ຈີນເພີ່ມອາຍຸກະສຽນຄົນຂັບລົດເມ-ລົດບັນທຸກ
December 30, 2024 - 1:26 PM


ຈີນແກ້ໄຂລະບຽບຂໍ້ບັງຄັບການຂັບຂີ່ ເພື່ອຂະຫຍາຍເພດານຈໍາກັດອາຍຸຄົນຂັບລົດເມ ແລະ ລົດບັນທຸກຂະໜາດກາງ ແລະ ຂະໜາດໃຫຍ່ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມຍືດອາຍຸກະສຽນ ແລະ ຮອງຮັບແຮງງານສູງອາຍຸ.
ລະບຽບຂໍ້ບັງຄັບສະບັບແກ້ໄຂລະບຸວ່າ: ເພດານຈໍາກັດອາຍຸສູງສຸດຂອງການຂໍໃບອະນຸຍາດຂັບຂີ່ລົດເມ ຫລື ລົດບັນທຸກຂະໜາດກາງ ຫລື ຂະໜາດໜັກ ລວມທັງການບໍລິຫານຈັດການລົດເຫລົ່ານີ້ ໄດ້ຮັບການເພີ່ມຈາກ 60 ເປັນ 63 ປີ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ 2025.
ທັງນີ້, ພະນັກງານຂັບລົດທີ່ມີອາຍຸຫລາຍກວ່າ 63 ປີ ເຊິ່ງມີຈຸດປະສົງຈະຂັບລົດເຫລົ່ານີ້ຕໍ່ໄປ ອາດຍື່ນຂໍຕໍ່ອາຍຸໃບອະນຸຍາດ, ພ້ອມຜ່ານການກວດສຸຂະພາບຮ່າງກາຍ, ການທົດສອບປະເມີນຄວາມຈໍາ, ການຕັດສິນໃຈ ແລະ ປະຕິກິລິຍາໂຕ້ຕອບ ໂດຍກະຊວງຄວາມໝັ້ນຄົງສາທາລະນະລະບຸວ່າ: ການຕໍ່ອາຍຸດັ່ງກ່າວຕ້ອງບໍ່ເກີນ 3 ປີ.