ສ.ເກົາຫລີ ເລີ່ມໄວ້ອາໄລ 7 ວັນ ເຫດການເຮືອບິນ ເຈຈູ ແອ


ສ.ເກົາຫລີ ເລີ່ມພິທີໄວ້ອາໄລຢ່າງເປັນທາງການໃຫ້ຜູ້ເສຍຊີວິດ 179 ຄົນ ຈາກເຫດການເຮືອບິນໂດຍສານຂອງ ເຈຈູ ແອ ແລ່ນຫລຸດລັນເວຈົນເກີດໄຟໄໝ້.
ທ່ານ ຊາເວ ຊັງ-ມ໊ອກ ຮັກສາການປະທານາທິບໍດີ ສ.ເກົາຫລີ ນໍາພາຄະນະລັດຖະບານເດີນທາງມາສູນກິລາປະຈໍາເມືອງມູອັນ ແຂວງຊ໊ອດລາໃຕ້ ທາງຕາເວັນຕົກສຽງໃຕ້ຂອງປະເທດ ເພື່ອຮ່ວມວາງດອກໄມ້ ແລະ ສະແດງຄວາມເຄົາລົບທີ່ປ້າຍຊື່ຂອງຜູ້ເສຍຊີວິດ 179 ຄົນ ໃນຈໍານວນນີ້ເປັນຊາວໄທ 2 ຄົນ ຈາກເຫດການຖ້ຽວບິນ 7ຊີ2216 ຂອງເຈຈູ ແອ ມື່ນອອກນອກລັນເວຂອງສະໜາມບິນມູອັນ ຈົນເກີດໄຟໄໝ້ ແລະ ມີຜູ້ລອດຊີວິດພຽງ 2 ຄົນ ໃນວັນທີ 29 ທັນວາຜ່ານມາ.
ການໄວ້ອາໄບທົ່ວ ສ.ເກົາຫລີ ຈະເກີດຂຶ້ນເປັນເວລາ 7 ວັນ ເລີ່ມແຕ່ວັນທີ 29 ທັນວາຜ່ານມາ ຈົນຮອດວັນທີ 4 ມັງກອນນີ້ ໂດຍສະຖານທີ່ລັດຖະການທຸກແຫ່ງໃນ ສ.ເກົາຫລີ ເອົາທຸງລົງເຄິ່ງເສົາ, ເຈົ້າໜ້າທີ່ລັດແຕ່ງກາຍດ້ວຍຊຸດສີດໍາ.
ຂະນະທີ່ມີລາຍງານອີກວ່າ: ພາກເອກະຊົນຫລາຍແຫ່ງກໍາລັງພິຈາລະນາຫລຸດລະດັບ ຫລື ຍົກເລີກການຈັດງານສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ເພື່ອຮ່ວມສະແດງຄວາມໄວ້ອາໄລໃຫ້ຜູ້ເສຍຊີວິດ.