ຜ່າຕັດແກ່ນຕາຂຸ້ນຟຣີ ຢູ່ໂຮງໝໍມະໂຫສົດ 30-2024 ຫາ 31-2025 ມີຄ່າອາຫານທ່ຽງ-ແລງ ແລະ ຄ່າເດີນທາງໃຫ້

ຜ່າຕັດແກ່ນຕາຂຸ້ນຟຣີ ຢູ່ໂຮງໝໍມະໂຫສົດ 30-2024 ຫາ 31-2025 ມີຄ່າອາຫານທ່ຽງ-ແລງ ແລະ ຄ່າເດີນທາງໃຫ້ - 471494949 1000760408753554 3550976841636728595 n - ຜ່າຕັດແກ່ນຕາຂຸ້ນຟຣີ ຢູ່ໂຮງໝໍມະໂຫສົດ 30-2024 ຫາ 31-2025 ມີຄ່າອາຫານທ່ຽງ-ແລງ ແລະ ຄ່າເດີນທາງໃຫ້
ຜ່າຕັດແກ່ນຕາຂຸ້ນຟຣີ ຢູ່ໂຮງໝໍມະໂຫສົດ 30-2024 ຫາ 31-2025 ມີຄ່າອາຫານທ່ຽງ-ແລງ ແລະ ຄ່າເດີນທາງໃຫ້ - kitchen vibe - ຜ່າຕັດແກ່ນຕາຂຸ້ນຟຣີ ຢູ່ໂຮງໝໍມະໂຫສົດ 30-2024 ຫາ 31-2025 ມີຄ່າອາຫານທ່ຽງ-ແລງ ແລະ ຄ່າເດີນທາງໃຫ້

ສູນຂ່າວສານການແພດສຸຂະສຶກສາ ແຈ້ງວ່າ: ໂຮງໝໍມະໂຫສົດ ຈະຈັດກິດຈະກຳຜ່າຕັດ ແກ່ນຕາຂຸ້ນໂດຍບໍ່ເສຍຄ່າ (ຟຣີ) ໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ໃນລະຫວ່າງວັນທີ 3-8 ກຸມພາ 2025, ຊຶ່ງເລີ່ມເປິດຮັບລົງທະບຽນ ໃນວັນທີ 30 ທັນວາ 2024 ຫາ 31 ມັງກອນ2025 (ໂມງລັດຖະການ) ຢູ່ທີ່ພະແນກຕາ ຊັ້ນ 2 ໂຮງໝໍມະໂຫສົດ (ຕຶກເກົ່າແຄມຂອງ)

ສໍາລັບ ຜູ້ທີ່ອາໄສຢູ່ຕ່າງແຂວງ ແລະ ເຂດ 5 ຕົວເມືອງເຊັ່ນ: ເມືອງສັງທອງ, ເມືອງນາຊາຍທອງ, ເມືອງປາກງື່ມ, ເມືອງໄຊທານີ ແລະ ເມືອງຫາດຊາຍຟອງ ແມ່ນຈະໄດ້ຮັບອັດຕາຄ່າເດີນທາງໄປ-ກັບ ຕາມຕົວຈິງ (ລົດໂດຍສານທໍາມະດາ) ແລະ ຄ່າອາຫານຕອນທ່ຽງ-ຕອນແລງ (ອັດຕາທີ່ໃຫ້ແມ່ນ ຄົນເຈັບ 1ທ່ານ ແລະ ພີ່ນ້ອງ 1 ທ່ານ)

ຜ່າຕັດແກ່ນຕາຂຸ້ນຟຣີ ຢູ່ໂຮງໝໍມະໂຫສົດ 30-2024 ຫາ 31-2025 ມີຄ່າອາຫານທ່ຽງ-ແລງ ແລະ ຄ່າເດີນທາງໃຫ້ - Visit Laos Visit SALANA BOUTIQUE HOTEL - ຜ່າຕັດແກ່ນຕາຂຸ້ນຟຣີ ຢູ່ໂຮງໝໍມະໂຫສົດ 30-2024 ຫາ 31-2025 ມີຄ່າອາຫານທ່ຽງ-ແລງ ແລະ ຄ່າເດີນທາງໃຫ້

ພະຍາດສາຍຕາຂຸ້ນ (ແກ່ນຕາຂຸ້ນ) ຈະມີອາການເປັນໄປຢ່າງຊ້າໆບໍ່ເຈັບປວດ ແລະ ເຮັດໃຫ້ສາຍຕາໃນການເບິ່ງເຫັນເລີ່ມຫຼຸດລົງ, ແກ່ນຕາຂຸ້ນ ຍັງເກີດຈາກສະພາບແກ່ນຕາມີການປ່ຽນແປງ ແລະ ຍັງເປັນສາເຫດເຮັດໃຫ້ຄົນຕາບອດໄດ້ຖ້າບໍ່ໄດ້ຮັບການປິ່ນປົວດ້ວຍວິທີຜ່າຕັດ ແລະ ໃສ່ແກ່ນຕາທຽມ, ສະນັ້ນ ຖ້າໄດ້ຮັບການຜ່າຕັດ, ປິ່ນປົວໃຫ້ຖືກວິທີກໍຈະຫາຍດີໄດ້.

ປັດໄຈທີ່ພາໃຫ້ເປັນພະຍາດແກ່ນຕາຂຸ່ນຄື: ເບົາຫວານ, ມີການອັກເສບຕາ, ມີຄອບຄົວທີ່ເປັນແກ່ນຕາຂຸ່ນ, ການໃກ້ຊິດກັບຄວັນໄຟຫຼາຍເກີນໄປ, ການສຳຜັດກັບແສງແດດທີ່ກ້າ ແລະ ບໍ່ໃສ່ແວ່ນປ້ອງກັນ ແລະ ອື່ນໆ.

ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

ຜ່າຕັດແກ່ນຕາຂຸ້ນຟຣີ ຢູ່ໂຮງໝໍມະໂຫສົດ 30-2024 ຫາ 31-2025 ມີຄ່າອາຫານທ່ຽງ-ແລງ ແລະ ຄ່າເດີນທາງໃຫ້ - 3 - ຜ່າຕັດແກ່ນຕາຂຸ້ນຟຣີ ຢູ່ໂຮງໝໍມະໂຫສົດ 30-2024 ຫາ 31-2025 ມີຄ່າອາຫານທ່ຽງ-ແລງ ແລະ ຄ່າເດີນທາງໃຫ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!