ອາກາດຈະເຢັນລົງ 1-2 ອົງສາໃນແຕ່ລະພາກ ນະຄອນຫລວງວຽງຈັນ ຕໍ່າສຸດ 16 ອົງສາ ແລະ ລົມພັດແຮງຢູ່ແຂວງພາກໃຕ້

ອາກາດຈະເຢັນລົງ 1-2 ອົງສາໃນແຕ່ລະພາກ ນະຄອນຫລວງວຽງຈັນ ຕໍ່າສຸດ 16 ອົງສາ ແລະ ລົມພັດແຮງຢູ່ແຂວງພາກໃຕ້ - 471772490 1065036165650689 7478637992457394131 n - ອາກາດຈະເຢັນລົງ 1-2 ອົງສາໃນແຕ່ລະພາກ ນະຄອນຫລວງວຽງຈັນ ຕໍ່າສຸດ 16 ອົງສາ ແລະ ລົມພັດແຮງຢູ່ແຂວງພາກໃຕ້
ອາກາດຈະເຢັນລົງ 1-2 ອົງສາໃນແຕ່ລະພາກ ນະຄອນຫລວງວຽງຈັນ ຕໍ່າສຸດ 16 ອົງສາ ແລະ ລົມພັດແຮງຢູ່ແຂວງພາກໃຕ້ - kitchen vibe - ອາກາດຈະເຢັນລົງ 1-2 ອົງສາໃນແຕ່ລະພາກ ນະຄອນຫລວງວຽງຈັນ ຕໍ່າສຸດ 16 ອົງສາ ແລະ ລົມພັດແຮງຢູ່ແຂວງພາກໃຕ້

ພະຍາກອນວ່າ: ສະພາບອາກາດ ແຕ່ເວລາ 7 ໂມງ ຂອງວັນທີ 30/12/2024 ຫາ ເວລາ 7 ໂມງ ຂອງວັນທີ 31/12/2024 ມວນອາກາດໜາວເຢັນທີີ່ປະເທດຈີນ ຍັງຈະສືບຕໍ່ແຜ່ລົງມາປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບ ກະແສລົມຕາເວັນອອກສຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຍັງ ຈະເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຍັງຈະໜາວເຢັນ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີ ໝອກໜາປົກຫຸ້ມ ແລະ ຈະມີຈະລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນຕືີ່ມອີກ.

ພາກເໜືອດ້ານຕາເວັນອອກ: (ແຂວງຜົ້ງສາລີ, ວຽງໄຊ, ຊາເໜືອ ແລະຊຽງຂວາງ): ອາກາດຍັງຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 8-18 ອົງສາ.

ອາກາດຈະເຢັນລົງ 1-2 ອົງສາໃນແຕ່ລະພາກ ນະຄອນຫລວງວຽງຈັນ ຕໍ່າສຸດ 16 ອົງສາ ແລະ ລົມພັດແຮງຢູ່ແຂວງພາກໃຕ້ - Visit Laos Visit SALANA BOUTIQUE HOTEL - ອາກາດຈະເຢັນລົງ 1-2 ອົງສາໃນແຕ່ລະພາກ ນະຄອນຫລວງວຽງຈັນ ຕໍ່າສຸດ 16 ອົງສາ ແລະ ລົມພັດແຮງຢູ່ແຂວງພາກໃຕ້

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນ້ຳ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີ ໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 11-30 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນ ແລະ ຈະມີລົມພັດແຮງເປັນບາງ ໂອກາດຢູ່ບາງບໍລິເວນ. ອຸນຫະພມໃນລະຫວ່າງ 16-30 ອົງສາ.

ພາກກາງ: ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພມໃນລະຫວ່າງ 12-29 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 11-31 ອົງສາ.

ພາກໃຕ້: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 14-32 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 12-24 ອົງສາ.

ອາກາດຈະເຢັນລົງ 1-2 ອົງສາໃນແຕ່ລະພາກ ນະຄອນຫລວງວຽງຈັນ ຕໍ່າສຸດ 16 ອົງສາ ແລະ ລົມພັດແຮງຢູ່ແຂວງພາກໃຕ້ - 5 - ອາກາດຈະເຢັນລົງ 1-2 ອົງສາໃນແຕ່ລະພາກ ນະຄອນຫລວງວຽງຈັນ ຕໍ່າສຸດ 16 ອົງສາ ແລະ ລົມພັດແຮງຢູ່ແຂວງພາກໃຕ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!