ປະກາດຮັບຮອງຂັບໄຕ໋ແດງ ແລະ ແຈ່ວປາບ້ຳຊຳເໜືອ ເປັນມໍລະດົກລະດັບທ້ອງຖິ່ນ ຂອງແຂວງຫົວພັນ

ປະກາດຮັບຮອງຂັບໄຕ໋ແດງ ແລະ ແຈ່ວປາບ້ຳຊຳເໜືອ ເປັນມໍລະດົກລະດັບທ້ອງຖິ່ນ ຂອງແຂວງຫົວພັນ - 471812935 1173388777737438 6267162390640342735 n - ປະກາດຮັບຮອງຂັບໄຕ໋ແດງ ແລະ ແຈ່ວປາບ້ຳຊຳເໜືອ ເປັນມໍລະດົກລະດັບທ້ອງຖິ່ນ ຂອງແຂວງຫົວພັນ
ປະກາດຮັບຮອງຂັບໄຕ໋ແດງ ແລະ ແຈ່ວປາບ້ຳຊຳເໜືອ ເປັນມໍລະດົກລະດັບທ້ອງຖິ່ນ ຂອງແຂວງຫົວພັນ - kitchen vibe - ປະກາດຮັບຮອງຂັບໄຕ໋ແດງ ແລະ ແຈ່ວປາບ້ຳຊຳເໜືອ ເປັນມໍລະດົກລະດັບທ້ອງຖິ່ນ ຂອງແຂວງຫົວພັນ

ວັນທີ 30 ທັນວາ 2024 ນີ້, ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ ຈັດພິທີປະກາດຮັບຮອງຂັບໄຕ໋ແດງ ແລະ ພູມປັນຍາການຜະລິດແຈ່ວປາບ້ຳຊຳເໜືອ ເປັນມໍລະດົກລະດັບທ້ອງຖິ່ນຂອງ ແຂວງຫົວພັນ ໂດຍການເຂົ້າຮ່ວມຂອງທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງໆຫົວພັນ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ແສງສຸວັນ ວົງຄຳ ຫົວໜ້າພະແນກ ຖວທ ແຂວງຫົວພັນ ລາຍງານວ່າ: ຂັບໄຕ໋ແດງ ແມ່ນເປັນບົດຂັບທີ່ມີຄວາມອ່ອນຊ້ອຍ, ມີເນື້ອໃນອັນເລິກເຊິ່ງທີ່ສະແດງໃຫ້ເຫັນເຖິງຈຸດປະສົງຂອງຜູ້ຂັບຮ້ອງໄດ້ຢ່າງຊັດເຈນ, ຂັບໄຕ໋ແດງແມ່ນເປັນການປະດິດຄິດແຕ່ງຂຶ້ນເພື່ອຮັບໃຊ້ສັງຄົມ ແລະ ຕອບສະໜອງໃຫ້ແກ່ບຸກຄົນ, ກຸ່ມຄົນໃນແຕ່ລະຍຸກແຕ່ລະສະໄໝເພື່ອສ້າງຄວາມມ່ວນຊື່ນ ຫຼື ຮັບໃຊ້ໃນບຸນງານຕ່າງໆ ເປັນຕົ້ນແມ່ນງານບຸນປະເພນີຂອງເຜົ່າໄຕ໋ແດງ, ງານສະເຫລີມ ສະຫລອງຕ່າງໆ, ການຂັບອວຍພອນ, ຂັບຕໍແຍຄູ່ບ່າວ-ສາວ ແລະ ອື່ນໆ. ນອກຈາກນັ້ນຍັງເປັນການຂັບກ່ຽວກັບພິທີກຳຕ່າງໆ ລັກສະນະການຂັບໄຕ໋ແດງໄດ້ແບ່ງອອກເປັນ 4 ປະເພດຄື: ການຂັບໂອ່ຍ, ຂັບອັ່ນ, ຂັບສ້ອຍໄວ ແລະ ຂັບອີດູນຳແນ່ ເຊິ່ງການຂັບແຕ່ລະປະເພດແມ່ນມີຮູບແບບ ແລະ ທຳນອງທີ່ແຕກຕ່າງກັນ ແລະ ຄ້າຍຄືກັນ, ການຂັບໄຕ໋ແດງສ່ວນຫຼາຍແມ່ນການຂັບປະກອບໃສ່ສຽງປີ່, ຂຸ່ຍ ແລະ ສຽງແຄນ, ບົດຂັບທີ່ໄດ້ຮັບຄວາມນິຍົມ ແລະ ປະກົດເຫັນຫຼາຍ ໃນປະຈຸບັນແມ່ນການຂັບອີດູນຳແນ່ ໂດຍການຂັບໃສ່ສຽງແຄນ.

ປະກາດຮັບຮອງຂັບໄຕ໋ແດງ ແລະ ແຈ່ວປາບ້ຳຊຳເໜືອ ເປັນມໍລະດົກລະດັບທ້ອງຖິ່ນ ຂອງແຂວງຫົວພັນ - Visit Laos Visit SALANA BOUTIQUE HOTEL - ປະກາດຮັບຮອງຂັບໄຕ໋ແດງ ແລະ ແຈ່ວປາບ້ຳຊຳເໜືອ ເປັນມໍລະດົກລະດັບທ້ອງຖິ່ນ ຂອງແຂວງຫົວພັນ

ແຈ່ວປາບ້ຳຊຳເໜືອ ແມ່ນອາຫານພື້ນເມືອງປະເພດໜຶ່ງ ທີ່ເປັນເອກະລັກຂອງແຂວງຫົວພັນ ການຜະລິດແຈ່ວປາບ້ຳຊຳເໜືອ ແມ່ນພູມປັນຍາດັ່ງເດີມຂອງບັນພະບຸລຸດ ກໍຄືປູ່ຍ່າຕາຍາຍຂອງຊາວແຂວງຫົວພັນທີ່ປະຕິບັດສືບທອດກັນມາ ເຊິ່ງການຜະລິດປຸ່ງແຕ່ງແຈ່ວປາບ້ຳຈະມີລົດຊາດທີ່ເປັນເອກະລັກ ໂດຍສະເພາະເດັ່ນກວ່າໝູ່ແມ່ນພໍ່ແມ່ປະຊາຊົນທີ່ອາໄສດຳລົງຊີວິດຢູ່ເຂດລຽບຕາມສາຍນ້ຳຊຳຕອນ ເໜືອ, ເຂດສາຍນ້ຳຮັງ ເມືອງຊຳເໜືອ ແລະ ຕາມລ້ອງນ້ຳສີມ ເມືອງວຽງໄຊ. ນອກຈາກນັ້ນ, ຢູ່ຕາມບັນດາເມືອງຕ່າງໆຂອງແຂວງຫົວພັນກໍມີມູນເຊື້ອການຜະລິດແຈ່ວປາບ້ຳ ເຊັ່ນດຽວກັນ ແລະ ແຈ່ວປາບ້ຳໄດ້ກາຍເປັນອາຫານພື້ນບ້ານທີ່ນິຍົມເປັນທີ່ຍອມຂອງສັງຄົມ, ເຮັດໃຫ້ກາຍເປັນສິນຄ້າທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວຜູ້ທີ່ປຸງແຕ່ງແຈ່ວ.

ແຂວງຫົວພັນ ເປັນແຂວງປະຫວັດສາດຖານທີ່ໝັ້ນຂອງການປະຕິວັດລາວ, ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກສືບທອດກັນມາ ໂດຍສະເພາະແມ່ນຂັບຊຳ ເໜືອ, ຂັບໄຕ໋ແດງ ແລະ ອາຫານການກິນທີ່ເປັນເອກະລັກອັນຂຶ້ນຊື່ລືນາມເປັນຕົ້ນແມ່ນໜັງແຊ່ເພ້ຍ, ລາບໃສ່ໝາກແຂ່ນ ແລະ ແຈ່ວປາບ້ຳຊຳເໜືອ. ການປະກາດຮັບຮອງຂັບໄຕ໋ແດງ ແລະ ພູມປັນຍາການຜະລິດແຈ່ວປາບ້ຳຊຳເໜືອ ເປັນມໍລະດົກລະດັບທ້ອງຖິ່ນຂອງ ແຂວງຫົວພັນ ກໍ່ເພື່ອເຮັດໃຫ້ມູນເຊື້ອວັດທະນະທຳດັ່ງກ່າວ ໄດ້ຮັບການສືບທອດ, ເສີມຂະຫຍາຍ ຮັກສາໄດ້ຄວາມເປັນດັ່ງເດີມ ແລະ ນັບມື້ໄດ້ຮັບການພັດທະນາເປັນກ້າວໆ.

ທີ່ມາ: ຂ່າວຫົວພັນ

ປະກາດຮັບຮອງຂັບໄຕ໋ແດງ ແລະ ແຈ່ວປາບ້ຳຊຳເໜືອ ເປັນມໍລະດົກລະດັບທ້ອງຖິ່ນ ຂອງແຂວງຫົວພັນ - 3 - ປະກາດຮັບຮອງຂັບໄຕ໋ແດງ ແລະ ແຈ່ວປາບ້ຳຊຳເໜືອ ເປັນມໍລະດົກລະດັບທ້ອງຖິ່ນ ຂອງແຂວງຫົວພັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!