ປກສ ເຂດເສດຖະກິດພິເສດສາມຫລ່ຽມຄຳ ສາມາດມ້າງກຸ່ມແກ້ງຄໍເຊັນເຕີ ໄດ້ 9 ຄັ້ງ ແລະ ປີ 2025 ສືບຕໍ່ລົບລ້າງກຸ່ມຄໍເຊັນເຕີໃຫ້ໝົດໄປ ຈາກເຂດເສດຖະກິດພິເສດສາມຫລ່ຽມຄຳ

ປກສ ເຂດເສດຖະກິດພິເສດສາມຫລ່ຽມຄຳ ສາມາດມ້າງກຸ່ມແກ້ງຄໍເຊັນເຕີ ໄດ້ 9 ຄັ້ງ ແລະ ປີ 2025 ສືບຕໍ່ລົບລ້າງກຸ່ມຄໍເຊັນເຕີໃຫ້ໝົດໄປ ຈາກເຂດເສດຖະກິດພິເສດສາມຫລ່ຽມຄຳ - 471848186 1145093030953287 7596743246338498889 n - ປກສ ເຂດເສດຖະກິດພິເສດສາມຫລ່ຽມຄຳ ສາມາດມ້າງກຸ່ມແກ້ງຄໍເຊັນເຕີ ໄດ້ 9 ຄັ້ງ ແລະ ປີ 2025 ສືບຕໍ່ລົບລ້າງກຸ່ມຄໍເຊັນເຕີໃຫ້ໝົດໄປ ຈາກເຂດເສດຖະກິດພິເສດສາມຫລ່ຽມຄຳ
ປກສ ເຂດເສດຖະກິດພິເສດສາມຫລ່ຽມຄຳ ສາມາດມ້າງກຸ່ມແກ້ງຄໍເຊັນເຕີ ໄດ້ 9 ຄັ້ງ ແລະ ປີ 2025 ສືບຕໍ່ລົບລ້າງກຸ່ມຄໍເຊັນເຕີໃຫ້ໝົດໄປ ຈາກເຂດເສດຖະກິດພິເສດສາມຫລ່ຽມຄຳ - kitchen vibe - ປກສ ເຂດເສດຖະກິດພິເສດສາມຫລ່ຽມຄຳ ສາມາດມ້າງກຸ່ມແກ້ງຄໍເຊັນເຕີ ໄດ້ 9 ຄັ້ງ ແລະ ປີ 2025 ສືບຕໍ່ລົບລ້າງກຸ່ມຄໍເຊັນເຕີໃຫ້ໝົດໄປ ຈາກເຂດເສດຖະກິດພິເສດສາມຫລ່ຽມຄຳ

ວັນທີ 31 ທັນວາ 2024 ໜັງສືພິມຄວາມສະຫງົບລາຍງານວ່າ: ໃນປີ 2024 ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນເຂດເສດຖະກິດພິເສດສາມຫລ່ຽມຄຳຢ່າງເຂັ້ມງວດ ສາມາດມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ຫຼື ແກ້ງຄໍເຊັນເຕີ ໄດ້ 9 ຄັ້ງ.

ພັອ ອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫລ່ຽມຄຳ ໃຫ້ສຳພາດວ່າ: ປະຕິບັດຕາມທິດຊີ້ນຳຂອງຄະນະພັກຄະນະນຳກະຊວງປ້ອງກັນຄວາມສະຫງົບ ກໍຄືທິດທາງແຜນການຂອງກອງບັນຊາການ ປ້ອງກັນຄວາມສະຫງົບເຂດເສດຖະກິດພິເສດສາມຫລ່ຽມຄຳ ຜ່ານມາໄດ້ວາງແຜນລົງມ້າງອາຊະຍາກຳຕ່າງໆໄດ້ດີພໍສົມຄວນ, ອັນທີ່ພົ້ນເດັ່ນແມ່ນມ້າງກຸ່ມແກ້ງຄໍເຊັນເຕີ ສາມາດຈັບກຸມເລີກຮື້ ບັນດາຫົວໜ່ວຍ 9 ຄັ້ງ ມີ 267 ຫົວໜ່ວຍ, ໃນນັ້ນມີ 16 ສັນຊາດ;
ການມ້າງແຕ່ລະຄັ້ງແມ່ນໄດ້ມີການວາງແຜນຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ໂດຍສະເພາະກົມໃຫຍ່ຕຳຫລວດ, ອໍານາດການປົກຄອງເຂດ, ຕຳຫລວດ ສປ ຈີນ, ສສ ຫວຽດນາມ, ສະເພາະຄົນເປົ້າໝາຍທີ່ເປັນສັນຊາດຈີນ ແລະ ຫວຽດນາມ ແມ່ນໄດ້ສົມທົບກັບທີມຕຳຫລວດສອງປະເທດນໍາສົ່ງກັບຄືນປະເທດ, ສ່ວນຄົນສັນຊາດອື່ນໆໃນອາຊຽນ ຫລື ໃນໂລກ ແມ່ນໄດ້ສົມທົບກັບສະຖານທູດ ເພື່ອສົ່ງມອບກັບຄືນປະເທດ, ສຳລັບຄົນລາວໄດ້ຂຶ້ນບັນຊີ ເຮັດບົດບັນທຶກກ່າວເຕືອນ ມອບໃຫ້ຜູ້ປົກຄອງກັບຄືນບ້ານ.

ໃນປີ 2025 ກອງບັນຊາການປ້ອງກັນຄວາມສະຫງົບເຂດເສດຖະກິດພິເສດສາມຫລ່ຽມຄຳ ຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ໂດຍສະເພາະກົມໃຫຍ່ຕຳຫລວດ ໄດ້ມີແຜນການສືບຕໍ່ລົບລ້າງກຸ່ມຄໍເຊັນເຕີໃຫ້ໝົດໄປຈາກເຂດເສດຖະກິດພິເສດສາມຫລ່ຽມຄຳ. ຕໍ່ບັນຫານີ້ ຕ້ອງໄດ້ຮ່ວມມືກັບຫລາຍຝ່າຍ ເປັນຕົ້ນສະພາເຂດ, ຄະນະບໍລິຫານ, ຄະນະຄຸ້ມຄອງເຂດ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ຈະໄດ້ສືບຕໍ່ຮ່ວມມືກັນໃນຕໍ່ໜ້າ ເພື່ອເຮັດໃຫ້ແຜນການລຸລ່ວງ ແລະ ສຳເລັດເປັນຢ່າງດີ.

ທີ່ມາ: ຄວາມສະຫງົບ

ປກສ ເຂດເສດຖະກິດພິເສດສາມຫລ່ຽມຄຳ ສາມາດມ້າງກຸ່ມແກ້ງຄໍເຊັນເຕີ ໄດ້ 9 ຄັ້ງ ແລະ ປີ 2025 ສືບຕໍ່ລົບລ້າງກຸ່ມຄໍເຊັນເຕີໃຫ້ໝົດໄປ ຈາກເຂດເສດຖະກິດພິເສດສາມຫລ່ຽມຄຳ - 4 - ປກສ ເຂດເສດຖະກິດພິເສດສາມຫລ່ຽມຄຳ ສາມາດມ້າງກຸ່ມແກ້ງຄໍເຊັນເຕີ ໄດ້ 9 ຄັ້ງ ແລະ ປີ 2025 ສືບຕໍ່ລົບລ້າງກຸ່ມຄໍເຊັນເຕີໃຫ້ໝົດໄປ ຈາກເຂດເສດຖະກິດພິເສດສາມຫລ່ຽມຄຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!