ບັນຫາຂາດແຄນແຮງງານ ເປັນວຽກທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ສືບຕໍ່ແກ້ໄຂ

ບັນຫາຂາດແຄນແຮງງານ ເປັນວຽກທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ສືບຕໍ່ແກ້ໄຂ - dFQROr7oWzulq5FZYj3KdUmeTxmDQNQXrUqKEMJAp5thflHwh0j0VImHiOsaH9OTgLy - ບັນຫາຂາດແຄນແຮງງານ ເປັນວຽກທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ສືບຕໍ່ແກ້ໄຂ
ບັນຫາຂາດແຄນແຮງງານ ເປັນວຽກທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ສືບຕໍ່ແກ້ໄຂ - kitchen vibe - ບັນຫາຂາດແຄນແຮງງານ ເປັນວຽກທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ສືບຕໍ່ແກ້ໄຂ

ໂດຍ: ຜາຕຸງ

ແຮງງານແມ່ນ ປັດໄຈສຳຄັນໃນການຂັບເຄື່ອນເສດຖະກິດຂອງແຕ່ລະປະເທດໃຫ້ກ້າວໄປໜ້າ ຫາກຂາດແຮງງານ ໂດຍສະເພາະແມ່ນແຮງງານທີ່ມີສີມື ມີຄວາມຮູ້ຄວາມສາມາດໃນລະດັບອັນແນ່ນອນຈະເຮັດໃຫ້ ການພັດທະນາບໍ່ກ້າວໜ້າ ແລະ ໄລຍະຫຼັງໆມານີ້ຢູ່ລາວເຮົາກໍເລີ່ມເຫັນວ່າຫຼາຍຫົວໜ່ວຍໂຮງຈັກ ໂຮງງານ ເລີ່ມຂາດແຄນແຮງງານລົງ ເຮັດໃຫ້ການດຳເນີນທຸລະກິດມີຄວາມຫຍຸ້ງຍາກຂຶ້ນ ຫຼາຍຫົວໜ່ວຍທຸລະກິດຕ້ອງໄດ້ໃຊ້ຮູບການຕ່າງໆເພື່ອດຶງດູດເອົາແຮງງານເຂົ້າເຮັດວຽກໃນຂະແໜງການຂອງຕົນ.

ບັນຫາຂາດແຄນແຮງງານ ເປັນວຽກທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ສືບຕໍ່ແກ້ໄຂ - Visit Laos Visit SALANA BOUTIQUE HOTEL - ບັນຫາຂາດແຄນແຮງງານ ເປັນວຽກທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ສືບຕໍ່ແກ້ໄຂ

ຖ້າຕັ້ງຄຳຖາມວ່າຍ້ອນເຫດຜົນໃດ ຢູ່ລາວຈຶ່ງຂາດແຄນແຮງງານຫຼາຍແທ້, ຄຳຕອບກໍມີຫຼາຍເຫດຜົນ ສະພາບການຂາດແຮງງານຢູ່ປະເທດເຮົາເລີ່ມປາກົດເຫັນແຈ້ງໃນໄລຍະທີ່ມີການລະບາດຂອງພະຍາດ ໂກວິດ -19 ເປັນເປັນຕົ້ນມາ ແຕ່ພັດມາຊ້ຳເຕີມໜັກໜ່ວງທີ່ສຸດຢູ່ໃນໄລຍະທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເປັນຕົ້ນແມ່ນເງິນກີບອ່ອນຄ່າ, ອັດຕາເງິນເຟີ້ສູງ, ຄ່າຄອງຊີບແພງຄ່າແຮງງາານຕ່ຳ ແລະ ອີກຫຼາຍຢ່າງມາກະທົບໃສ່ ເຮັດໃຫ້ສະພາບແຮງງານລາວຫຼາຍລະດັບ ພາກັນຫຼັ່ງໄຫຼໄປອອກແຮງງານຢູ່ຕ່າງປະເທດ ສົ່ງຜົນກະທົບຕໍ່ພາຍໃນປະເທດ.

ບັນຫານີ້ ໃນກອງປະຊຸມ ສະໄໝສາມັນເທື່ອທີ VIII ຂອງສະພາແຫ່ງຊາດຊຸດທີ IX ບັນດາສະມາຊິກສະພາແຫ່ງຊາດມີຄວາມສົນໃຈຫຼາຍ ແລະ ໄດ້ຕັ້ງຄຳຖາມເຈາະຈີ້ມຕໍ່ລັດຖະບານ ເພື່ອຊີ້ແຈງເຖິງມາດຕະການ ແລະ ວິທີການແກ້ໄຂບັນຫາການຂາດແຄນແຮງງານຢູ່ລາວໃນຕໍ່ໜ້າມີຄືແນວໃດ?

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ  ຫົວໜ້າຄະນະລັດຖະບາງໄດ້ຊືີ້ແຈງວ່າ: ການແກ້ໄຂບັນຫາການຂາດແຄນແຮງງານເປັນໜຶ່ງໃນບັນຫາເຄັ່ງຮ້ອນທາງດ້ານສັງຄົມທີ່ລັດຖະບານໄດ້ສຸມໃສ່ແກ້ໄຂ ແຕ່ຢາກໃຫ້ເຂົ້າໃຈແຈ້ງຕື່ມວ່າ: ໃນຕໍ່ໜ້າລັດຖະບານຈະສຸມໃສ່ມາດຕະການຈຳນວນໜຶ່ງເປັນຕົ້ນ: ຮີບຮ້ອນທົບທວນ ແລະ ປັບປຸງຄືນບັນດານະໂຍບາຍມະຫາພາກດ້ານການສ້າງສີມືແຮງງານ ຊຶ່ງກອງປະຊຸມສະພາແຫ່ງຊາດຄັ້ງນີ້ໄດ້ຜ່ານຮ່າງກົດໝາຍສະບັບປຸງປັບເຊື່ອວ່າເມື່ອຜ່ານແລະປະກາດໃຊ້ແລ້ວ ລັດຖະບານຈະຮີບຮ້ອນປັບປຸງນະໂຍ ບາຍທີ່ເປັນນິຕິກຳລຸ່ມກົດໝາຍໃຫ້ໄວ;  ຂະຫຍາຍໂຮງຮຽນສາມັນວິຊາຊີບໃຫ້ຫຼາຍຂຶ້ນກວ່າເກົ່າເພື່ອໃຫ້ນັກຮຽນທີ່ຮຽນຈົບສາຍສາມັນວິຊາຊີບແລ້ວບໍ່ມີຈຸດປະສົງຮຽນຕໍ່ໃນສາຍ ອາຊີວະສຶກສາ ຫຼືວ່າ ມະ ຫາວິທະຍາໄລກໍສາມາດເຂົ້າເຮັດວຽກໄດ້ເລີຍ;  ສືບຕໍ່ປັບປຸງນະໂຍບາຍການຊຸກຍູ້ສົ່ງເສີມໃຫ້ຜູ້ປະ ກອບການມີສ່ວນຮ່ວມໃນການພັດທະນາສ້າງສີມືແຮງງານໂດຍສະເພາະແມ່ນນະໂຍບາຍດ້ານອາກອນ ນະໂຍບາຍການເຂົ້າເຂົ້າເຖິງແຫຼ່ງທຶນ ຫຼື ນະໂຍບາຍທາງດ້ານຄ່າເຊົ່າສຳປະທານທີ່ດິນສຳລັບຜູ້ປະກອບການທີ່ໄດ້ສົ່ງເສີມແລະສ້າງສີມືແຮງງານໄດ້ຫຼາຍ ສິ່ງສຸດທ້າຍແມ່ນ ປັບປຸງຂອດປະສານງານ ລະຫວ່າງຜູ້ອອກແຮງງານ ແລະ ຜູ້ມີສີມືແຮງງານໃຫ້ກົມກຽວກັນເພື່ອສ້າງແຮງງານໃຫ້ຖືກຕ້ອງຕາມຄວາມຕ້ອງການຂອງຕະຫຼາດແຮງງານ.

ຕໍ່ບັນຫາທັງໝົດທີ່ເກີດຂຶ້ນນີ້ ຜ່ານມາລັດຖະບານໄດ້ມີຄວາມພະຍາຍາມປະຕິບັດມາຕະການຕ່າງໆ ເພີ່ມທະວີຄວາມເອົາໃຈໃສ່ ແລະ ພັດທະນາສີມືແຮງງານໃນຫຼາຍຮູບແບເຊັ່ນ: ການລະດົມໃຫ້ຜູ້ປະ ກອບການມີນະໂຍບາຍຕໍ່ແຮງງານລາວດ້ວຍການສ້າງເງື່ອນໄຂພັດທະນາສີມືແຮງງານກັບທີ່ ໂດຍສະເພາະແມ່ນບັນ ດາໂຮງງານອຸດສາຫະກຳຕ່າງໆກໍສາມາດແກ້ໄຂໄດ້ດີສົມຄວນ ແຕ່ການອີງໃສ່ການຂະຫຍາຍຕົວທາງດ້ານເສດຖະກິດກໍເຫັນໄດ້ວ່າພວກເຮົາຍັງຂາດແຄນແຮງງານຫຼາຍ ດັ່ງນັ້ນ ທຸກຂະແໜງການ ທຸກຫົວໜ່ວຍທຸລະກິດ ທີ່ນຳໃຊ້ແຮງງານ ຄວນເປັນເຈົ້າການຮ່ວມກັບພາກລັດໃນການແກ້ໄຂທາງອອກຊ່ວຍໃຫ້ແຮງງານລາວໄດ້ຮັບການຍົກລະດັບທາງດ້າານສີມືແຮງງານສູງຂຶ້ນ ເປີດໂອກາດໃຫ້ແຮງງານທຸກລະດັບໄດ້ເຂົ້າຮ່ວມວຽກງານຫຼາຍຂຶ້ນ ຊຶ່ງຈະເປັນພື້ນຖານສຳຄັນໃນການແກ້ໄຂໃຫ້ຂາດຕົວ.

ບັນຫາຂາດແຄນແຮງງານ ເປັນວຽກທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ສືບຕໍ່ແກ້ໄຂ - 5 - ບັນຫາຂາດແຄນແຮງງານ ເປັນວຽກທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ສືບຕໍ່ແກ້ໄຂ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!