ການຄຸ້ມຄອງນໍາໃຊ້ທີ່ດິນໃນໄລຍະຜ່ານມາ ຢູ່ແຂວງບໍລິຄຳໄຊ ຍັງບໍ່ທັນລວມສູນ


ແຫລ່ງຂ່າວຈາກ ບໍລິຄຳໄຊ ໃຫ້ຮູ້ວ່າ: ລະບົບການຄຸ້ມຄອງປະເພດທີ່ດິນ ຂອງບັນດາຂະແໜງ ການປິ່ນອ້ອມ ຢູ່ແຂວງບໍລິຄຳໄຊ ຍັງບໍ່ທັນລວມສູນ, ຍັງຂາດນິຕິກຳ ໃນການຄຸ້ມຄອງ ແລະ ລົງສໍາຫລວດເກັບກຳຂໍ້ມູນແບບລະອຽດ ເພື່ອຄຸ້ມຄອງຕາມລະບຽບການ ແລະ ກົດໝາຍວາງອອກ ເຫັນວ່າຍັງບໍ່ທັນມີການເຄື່ອນໄຫວເທົ່າທີ່ຄວນ ພ້ອມນີ້, ຄວາມເປັນເຈົ້າການໃນການສ້າງແຜນຄຸ້ມຄອງ ກໍຍັງບໍ່ໄດ້ດີ, ຄວາມເຂົ້າໃຈໃນການນໍາໃຊ້ທີ່ດິນ ຍັງບໍ່ທັນເລິກເຊິ່ງ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໃນໄລຍະ ຜ່ານມາບໍ່ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບການວາງອອກ.
ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນການຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ຮອດປີ 2030 ຕາມຂໍ້ຕົກລົງຂອງເຈົ້າແຂວງບໍລິຄໍາໄຊ ສະບັບເລກທີ 133/ຂບຊ, ລົງວັນທີ 18 ກຸມພາ 2021 ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງບໍລິຄໍາໄຊ ຊຸດທີ II ໃນອາທິດຜ່ານມາວ່າ: ນອກນີ້, ບາງຂະແໜງການ ຍັງບໍ່ເຂົ້າໃຈເລິກເຊິ່ງໃນການຄຸ້ມຄອງນໍາໃຊ້ທີ່ດິນ ທີ່ຂັດກັບກົດໝາຍກຳນົດ ເປັນຕົ້ນ ຍັງຖືວ່າ ຂະແໜງ ຂອງຕົນ ສາມາດມອບສິດນໍາໃຊ້ທີ່ດິນໃຫ້ແກ່ບຸກຄົນ ຫລື ໃຫ້ເຊົ່າໄດ້ ແລະ ມີການແບ່ງປັນໃຫ້ ພະນັກງານໃນຂົງເຂດຂອງຕົນ ແລະ ມີສິດອະນຸຍາດໃຫ້ຫັນປ່ຽນປະເພດທີ່ດິນ ເຊິ່ງບໍ່ສອດຄ່ອງກັບ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 1095/ກຊສ, ລົງວັນທີ 18 ມິຖຸນາ 2024 ວ່າດ້ວຍການຫັນປ່ຽນປະເພດທີ່ດິນ.
ພ້ອມນີ້, ງົບປະມານໃນການຈັດຕັ້ງປະຕິບັດຕົວຈິງ ບໍ່ພຽງພໍ ໂດຍສະເພາະ ການຜັນຂະຫຍາຍລົງສູ່ຂັ້ນເມືອງ ແລະ ບ້ານ ເປັນການສ້າງແຜນຈັດສັນທີ່ດິນຂັ້ນຈຸລະພາກ ແບບລະອຽດສະແດງໃຫ້ເຫັນທີ່ຕັ້ງ ຂອງແຕ່ລະຕອນດິນແຕ່ລະປະເພດພາຍ ໃນບ້ານ ແລະ ເມືອງ ສາມາດສ້າງຖານເປັນຂໍ້ມູນແກ່ຂະແໜງ ການ ເປັນຕົ້ນ ໃນການເງິນໃນການຈັດເກັບລາຍຮັບ ກ່ຽວກັບທີ່ດິນ ໄດ້ຢ່າງຊັດເຈນ ແລະ ແນ່ນອນຍິ່ງຂຶ້ນ ພ້ອມນີ້, ຂະແໜງການຂັ້ນທ້ອງຖິ່ນ ຍັງຂາດຄວາມເປັນເຈົ້າໃນການຄຸ້ມຄອງຕິດຕາມ ການຫັນປ່ຽນປະເພດທີ່ດິນໂດຍບໍ່ຖືກຕ້ອງ ຕາມທີ່ກຳນົດໄວ້ໃນແຜນການຄຸ້ມຄອງຮອດປີ 2030, ເຊິ່ງມີການດັດແກ້ປະເພດທີ່ດິນ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ທີ່ຄຸ້ມຄອງປະເພດທີ່ດິນ, ການຫັນປ່ຽນປະເພດທີ່ດິນ ບໍ່ເປັນໄປຕາມຂະບວນ ແລະ ບົດແນະນໍາຈາກຂະແໜງການຂັ້ນສູນກາງວາງອອກ ເຊັ່ນ: ເນື້ອທີ່ດິນປ່າໄມ້ລຸດລົງ. ນອກຈາກນີ້, ຍັງຂາດມາດຕະການ ໃນການຈັດຕັ້ງປະຕິບັດ ຕໍ່ຜູ້ລະເມີດຕໍ່ລະບຽບການ ແລະ ກົດໝາຍວາງອອກ ເປັນຕົ້ນ ການຖົມດິນ ແລະ ປ່ຽນແປງປະເພດທີ່ດິນໂດຍບໍ່ໄດ້ຮັບອະນຸຍາດ.
ທ່ານ ສົມສະຫງວນ ສຸວັນນະລາດ ໃຫ້ຮູ້ຕື່ມວ່າ: ແຜນການ 5 ປີ 2021-2025 ຂອງພະແນກ ຊັບພະຍາກອນ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ແມ່ນ 50.000 ຕົນ ມາຮອດປັດຈຸບັນ ປະຕິບັດໄດ້ 35.898 ຕອນ ເທົ່າກັບ 71,79% ຂອງແຜນ 5 ປີ. ສະເພາະປີ 2024 ປະຕິບັດໄດ້ 16.124 ຕອນ ທຽບໃສ່ແຜນການກຳນົດຂອງແຂວງ 20.056 ຕອນ ປະຕິບັດໄດ້ 79,60%. ປັດຈຸບັນພາຍໃນແຂວງ ສາມາດອອກໃບຕາດິນໄດ້ແລ້ວ 102.744 ຕອນ ທຽບໃສ່ຕົວເລກສຳມະໂນຕອນດິນ 142.586 ຕອນ ເທົ່າກັບ 72,05%, ນອກນີ້ຍັງມີຈຳນວນໜຶ່ງເປັນການນຳໃຊ້ທີ່ດິນ ຕາມປະເພນີຂອງປະຊາຊົນ ທີ່ຍັງບໍ່ທັນໄດ້ອອກເອກະສານດິນ ຈະຕ້ອງໄດ້ສືບຕໍ່ດຳເນີນຂະບວນການ ໃນການອອກໃບຕາດິນຕາມລະບຽບການ ແລະ ກົດໝາຍວາງອອກ.

