ສານ ສ.ເກົາຫລີ ອະນຸມັດໝາຍຈັບ ປະທານາທິບໍດີ ຢຸນ ຊອກຢອນ

ສານ ສ.ເກົາຫລີ ອະນຸມັດໝາຍຈັບ ປະທານາທິບໍດີ ຢຸນ ຊອກຢອນ - 1733720231 Canh sat Han Quoc can nhac hanh dong moi voi - ສານ ສ.ເກົາຫລີ ອະນຸມັດໝາຍຈັບ ປະທານາທິບໍດີ ຢຸນ ຊອກຢອນ
ສານ ສ.ເກົາຫລີ ອະນຸມັດໝາຍຈັບ ປະທານາທິບໍດີ ຢຸນ ຊອກຢອນ - kitchen vibe - ສານ ສ.ເກົາຫລີ ອະນຸມັດໝາຍຈັບ ປະທານາທິບໍດີ ຢຸນ ຊອກຢອນ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 31 ທັນວາ 2024 ສານໃນນະຄອນຫຼວງ ເຊອູນ ຂອງ ສ.ເກົາຫລີ ໄດ້ອະນຸມັດໝາຍຈັບ ທ່ານ ຢຸນນ ຊອກຢອນ ປະທານາທິບໍດີ ສ.ເກົາຫລີ ກໍລະນີໃຊ້ອຳນາດປະກາດກົດໄອຍະການເສິກໃນວັນທີ 3 ທັນວາ ຜ່ານມາ.

ການອອກໝາຍຈັບດັ່ງກ່າວເກີດຂຶ້ນ ພາຍຫລັງເຈົ້າໜ້າທີ່ສຳນັກງານສອບສວນການທຸຈະລິດໃນເຈົ້າ ໜ້າທີ່ລະດັບສູງ CIO ໄດ້ຍືນເລື່ອງຕໍ່ສານຂໍໃຫ້ມີການອອກໝາຍຈັບ ເນື່ອງຈາກປະທານາທິບໍດີ ຢຸນ ຊອກຢອນ ບໍ່ມາຕາມໝາຍຮຽກສອບປາກຄຳ 3 ຄັ້ງຕິດຕໍ່ກັນ. ເຮັດໃຫ້ ທ່ານ ຢຸນ ຊອກຢອນ ເປັນປະທານາທິບໍດີ ສ.ເກົາຫລີ ຄົນທຳອິດທີ່ຖືກອອກໝາຍຈັບຂະນະທີ່ດຳລົງຕຳແໜ່ງ.

ເຊິ່ງກ່ອນໜ້ານີ້ ທ່ານ ຢຸນ ຊອກຢອນ ຖືກລັດຖະສະພາ ສ.ເກົາຫລີ ລົງມະຕິຖອດຖອນ ແລະ ໃນປັດຈຸບັນຖືກສັ່ງຫ້າມບໍ່ໃຫ້ປະຕິບັດໜ້າທີ່ຕື່ມອີກ.

ສານ ສ.ເກົາຫລີ ອະນຸມັດໝາຍຈັບ ປະທານາທິບໍດີ ຢຸນ ຊອກຢອນ - 3 - ສານ ສ.ເກົາຫລີ ອະນຸມັດໝາຍຈັບ ປະທານາທິບໍດີ ຢຸນ ຊອກຢອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!