ປີ 2024 ມີອຸປະຕິເຫດ 6,100 ຄັ້ງ ເສຍຊີວິດ 837 ຄົນ
December 28, 2024 - 4:55 PM


ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຜູ້ເຮັດໜ້າທີ່ຊີ້ນໍາມະຫາພາກຕາມສາຍຕັ້ງວິຊາສະເພາະໃຫ້ສໍາພາດຕໍ່ສຳນັກຂ່າວນັສືພິມຄວາມສະຫງົບວັນທີ 27 ທັນວາ 2024 ວ່າ: ໃນປີ 2024 ທົ່ວປະເທດມີອຸປະຕິເຫດເກີດຂຶ້ນທັງໝົດຈຳນວນ 6,100 ຄັ້ງ, ພາຫະນະເປ່ເພ 10,818 ຄັນ, ຄົນໄດ້ຮັບບາດເຈັບ 9,261 ຄົນ, ເສຍຊີວິດ 837 ຄົນ. ສະເພາະໄລຍະປີໃໝ່ສາກົນ ຄສ 2024 ທີ່ຜ່ານມາ ມີອຸປະຕິເຫດເກີດຂຶ້ນ ທັງໝົດ ຈໍານວນ 148 ຄັ້ງ, ພາຫະນະເປ່ເພ 269 ຄັນ, ຄົນໄດ້ຮັບບາດເຈັບ 227 ຄົນ, ຄົນເສຍຊີວິດ ຈໍານວນ 21 ຄົນ ຍິງ 1 ຄົນ ເຊິ່ງສ້າງຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ ແລະ ຊັບສິນຢ່າງມະຫາສານ.