ຫລວງພະບາງ ກວດກາ ແລະ ແກ້ໄຂບັນຫາສິ່ງກີດຂວາງ ພ້ອມເຮັດບົດບັນທຶກກັບຜູ້ປະກອບການ

ຫລວງພະບາງ ກວດກາ ແລະ ແກ້ໄຂບັນຫາສິ່ງກີດຂວາງ ພ້ອມເຮັດບົດບັນທຶກກັບຜູ້ປະກອບການ - WhatsApp Image 2024 12 31 at 10 - ຫລວງພະບາງ ກວດກາ ແລະ ແກ້ໄຂບັນຫາສິ່ງກີດຂວາງ ພ້ອມເຮັດບົດບັນທຶກກັບຜູ້ປະກອບການ
ຫລວງພະບາງ ກວດກາ ແລະ ແກ້ໄຂບັນຫາສິ່ງກີດຂວາງ ພ້ອມເຮັດບົດບັນທຶກກັບຜູ້ປະກອບການ - kitchen vibe - ຫລວງພະບາງ ກວດກາ ແລະ ແກ້ໄຂບັນຫາສິ່ງກີດຂວາງ ພ້ອມເຮັດບົດບັນທຶກກັບຜູ້ປະກອບການ

ໜັງສືພິມຫລວງພະບາງ ລາຍງານວ່າ: ວັນທີ 30 ທັນວາ 2024 ນີ້ ທ່ານ ດາວວັນ ສີລິວົງ ຫົວໜ້າຄຸ້ມຄອງ ແລະ ບໍລິຫານຕົວເມືອງນະຄອນ-ລວງພະບາງ ພ້ອມດ້ວຍຄະນະສະເພາະກິດ-ນະຄອນຫຼວງພະບາງ ໄດ້ລົງກວດກາແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ຮື້ຖອນສິ່ງກີດຂວາງຕາມເສັ້ນທາງຍ່າງ ແຄມນ້ຳຄານ ແລະ ແຄມນ້ຳຂອງ ໃນເຂດມໍລະດົກໂລກຫລວງພະບາງ ເປັນຄັ້ງທີ 2.

ການກວດກາແມ່ນເນັ້ນໃສ່ແກ້ໄຂບັນຫາການຂາຍເຄື່ອງຕາມທາງຍ່າງ, ການຕໍ່ເຕີມເທີບເງີບ ອອກກວມເສັ້ນທາງຍ່າງ ເຊິ່ງເປັນສິ່ງກີດຂວາງການສັນຈອນ, ການຈອດລົດຊະຊາຍ, ຈອດລົດບ່ອນປ້າຍຫ້າມ, ຄວັນໄຟຈາກຮ້ານປີ້ງຕ່າງໆທີ່ເປັນມົນລະພິດຕໍ່ສິ່ງແວດລ້ອມ ແລະ ຕົ້ນໄມ້ປະດັບປິດບັງວິວອັນສວຍງາມຂອງນໍ້າຄານ ແລະ ນໍ້າຂອງ.

ຫລວງພະບາງ ກວດກາ ແລະ ແກ້ໄຂບັນຫາສິ່ງກີດຂວາງ ພ້ອມເຮັດບົດບັນທຶກກັບຜູ້ປະກອບການ - Visit Laos Visit SALANA BOUTIQUE HOTEL - ຫລວງພະບາງ ກວດກາ ແລະ ແກ້ໄຂບັນຫາສິ່ງກີດຂວາງ ພ້ອມເຮັດບົດບັນທຶກກັບຜູ້ປະກອບການ

ດ້ວຍການອອກແຈ້ງການເຕືອນໃຫ້ຜູ້ປະກອບການທຸລະກິດຮັບຮູ້ກ່ອນລ່ວງໜ້າ ແລະ ຖ້າຫາກຜູ້ປະກອບການຖືກກ່າວເຕືອນເຖິງສອງຄັ້ງ ກໍ່ໄດ້ສ້າງບົດບັນທຶກໄວ້ ຖ້າຫາກຜູ້ໃດຝ່າຝືນ ບໍ່ປັບປຸງແກ້ໄຂ ແມ່ນຈະປະຕິບັດຕາມມາດຕະການ ຕາມລະບຽບຂອງການຄຸ້ມຄອງມໍລະດົກ ແລະ ບໍລິຫານຕົວເມືອງ.

ທີ່ມາ: Luangprabang News

ຫລວງພະບາງ ກວດກາ ແລະ ແກ້ໄຂບັນຫາສິ່ງກີດຂວາງ ພ້ອມເຮັດບົດບັນທຶກກັບຜູ້ປະກອບການ - 3 - ຫລວງພະບາງ ກວດກາ ແລະ ແກ້ໄຂບັນຫາສິ່ງກີດຂວາງ ພ້ອມເຮັດບົດບັນທຶກກັບຜູ້ປະກອບການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!