ສ.ເກົາຫລີ ສັ່ງກວດເຮືອບິນໂບອິ້ງ 737-800 ຫລັງເກີດເຫດເສົ້າຕໍ່ ເຈຈູ ແອ

ສ.ເກົາຫລີ ສັ່ງກວດເຮືອບິນໂບອິ້ງ 737-800 ຫລັງເກີດເຫດເສົ້າຕໍ່ ເຈຈູ ແອ - AFP  20241230  36RQ7UE  v1  HighRes  SkoeraAviationAccident 1024x689 1 - ສ.ເກົາຫລີ ສັ່ງກວດເຮືອບິນໂບອິ້ງ 737-800 ຫລັງເກີດເຫດເສົ້າຕໍ່ ເຈຈູ ແອ
ສ.ເກົາຫລີ ສັ່ງກວດເຮືອບິນໂບອິ້ງ 737-800 ຫລັງເກີດເຫດເສົ້າຕໍ່ ເຈຈູ ແອ - kitchen vibe - ສ.ເກົາຫລີ ສັ່ງກວດເຮືອບິນໂບອິ້ງ 737-800 ຫລັງເກີດເຫດເສົ້າຕໍ່ ເຈຈູ ແອ

       ລັດຖະບານ ສ.ເກົາຫລີ ສັ່ງກວດສອບສະພາບເຮືອບິນໂດຍສານໂບອິ້ງ 737-800 ທຸກລໍາທີ່ມີຢູ່ໃນປະເທດ ຫລັງເກີດເຫດເສົ້າສະຫລົດຕໍ່ເຮືອບິນລຸ້ນດັ່ງກ່າວຂອງສາຍການບິນເຈຈູ ແອ ຈົນມີຜູ້ເສຍຊີວິດສູງເຖິງ 179 ຄົນ.

      ກະຊວງຄົມມະນາຄົມ ສ.ເກົາຫລີ ອອກຖະແຫລງການກ່ຽວກັບການກວດສອບສະພາບ, ປະຫວັດການນໍາໃຊ້ ແລະ ປະຫວັດການສ້ອມແປງຂອງເຮືອບິນໂດຍສານໂບອິ້ງ 737-800 ທີ່ມີການຈົດທະບຽນໃນປະເທດ 101 ລໍາ ຈາກສາຍການບິນ 6 ແຫ່ງ.

      ການເຄື່ອນໄຫວດັ່ງກ່າວຂອງລັດຖະບານ ສ.ເກົາຫລີ ເກີດຂຶ້ນ ພາຍຫລັງຖ້ຽວບິນ 7ຊີ2216 ຂອງເຈຈູ ແອ ເຊິ່ງເດີນທາງມາຈາກສະໜາມບິນນາໆຊາດສຸວັນນະພູມ ແລະ ໃຊ້ເຮືອບິນໂດຍສານລຸ້ນດັ່ງກ່າວ ປະສົບອຸບັດຕິເຫດມື່ນອອກນອກລັນເວ ແລ້ວເສຍຫລັກຕໍາໃສ່ກໍາແພງຂອງສະໜາມບິນນາໆຊາດມູອັນໃນແຂວງຊ໊ອດລາໃຕ້ ທາງຕາເວັນຕົກສຽງໃຕ້ຂອງປະເທດ ສົ່ງຜົນເຮັດໃຫ້ເກີດໄຟໄໝ້ ມີຜູ້ເສຍຊີວິດ 179 ຄົນ ໃນຈໍານວນນີ້ເປັນຄົນໄທ 2 ຄົນ ແລະ ລອດຊີວິດພຽງ 2 ຄົນ.

       ນອກເໜືອຈາກການສອບສວນໂດຍລັດຖະບານ, ເຫດການທີ່ເກີດຂຶ້ນກັບເຈຈູ ແອ ເຮັດໃຫ້ບັນດາຜູ້ຊ່ຽວຊານອອກມາຕັ້ງຄໍາຖາມຫລາຍຢ່າງ ລວມທັງໂຄງລ່າງພື້ນຖານຂອງສະໜາມບິນນາໆຊາດມູອັນ ເຊິ່ງເປັນພື້ນທີ່ເກີດເຫດ ໂດຍສະເພາະກໍາແພງຄອນກີດທີ່ຢູ່ປາຍລັນເວ ເຊິ່ງຜູ້ຊ່ຽວຊານຫລາຍຄົນກ່າວເປັນສຽງດຽວກັນວ່າ: ບໍ່ຄວນມີຢູ່ ແລະ ໂຄງສ້າງໃນບໍລິເວນນັ້ນຄວນເປັນພຽງຮົ້ວເທົ່ານັ້ນ.

ສ.ເກົາຫລີ ສັ່ງກວດເຮືອບິນໂບອິ້ງ 737-800 ຫລັງເກີດເຫດເສົ້າຕໍ່ ເຈຈູ ແອ - 5 - ສ.ເກົາຫລີ ສັ່ງກວດເຮືອບິນໂບອິ້ງ 737-800 ຫລັງເກີດເຫດເສົ້າຕໍ່ ເຈຈູ ແອ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!