ (ລາວ) ຢຸດຕິກິດຈະກຳການຂຸດຄົ້ນ ” ແມ່ນບໍ່ມີມູນຄວາມຈິງ.

ນັບແຕ່ເກີດສະພາບການດິນຍຸບສອງຄັ້ງຜ່ານມາ ການຈັດຕັ້ງພາກລັດ, ທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີຄວາມເປັນຫ່ວງເປັນໃຍ ແລະ ໃກ້ຊິດຕິດແທດຊີ້ນໍາ ດ້ວຍດີຕະຫຼອດມາ ໂດຍສະເພາະອົງການປົກຄອງແຂວງ ຄໍາມ່ວນ ແລະ ໜ່ວຍງານວິຊາສະເພາະໄດ້ຈັດຕັ້ງປະຕິບັດວຽກງານ ກວດກາຊອກຫາສາເຫດຢ່າງຕັ້ງໜ້າ.

ໃນວັນດຽວກັນ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ ພ້ອມດ້ວຍພະແນກການກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຊຸກຍູ້ຕິດຕາມຄວາມຄືບໜ້າການດໍາເນີນງານຊີເຈາະສໍາຫຼວດເພື່ອຊອກຫາສາເຫດດິນຍຸບຕົວ ຢູ່ບໍລິເວນບ່ອນເກີດດິບຍຸບຕົວ (ພາກສະໜາມ) ແລະ ມີຄໍາເຫັນຊີ້ນໍາພາກສ່ວນກ່ຽວຂ້ອງໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດດ້ານຫຼັກວິຊາການ, ດ້ານເຕັກນິກຕ່າງໆ ເພື່ອຊອກຫາສາເຫດລະອຽດການເກີດສະພາບດິນຍຸບຕົວ ແລະ ນໍາສະເໜີຕໍ່ປະຊາຊົນກໍຄືສັງຄົມໃຫ້ຮັບຮູ້ໂດຍໄວ, ຫວັງວ່າບໍລິສັດຈະສົມທົບອຳນວຍຄວາມສະດວກແກ່ພາກລັດ, ສໍາລັບອໍານາດການປົກຄອງບ້ານໃຫ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນ ໃນເຂດໃກ້ຄຽງຮັບຮູ້ ແລະ ເຂົ້າໃຈຕໍ່ເຫດການດັ່ງກ່າວ.

ທີ່ມາ: Khammouane News 

ຄວາມຄືບໜ້າການກວດກາສະພາບດິບຍຸບຕົວ ຢູ່ເຂດ ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ - 4 - ຄວາມຄືບໜ້າການກວດກາສະພາບດິບຍຸບຕົວ ຢູ່ເຂດ ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄໍາມ່ວນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!