ຂັບໄຕ໋ແດງ ແລະ ແຈ່ວປາບ້ຳ ກາຍເປັນມໍລະດົກລະດັບທ້ອງຖິ່ນ ຂອງແຂວງຫົວພັນ


ປະຈຸບັນນີ້, ມີຫຼາຍເຂດຫຼາຍແຂວງພວມເລັ່ງໃສ່ການອະນຸລັກປົກປັກຮັກສາວັດທະນະທຳ-ຮີດຄອງປະເພນີທີ່ເປັນເອກະລັກຂອງເຜົ່າ ຂອງທ້ອງຖິ່ນເອົາໄວ້ບໍ່ໃຫ້ສູນຫາຍໄປຈາກການດຳລົງຊີວິດຂອງປະຊາຊົນ ດ້ວຍການຄົ້ນຄ້ວາວິໄຈ ຫາເຫດ ແລະ ຜົນຄວາມເປັນຈິງຂອງສິ່ງຕ່າງໆ ຍົກຂຶ້ນເປັນມໍລະດົກຂອງທ້ອງຖິ່ນໄວ້ໃຫ້ໝັ້ນຄົງ, ຫຼ້າສຸດພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ ຈັດພິທີປະກາດຮັບຮອງຂັບໄຕ໋ແດງ ແລະ ພູມປັນຍາການຜະລິດແຈ່ວປາບ້ຳຊຳເໜືອ ເປັນມໍລະດົກລະດັບທ້ອງຖິ່ນຂອງ ແຂວງຫົວພັນເປັນທີ່ຮຽບຮ້ອຍແລ້ວ.
ການປະກາດຮັບຮອງຂັບໄຕ໋ແດງ ແລະ ພູມປັນຍາການຜະລິດແຈ່ວປາບ້ຳ ເປັນມໍລະດົກລະດັບທ້ອງຖິ່ນຂອງ ແຂວງຫົວພັນ ກໍ່ເພື່ອເຮັດໃຫ້ມູນເຊື້ອວັດທະນະທຳດັ່ງກ່າວໄດ້ຮັບການສືບທອດ, ເສີມຂະຫຍາຍ ຮັກສາໄດ້ຄວາມເປັນດັ່ງເດີມ ແລະ ນັບມື້ໄດ້ຮັບການພັດທະນາເປັນກ້າວໆ. ຂັບໄຕ໋ແດງ ເປັນບົດຂັບທີ່ມີຄວາມອ່ອນຊ້ອຍຊວນຟັງ, ມີເນື້ອໃນອັນເລິກເຊິ່ງທີ່ສະແດງໃຫ້ເຫັນເຖິງຈຸດປະສົງຂອງຜູ້ຂັບຮ້ອງໄດ້ຢ່າງຊັດເຈນ, ແມ່ນການປະດິດຄິດແຕ່ງຂຶ້ນເພື່ອຮັບໃຊ້ສັງຄົມ ແລະ ຕອບສະໜອງໃຫ້ແກ່ບຸກຄົນ, ກຸ່ມຄົນໃນແຕ່ລະຍຸກແຕ່ລະສະໄໝ ເພື່ອສ້າງຄວາມມ່ວນຊື່ນລື່ນເລີງ ຫຼື ຮັບໃຊ້ໃນບຸນງານຕ່າງໆ ເປັນຕົ້ນແມ່ນງານບຸນປະເພນີຂອງເຜົ່າໄຕ໋ແດງ, ງານສະເຫລີມສະຫລອງຕ່າງໆ, ລວມມີທັງຂັບອວຍພອນ, ຂັບຕໍແຍຄູ່ບ່າວ-ສາວ ແລະ ຍັງເປັນການຂັບກ່ຽວກັບພິທີກຳຕ່າງໆຕື່ມອີກ.
ທ່ານ ແສງສຸວັນ ວົງຄຳ ຫົວໜ້າພະແນກ ຖວທ ແຂວງຫົວພັນ ລາຍງານວ່າ: ລັກສະນະການຂັບໄຕ໋ແດງເພິ່ນແບ່ງອອກເປັນ 4 ປະເພດຄື: ການຂັບໂອ່ຍ, ຂັບອັ່ນ, ຂັບສ້ອຍໄວ ແລະ ຂັບອີດູນຳແນ່, ການຂັບແຕ່ລະປະເພດແມ່ນມີຮູບແບບ ແລະ ທຳນອງທີ່ແຕກຕ່າງກັນ ແລະ ຄ້າຍຄືກັນ, ການຂັບໄຕ໋ແດງໂດຍທົ່ວໄປ ແມ່ນການຂັບປະກອບໃສ່ສຽງປີ່, ສຽງຂຸ່ຍ ແລະ ສຽງແຄນ ບົດຂັບທີ່ໄດ້ຮັບຄວາມນິຍົມ ແລະ ປະກົດເຫັນຫຼາຍ ໃນປະຈຸບັນແມ່ນການຂັບອີດູນຳແນ່ ໂດຍການຂັບປະກອບໃສ່ສຽງແຄນ ສ້າງຄວາມອອນຊອນເພີດເພີນຕໍ່ຜູ້ໄດ້ຍິນໄດ້ຟັງເປັນຢ່າງດີ ມີຄວາມເປັນເອກະລັກສະເພາະຢູ່ໃນຕົວຂອງຂັບນັ້ນ.
ແຈ່ວປາບໍ້າ ແມ່ນອາຫານພື້ນເມືອງປະເພດໜຶ່ງ ທີ່ເປັນເອກະລັກສະເພາະ ຂອງແຂວງຫົວພັນ ການຜະລິດແຈ່ວ ປາບ້ຳ ແມ່ນພູມປັນຍາດັ່ງເດີມຂອງບັນພະບຸລຸດ ກໍຄືປູ່ຍ່າຕາຍາຍຂອງຊາວແຂວງຫົວພັນທີ່ປະຕິບັດສືບທອດກັນມາ ເຊິ່ງການຜະລິດປຸ່ງແຕ່ງ ແຈ່ວປາບ້ຳ ຈະມີລົດຊາດທີ່ເປັນເອກະລັກ ໂດຍສະເພາະຂອງປະຊາຊົນທ້ອງຖິ່ນຕ່າງໆພາຍໃນແຂວງ ເດັ່ນກວ່າໝູ່ແມ່ນ ພໍ່ແມ່ປະຊາຊົນທີ່ອາໄສດຳລົງຊີວິດຢູ່ເຂດລຽບຕາມສາຍນ້ຳຊຳຕອນເໜືອ, ເຂດສາຍນ້ຳຮັງ ເມືອງຊຳເໜືອ ແລະ ຕາມລ້ອງນ້ຳສີມ ເມືອງວຽງໄຊ.
ນອກຈາກນັ້ນ, ຢູ່ຕາມບັນດາເມືອງ ຂອງແຂວງຫົວພັນກໍມີມູນເຊື້ອການຜະລິດແຈ່ວປາບ້ຳ ເຊັ່ນດຽວກັນ ແລະ ແຈ່ວປາບ້ຳໄດ້ກາຍເປັນອາຫານພື້ນບ້ານທີ່ນິຍົມເປັນທີ່ຍອມຂອງສັງຄົມ, ປະຈຸບັນການຜະລິດໄດ້ ແຈ່ວປາບ້ຳ ໄດ້ຂະຫຍາຍຕົວຢ່າງກວ້າງຂວາງ ເປັນທີ່ຍອມຮັບຂອງສັງຄົມ ຈົນກາຍມາເປັນສິນຄ້າທີ່ສ້າງລາຍຮັບໃຫ້ແກ່ຄອບຄົວຜູ້ທີ່ປຸງແຕ່ງແຈ່ວຢ່າງມະຫາສານ, ກາຍເປັນຕຳນານຢູ່ໃນບົດເພງ ທີ່ທ່ານ ສ. ສີເມືອງຊອງປະພັນຂື້ນມາ ມີຄຳວ່າ ແຈ່ວປາບ້ຳຊຳເໜືອ.
ແຂວງຫົວພັນ ເປັນແຂວງປະຫວັດສາດຖານທີ່ໝັ້ນຂອງການປະຕິວັດລາວ, ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກສືບທອດກັນມາ ໂດຍສະເພາະແມ່ນຂັບຊຳເໜືອ, ຂັບໄຕ໋ແດງ ແລະ ອາຫານການກິນທີ່ເປັນເອກະລັກອັນຂຶ້ນຊື່ລືນາມເປັນຕົ້ນແມ່ນໜັງແຊ່ເພ້ຍ, ລາບໃສ່ໝາກແຂ່ນ, ແຈ່ວປາບ້ຳ ແລະ ອື່ນໆ ທີ່ຄົງຄຸນຄ່າ ລູກຫຼານຜູ້ເກີດໃໝ່ໃຫຍ່ລຸນທຸກຄົນ ຄວນພາກພູມໃຈ ໃນສິ່ງທີ່ບັນພະບູລຸດສ້າງມາແລ້ວປະເປັນມູນມໍລະດົກໃຫ້ພວກເຮົາຮ່ວມສືບທອດ ແລະ ເສີມຂະຫາຍໃຫ້ກວ້າງຂວາງສືບຕໍ່ໃຫ້ໝັ້ນຄົງຕະຫຼອດໄປ,ໃຫ້ຄົນທັງຫຼາຍຮັບຮູ້ວ່າ ໄປແຂວງຫົວພັນຕ້ອງໄດ້ຊີມ ແຈ່ວປາບ້ຳ.
ໂດຍ: ຜາຕຸງ: 02.01.25