ຕໍາຫລວດ ສ.ເກົາຫລີ ພະຍາຍາມບັງຄັບໃຊ້ໝາຍຈັບ ທ່ານ ຢຸນ ຊອກຢອນ ແຕ່ຖືກຂັດຂວາງຈາກທີມອາລັກຂາ ແລະ ກຸ່ມຜູ້ສະໜັບສະໜູນ


ຕໍາຫລວດ ສ.ເກົາຫລີ ນໍາກໍາລັງພະຍາຍາມເຂົ້າໄປເຮືອນພັກຂອງທ່ານ ຢຸນ ຊອກຢອນ ປະທານາທິບໍດີ ສ.ເກົາຫລີ ທີ່ຖືກລັດຖະສະພາລົງມະຕິຖອດຖອນອອກຈາກຕໍາແໜ່ງ ໃນກາງເດືອນທັນວາຜ່ານມາ ຂໍ້ຫາປະກາດກົດໄອຍະການເສິກ ໂດຍຕໍາຫລວດພະຍາຍາມບັງຄັບໃຊ້ໝາຍຈັບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແຕ່ຖືກຂັດຂວາງຈາກທີມອາລັກຂາປະທານາທິບໍດີ ລວມທັງບັນດາກຸ່ມຜູ້ສະໜັບສະໜູນທ່ານ ຢຸນ ຊອກຢອນ ທີ່ລໍຖ້າຢູ່ທາງນອກເຮືອນພັກ.
ໂດຍສານ ສ.ເກົາຫລີ ອະນຸມັດການອອກໝາຍຈັບທ່ານ ຢຸນ ຊອກຢອນ ໃນວັນທີ 31 ທັນວາ 2024 ພາຍຫລັງທ່ານ ຢຸນ ຊອກຢອນ ປະຕິເສດຈະຕອບຮັບໝາຍຮຽກໃຫ້ມາປາກົດຕົວຢູ່ສານ. ກ່ອນຕໍາຫລວດຈະສອບສວນທ່ານຂໍ້ຫາໃຊ້ອໍານາດໃນທາງທີ່ຜິດ ແລະ ປຸກປັ່ນໃຫ້ເກີດການກະບົດ ເປັນຜົນສືບເນື່ອງມາຈາກຄວາມພະຍາຍາມໃນການປາກາດກົດໄອຍະການເສິກເມື່ອວັນທີ 3 ທັນວາ 2024ຜ່ານມາ.
ທ່ານ ຢຸນ ຊອກຢອນ ຕ້ອງຢຸດການປະຕິບັດໜ້າທີ່ຊົ່ວຄາວຕາມມະຕິຂອງລັດຖະສະພາ ແລະ ລໍຖ້າມະຕິຕັດສິນຈາກສານລັດຖະທໍາມະນູນ ເຊິ່ງມີໄລຍະເວລາພິຈາລະນາ 180 ວັນ ເຖິງວ່າທ່ານຈະຖືກພັກວຽກ ແຕ່ທ່ານ ຢຸນ ຊອກຢອນ ຍັງສະແດງຈຸດຢືນປົກປ້ອງເຈດຕະນາໃນການປະກາດກົດໄອຍະການເສິກໃນຄັ້ງນັ້ນ ແລະ ເມີນເສີຍຕໍ່ຄໍາສັ່ງຂອງພະນັກງານສອບສວນຫລາຍຄັ້ງໃນໄລຍະສອງອາທິດຜ່ານມາ.
ຖືເປັນຄວາມພະຍາຍາມຈັບກຸມປະທານາທິບໍດີ ສ.ເກົາຫລີ ທີ່ຍັງຖືວ່າຢູ່ໃນຕໍາແໜ່ງ ເປັນຄັ້ງທໍາອິດ ໂດຍໝາຍຈັບນີ້ຈະມີອາຍຸເຖິງວັນທີ 6 ມັງກອນ 2025 ແລະ ໃຫ້ອໍານາດເຈົ້າໜ້າທີ່ສືບສວນ-ສອບສວນພຽງ 48 ຊົ່ວໂມງໃນການຄວບຄຸມຕົວທ່ານ ຢຸນ ຊອກຢອນ ກ່ອນເຈົ້າໜ້າທີ່ຈະຕ້ອງຕັດສິນໃຈວ່າຈະຍື່ນເລື່ອງອອກໝາຍຂັງ ຫລື ປ່ອຍຕົວທ່ານ ຢຸນ ຊອກຢອນ. ຂະນະທີ່ທີມກົດໝາຍຂອງທ່ານ ຢຸນ ຊອກຢອນ ຊີ້ວ່າ: ໝາຍຈັບທີ່ອອກມານັ້ນບໍ່ຖືກຕ້ອງຕາມກົດໝາຍ.