ຈີນແນະນຳຕົ້ນແບບລົດໄຟຄວາມໄວສູງ CR450 ທີ່ໄວທີ່ສຸດໃນໂລກ

ຈີນແນະນຳຕົ້ນແບບລົດໄຟຄວາມໄວສູງ CR450 ທີ່ໄວທີ່ສຸດໃນໂລກ - CbkthzH007015 20241229 CBMFN0A005 - ຈີນແນະນຳຕົ້ນແບບລົດໄຟຄວາມໄວສູງ CR450 ທີ່ໄວທີ່ສຸດໃນໂລກ
ຈີນແນະນຳຕົ້ນແບບລົດໄຟຄວາມໄວສູງ CR450 ທີ່ໄວທີ່ສຸດໃນໂລກ - kitchen vibe - ຈີນແນະນຳຕົ້ນແບບລົດໄຟຄວາມໄວສູງ CR450 ທີ່ໄວທີ່ສຸດໃນໂລກ

ສໍານັກຂ່າວຊິນຫົວລາຍງານ ວັນທີ 29 ທັນວາ 2024ຜ່ານມາ, ບໍລິສັດການລົດໄຟແຫ່ງປະເທດຈີນ ຈໍາກັດ ໄດ້ ແນະນຳ ຕົ້ນແບບລົດໄຟລຸ້ນໃໝ່ “CR450” ທີ່ຈະແລ່ນດ້ວຍຄວາມໄວ 400 ກິໂລແມັດຕໍ່ຊົ່ວໂມງ ຢູ່ນະຄອນຫຼວງປັກກິ່ງ.

ລົດໄຟຂະບວນນີ້ ຈະເປີດໃຫ້ບໍລິການໃນທາງການຄ້າ ດ້ວຍຄວາມໄວ 400 ກິໂລແມັດຕໍ່ຊົ່ວໂມງ ແຕ່ໃນການທົດສອບຄັ້ງຫລ້າສຸດພົບວ່າ ລົດໄຟສາມາດເຮັດຄວາມໄວສູງສຸດໄດ້ເຖິງ 450 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງໄວກວ່າ ລົດໄຟລຸ້ນປັດຈຸບັນ CR400 ທີ່ແລ່ນດ້ວຍຄວາມໄວ 350 ກິໂລແມັດຕໍ່ຊົ່ວໂມງ.

ຈີນແນະນຳຕົ້ນແບບລົດໄຟຄວາມໄວສູງ CR450 ທີ່ໄວທີ່ສຸດໃນໂລກ - Visit Laos Visit SALANA BOUTIQUE HOTEL - ຈີນແນະນຳຕົ້ນແບບລົດໄຟຄວາມໄວສູງ CR450 ທີ່ໄວທີ່ສຸດໃນໂລກ

ບໍລິສັດການລົດໄຟແຫ່ງປະເທດຈີນລາຍງານຕື່ມວ່າ ການ ແນະນຳ ຢ່າງເປັນທາງການຂອງລົດໄຟຄວາມໄວສູງ ທີ່ໄວທີ່ສຸດໃນໂລກ ຖືເປັນຄວາມກ້າວໜ້າຄັ້ງສໍາຄັນຂອງການລົດໄຟຈີນ, ເຊິ່ງລົດໄຟຄວາມໄວສູງນີ້ ຈະເຂົ້າມາຕອບໂຈດການເດີນທາງທີ່ໄວຂຶ້ນ, ປອດໄພຂຶ້ນ ແລະ ປະຢັດພະລັງງານຫລາຍຂຶ້ນ, ສຽງດັງໃນຫ້ອງໂດຍສານຫລຸດລົງເຖິງ 2 ເດຊິເບວ, ພື້ນທີ່ບໍລິການຜູ້ໂດຍສານທີ່ຫລາກຫລາຍ ແລະ ສະດວກ.

ປັດຈຸບັນ ຈີນມີເຄືອຂ່າຍລົດໄຟຄວາມໄວສູງໃນປະເທດ ແລະ ທັນສະໄໝທີ່ສຸດໃນໂລກ ໂດຍມີເສັ້ນທາງການໃຫ້ບໍລິການຫລາຍກວ່າ 43,700 ກິໂລແມັດ ຄວບຄຸມ ແລະ ເຊື່ອມຕໍ່ເມືອງຕ່າງໆໃນທົ່ວປະເທດຫລາຍກວ່າ 500 ເມືອງ ແລະ ມີເປົ້າໝາຍພັດທະນາຕໍ່ໄປໃຫ້ເຖິງ 50,000 ກິໂລແມັດ ໃນປີ 2025 ແລະ 70,000 ກິໂລແມັດ ໃນປີ 2035.

ຈີນແນະນຳຕົ້ນແບບລົດໄຟຄວາມໄວສູງ CR450 ທີ່ໄວທີ່ສຸດໃນໂລກ - 3 - ຈີນແນະນຳຕົ້ນແບບລົດໄຟຄວາມໄວສູງ CR450 ທີ່ໄວທີ່ສຸດໃນໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!