ເສດຖະກິດສິງກະໂປຂະຫຍາຍຕົວດີເກີນຄາດ ດ້ວຍສະຖິຕິ 4.0% ໃນປີ 2024


ລັດຖະບານສິງກະໂປເປີດເຜີຍຕົວເລກເສດຖະກິດຂອງປະເທດໃນປີຜ່ານມາ ປາກົດວ່າ: ເຕີບໃຫຍ່ 4.0% ດີກວ່າຄາດຄະເນ.
ກະຊວງການຄ້າສິງກະໂປເຜີຍແຜ່ລາຍງານວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 4.0% ໃນປີຜ່ານມາ ເຊິ່ງຖືວ່າດີກວ່າການຄາດໝາຍ ເນື່ອງຈາກລັດຖະບານຄາດຄະເນໃນເດືອນພະຈິກຜ່ານມາວ່າ: ເສດຖະກິດຂອງປະເທດຈະຂະຫຍາຍຕົວ 3.5% ໃນປີ 2024 ແລະ GDP ຂອງປະເທດເຕີບໃຫຍ່ພຽງ 1.1% ໃນປີ 2023.
ເຖິງວ່າ GDP ຂອງສິງກະໂປໃນໄຕມາດທີ 4 ຂອງປີຜ່ານມາ ຫລື ລະຫວ່າງເດືອນຕຸລາ-ທັນວາ ຂະຫຍາຍຕົວພຽງ 4.3% ຫລຸດລົງຈາກສະຖິຕິ 5.4% ໃນໄຕມາດທີ 3 ຂອງປີ ແລະ ການສົ່ງອອກໄລຍະທ້າຍປີທີ່ຊ້າລົງ, ແຕ່ປັດໄຈສໍາຄັນທີ່ຊ່ວຍໃຫ້ເສດຖະກິດຂອງສິງກະໂປຍັງສາມາດເຕີບໃຫຍ່ໄດ້ມາຈາກຂະແໜງກໍ່ສ້າງທີ່ຂະຫຍາຍ 5.9% ໃນໄຕມາດສຸດທ້າຍຂອງປີ ເພີ່ມຂຶ້ນຈາກ 4.7% ເມື່ອສາມເດືອນກ່ອນໜ້າ ແລະ ຂະແໜງບໍລິການທີ່ເຕີບໃຫຍ່ 4.3% ເມື່ອສາມເດືອນສຸດທ້າຍຂອງປີຜ່ານມາ ເພີ່ມຂຶ້ນຈາກ 4.0% ໃນໄຕມາດກ່ອນໜ້າ.