ອຸຕຸເຕືອນ! ໜາວຂ້າມປີ ພາກເໜືອ 7 ອົງສາ ພ້ອມຝົນຕົກ ກວມ 10% ຂອງພື້ນທີ່

ອຸຕຸເຕືອນ! ໜາວຂ້າມປີ ພາກເໜືອ 7 ອົງສາ ພ້ອມຝົນຕົກ ກວມ 10% ຂອງພື້ນທີ່ - 471774992 1065770728910566 7506210652109852377 n - ອຸຕຸເຕືອນ! ໜາວຂ້າມປີ ພາກເໜືອ 7 ອົງສາ ພ້ອມຝົນຕົກ ກວມ 10% ຂອງພື້ນທີ່
ອຸຕຸເຕືອນ! ໜາວຂ້າມປີ ພາກເໜືອ 7 ອົງສາ ພ້ອມຝົນຕົກ ກວມ 10% ຂອງພື້ນທີ່ - kitchen vibe - ອຸຕຸເຕືອນ! ໜາວຂ້າມປີ ພາກເໜືອ 7 ອົງສາ ພ້ອມຝົນຕົກ ກວມ 10% ຂອງພື້ນທີ່

ກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນວ່າ: ສະພາບອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 31/12/2024 ຫາ ເວລາ 07 ໂມງ ຂອງວັນທີ 01/01/2025 ມວນອາກາດໜາວເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກ ສຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຍັງຈະສືບຕໍ່ເຢັນ ຫາ ໜາວເຢັນຢູ່ໃນແຕ່ລະພາກ, ສໍາລັບເຂດພູສູງ, ພູດອຍ, ຮ່ອມພູ ຢູ່ບັນດາແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດ ແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 07-22 ອົງສາ.

ອຸຕຸເຕືອນ! ໜາວຂ້າມປີ ພາກເໜືອ 7 ອົງສາ ພ້ອມຝົນຕົກ ກວມ 10% ຂອງພື້ນທີ່ - Visit Laos Visit SALANA BOUTIQUE HOTEL - ອຸຕຸເຕືອນ! ໜາວຂ້າມປີ ພາກເໜືອ 7 ອົງສາ ພ້ອມຝົນຕົກ ກວມ 10% ຂອງພື້ນທີ່

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ, ພ້ອມມີ ໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບ ຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 12-30 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມ ໃນລະຫວ່າງ 16-29 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 13-30 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 08-29 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງ ຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 16-34 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ອາກາດໜາວເຢັນ, ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 11-25 ອົງສາ.

ອຸຕຸເຕືອນ! ໜາວຂ້າມປີ ພາກເໜືອ 7 ອົງສາ ພ້ອມຝົນຕົກ ກວມ 10% ຂອງພື້ນທີ່ - 5 - ອຸຕຸເຕືອນ! ໜາວຂ້າມປີ ພາກເໜືອ 7 ອົງສາ ພ້ອມຝົນຕົກ ກວມ 10% ຂອງພື້ນທີ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!