ປະຊາກອນຢູ່ເຂດກາຊາຫລຸດລົງປະມານ 160,000 ຄົນ ນັບແຕ່ເກີດສົງຄາມ

ປະຊາກອນຢູ່ເຂດກາຊາຫລຸດລົງປະມານ 160,000 ຄົນ ນັບແຕ່ເກີດສົງຄາມ - 111 1 - ປະຊາກອນຢູ່ເຂດກາຊາຫລຸດລົງປະມານ 160,000 ຄົນ ນັບແຕ່ເກີດສົງຄາມ
ປະຊາກອນຢູ່ເຂດກາຊາຫລຸດລົງປະມານ 160,000 ຄົນ ນັບແຕ່ເກີດສົງຄາມ - kitchen vibe - ປະຊາກອນຢູ່ເຂດກາຊາຫລຸດລົງປະມານ 160,000 ຄົນ ນັບແຕ່ເກີດສົງຄາມ

       ຂໍ້ມູນຢ່າງເປັນທາງການເປີດເຜີຍວ່າ: ປະຊາກອນຢູ່ເຂດກາຊາຫລຸດລົງແລ້ວ 6% ນັບແຕ່ເກີດສົງຄາມລະຫວ່າງອິດສະລາແອນກັບກຸ່ມຮາມັດ.

       ສໍານັກງານສະຖິຕິກາງປາແລັສຕິນ (PCBS) ເຜີຍແຜ່ລາຍງານວ່າ: ປະຊາກອນຢູ່ເຂດກາຊາໃນທ້າຍປີ 2024 ມີຈໍານວນປະມານ 2.1 ລ້ານຄົນ ຫລຸດລົງປະມານ 160,000 ຄົນ ຫລື 6% ນັບແຕ່ສົງຄາມຢູ່ເຂດກາຊາເລີ່ມຂຶ້ນໃນວັນທີ 7 ຕຸລາ 2023 ແລະ 47% ຂອງຈໍານວນປະຊາກອນທີ່ມີການຢືນຢັນເປັນຜູ້ມີອາຍຸຍັງບໍ່ຮອດ 18 ປີ.

      ທັງນີ້, PCBS ຄາດຄະເນ ຊາວປາແລັສຕິນປະມານ 45,000 ຄົນ ຫລາຍກວ່າເຄິ່ງໜຶ່ງເປັນເດັກ ແລະ ຜູ້ຍິງ ເສຍຊີວິດຈາກສົງຄາມຄັ້ງນີ້ ແລະ ຍັງມີຜູ້ສູນຫາຍອີກປະມານ 11,000. ນອກຈາກນີ້ ຊາວປາແລັສຕິນອີກປະມານ 100,000 ຄົນ ອົບພະຍົບອອກຈາກເຂດກາຊາ ເພື່ອໜີຄວາມຮຸນແຮງຂອງສົງຄາມ ແລະ 22% ຂອງປະຊາກອນທີ່ຍັງອາໄສຢູ່ໃນເຂດກາຊາຜະເຊີນສະພາບຄວາມບໍ່ໝັ້ນຄົງທາງອາຫານ.

ປະຊາກອນຢູ່ເຂດກາຊາຫລຸດລົງປະມານ 160,000 ຄົນ ນັບແຕ່ເກີດສົງຄາມ - 3 - ປະຊາກອນຢູ່ເຂດກາຊາຫລຸດລົງປະມານ 160,000 ຄົນ ນັບແຕ່ເກີດສົງຄາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!