ອາເມລິກາພົບໄຂ້ຫວັດສັດປີກກາຍພັນໃນທາງເດີນຫາຍໃຈຂອງມະນຸດ

ອາເມລິກາພົບໄຂ້ຫວັດສັດປີກກາຍພັນໃນທາງເດີນຫາຍໃຈຂອງມະນຸດ - 222 6 - ອາເມລິກາພົບໄຂ້ຫວັດສັດປີກກາຍພັນໃນທາງເດີນຫາຍໃຈຂອງມະນຸດ
ອາເມລິກາພົບໄຂ້ຫວັດສັດປີກກາຍພັນໃນທາງເດີນຫາຍໃຈຂອງມະນຸດ - kitchen vibe - ອາເມລິກາພົບໄຂ້ຫວັດສັດປີກກາຍພັນໃນທາງເດີນຫາຍໃຈຂອງມະນຸດ

      ເຊື້ອໄວຣັສໄຂ້ຫວັດສັດປີກ ເຊິ່ງພົບໃນຄົນເຈັບທີ່ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ໄດ້ກາຍພັນຈົນສາມາດປັບຕົວເຂົ້າກັບທາງເດີນຫາຍໃຈຂອງມະນຸດໄດ້ດີຂຶ້ນ ເຖິງວ່າຈະຍັງບໍ່ພົບຫລັກຖານວ່າ: ເຊື້ອພະຍາດສາມາດແຜ່ກະຈາຍຈາກຄົນສູ່ຄົນກໍຕາມ.

      ສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງອາເມລິກາ (CDC) ອອກຖະແຫລງການວ່າ: ເຊື້ອໄວຣັສທີ່ກວດພົບໃນລໍາຄໍຂອງຄົນເຈັບຄົນໜຶ່ງ ໃນລັດລຸຍເຊຍນາ ເຊິ່ງກ່ອນໜ້ານັ້ນມີການຢືນຢັນວ່າ: ຕິດເຊື້ອໄວຣັສໄຂ້ຫວັດສັດປີກ ສາຍພັນ H5N1 ມີການປ່ຽນແປງທາງພັນທຸກໍາເລັກໜ້ອຍ ເຊິ່ງອາດເຮັດໃຫ້ໄວຣັສຈັບຕົວກັບຕົວຮັບຈຸລັງບາງຊະນິດທີ່ຢູ່ໃນທາງເດີນຫາຍໃຈສ່ວນເທິງຂອງມະນຸດໄດ້ຫລາຍຂຶ້ນ.

ອາເມລິກາພົບໄຂ້ຫວັດສັດປີກກາຍພັນໃນທາງເດີນຫາຍໃຈຂອງມະນຸດ - Visit Laos Visit SALANA BOUTIQUE HOTEL - ອາເມລິກາພົບໄຂ້ຫວັດສັດປີກກາຍພັນໃນທາງເດີນຫາຍໃຈຂອງມະນຸດ

       ເຖິງຢ່າງໃດກໍຕາມ, ການປ່ຽນແປງດັ່ງກ່າວບໍ່ພົບໃນນົກ ແລະ ຝູງສັດປີກ ເຊິ່ງ CDC ຄາດວ່າ: ເປັນພາຫະແຜ່ເຊື້ອໃຫ້ຄົນເຈັບຜູ້ນີ້ ແລະ ຍັງໄວເກີນໄປທີ່ຈະສະຫລຸບວ່າ: ການປ່ຽນແປງທີ່ເກີດຂຶ້ນຈະເຮັດໃຫ້ເຊື້ອໄວຣັສແຜ່ກະຈາຍໄດ້ງ່າຍຂຶ້ນ ຫລື ເຮັດໃຫ້ເກີດພະຍາດຮ້າຍແຮງຂຶ້ນໃນມະນຸດ.

      ເຖິງວ່າການກາຍພັນອາດເຮັດໃຫ້ເຊື້ອໄວຣັສເຂົ້າສູ່ຈຸລັງໃນຮ່າງກາຍມະນຸດໄດ້ງ່າຍຂຶ້ນ, ແຕ່ CDC ກ່າວວ່າ: ຕ້ອງໄດ້ຮັບການຢືນຢັນດ້ວຍການທົດລອງເພີ່ມອີກກັບສັດ. ຂະນະທີ່ການກາຍພັນທີ່ຄ້າຍຄືກັນ ເຄີຍຖືກພົບໃນຄົນເຈັບໜັກໃນອະດີດ, ແຕ່ບໍ່ໄດ້ກະຕຸ້ນໃຫ້ເກີດການແຜ່ລະບາດເປັນວົງກວ້າງໃນມະນຸດ.

      ເຖິງຢ່າງໃດກໍຕາມ, ດຣ. ແອງເຈລາ ຣາສມຸສເຊນ ນັກໄວຣັສວິທະຍາ ຈາກມະຫາວິທະຍາໄລຊັສແຄດເຊວັນ ໃນການາດາ ອະທິບາຍວ່າ: ການກາຍພັນອາດບໍ່ກັງວົນເທົ່າການລະບາດໂດຍລວມ ເຊິ່ງສິ່ງນີ້ຈະເພີ່ມໂອກາດໄຂ້ຫວັດສັດປີກຈະລວມຕົວ ຫລື ປະສົມເຂົ້າຊຸດຢີນໃໝ່ (reassortment) ຂອງໄຂ້ຫວັດຕາມລະດູການ ເຊິ່ງອາດນໍາໄປສູ່ວິວັດທະນາການກ້າວກະໂດດຢ່າງວ່ອງໄວໃນໄລຍະເວລາສັ້ນໆ ເຊັ່ນດຽວກັບຂະບວນການທີ່ເຮັດໃຫ້ເກີດພະຍາດລະບາດ ໃນປີ 1918 ແລະ 2009.

ອາເມລິກາພົບໄຂ້ຫວັດສັດປີກກາຍພັນໃນທາງເດີນຫາຍໃຈຂອງມະນຸດ - 3 - ອາເມລິກາພົບໄຂ້ຫວັດສັດປີກກາຍພັນໃນທາງເດີນຫາຍໃຈຂອງມະນຸດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!