ໄຊສົມບູນ

- 23754658 512090265832915 4559562851404720137 n - ໄຊສົມບູນ
- kitchen vibe - ໄຊສົມບູນ

ໄຊສົມບູນເປັນແຂວງ ສ້າງ ຕັ້ງຂຶ້ນໃໝ່ໃນວັນທີ 13 ທັນວາ 2013 ຕັ້ງຢູ່ພາກກາງ ຂອງປະ ເທດລາວ. ທິດເໜືອ ແລະ ທິດຕາເວັນອອກຕິດກັບແຂວງຊຽງ ຂວາງ, ທິດໃຕ້ຕິດກັບ ແຂວງ ບໍລິຄຳໄຊ ແລະ ທິດຕາເວັນຕົກຕິດກັບແຂວງວຽງຈັນ, ປະກອບ ດ້ວຍ 5 ເມືອງຄື: ເມືອງອານຸວົງ, ເມືອງລ້ອງແຈ້ງ, ເມືອງລ້ອງ ຊານ, ເມືອງຮົ່ມ ແລະ ເມືອງທ່າ ໂທມ ມີປະຊາ ກອນທັງໝົດປະ ມານ 80.000 ກວ່າຄົນ ເຊິ່ງສ່ວນໃຫຍ່ແມ່ນຊົນເຜົ່າມົ້ງ, ເປັນ ແຂວງທີ 18 ຂອງປະເທດ, ມີອາ ກາດສົດຊື່ນເຢັນດີ, ອຸນຫະພູມ ສະເລ່ຍ 18-20 ອົງສາ ເນື້ອທີ່ ສ່ວນໃຫຍ່ເປັນເຂດພູດອຍສູງ ຊັນມີຊັບພະຍາກອນທຳມະຊາດອຸດົມສົມບູນ, ມີວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊົນເຜົ່າ, ປະຊາຊົນມີຄວາມ ດຸໝັ່ນຫ້າວຫັນ, ມີຄວາມສາ ມັກຄີ, ມີນ້ຳໃຈເອື້ອອາລີໄມຕີຈິດ, ຍິ້ມແຍ້ມແຈ່ມໃສຕ້ອນຮັບແຂກ ຜູ້ມາຢ້ຽມຢາມດ້ວຍຄວາມອົບອຸ່ນ ແລະ ຈິງໃຈ.

- 23031519 1445225055574760 8755756657860202481 n 300x225 - ໄຊສົມບູນ

- Visit Laos Visit SALANA BOUTIQUE HOTEL - ໄຊສົມບູນ

- 22853190 1445225192241413 2984609731717567117 n 300x225 - ໄຊສົມບູນ

+ ບໍລິຄຳໄຊກຽມເປີດປີທ່ອງທ່ຽວລາວພ້ອມກັບບຸນພະບາດໂພນສັນ

+ ແຂວງເຊກອງມີຫລາຍກິດຈະກຳທີ່ໜ້າທ່ຽວຊົມໃນປີທ່ອງທ່ຽວ

ດັ່ງທີ່ພວກເຮົາຮູ້ນຳກັນ ແລ້ວວ່າ: ພູເບ້ຍເປັນພູສູງທີ່ສຸດ ໃນປະເທດລາວ ປະມານ 2,820 ແມັດທຽບໃສ່ລະດັບ ໜ້ານ້ຳທະເລ, ຕັ້ງຢູ່ເມືອງ ອານຸວົງຫ່າງຈາກເທສະບານ ແຂວງໄປທາງ ທິດເໜືອປະມານ30 ກິໂລແມັດ, ຢູ່ເທິງຈອມພູ ເບ້ຍອຸນຫະພູມສະເລ່ຍລົບ 4-5 ອົງສາ, ອຸດົມສົມບູນດ້ວຍ ຊີວະນານາພັນ ແລະ ມີສັດປ່າ ຫລາຍຊະນິດອາໄສຢູ່, ພິເສດ ມີພືດຊະນິດໜຶ່ງ ປົກຫຸ້ມທົ່ວພື້ນ ດິນຄ້າຍຄືກອງເຟືອງເວລາເຮົາ ຍ່າງຢຽບຈະຮູ້ສຶກອ່ອນນວມ ແລະ ມີໄມ້ມຸງຄຸນທີ່ຫາຍາກ ເຊັ່ນ: ໄມ້ໂລ່ງເລ່ງເປັນຈຳນວນຫລາຍ ພັນຕົ້ນຢັ່ງຢາຍ ໄປຕາມເປີ້ນພູ, ເຊິ່ງເໝາະແກ່ ການທ່ຽວຊົມພັກ ຜ່ອນຕາກອາກາດ ສຳລັບຜູ້ ທີ່ມັກທ້າທາຍກັບຄວາມໜາວ ເຢັນ ແລະ ມີຖ້ຳເຈົ້າອານຸວົງທີ່ ຕັ້ງຢູ່ບ້ານພູຫົວຊ້າງຫ່າງຈາກ ເທສະບານເມືອງອະນຸວົງໄປ ທາງ ທິດເໜືອປະມານ 4 ກິໂລແມັດ ເປັນຖ້ຳທີ່ ເກີດຈາກທຳມະຊາດບໍລິເວນອ້ອມຮອບຖ້ຳນັ້ນຢັ່ງຢາຍ ໄປດ້ວຍສາຍພູນ້ອຍໃຫຍ່ມີສາຍ ນ້ຳຈ້າ ໄຫລຜ່ານບໍລິເວນໜ້າ ປາກຖ້ຳ ແລະ ແບ່ງເປັນ 2 ຖ້ຳຢູ່ ໃກ້ຄຽງ ກັນຄື: ຖ້ຳທີ 1 ສູງ 7 ແມັດ, ກວ້າງ 4 ແມັດ, ເລີກ 30 ແມັດ ແລະ ຖ້ຳທີ 2 ສູງ 3,5 ແມັດ ກວ້າງປະມານ 5 ແມັດ ແລະ ເລິກ ເຂົ້າໄປ 300 ແມັດ, ຖ້ຳແຫ່ງນີ້ໄດ້ ມີປະຫວັດເລົ່າຂານກັນວ່າໃນເມື່ອ ກ່ອນ ເຈົ້າອະນຸວົງໄດ້ໃຊ້ເປັນບ່ອນ ຫລົບລີ້ສັດຕູໃນສະໄໝສະຫຍາມ ຮຸກຮານລາວຢູ່ເຂດຊຽງຂວາງ ຍ້ອນກຳລັງຂອງຝ່າຍສັດຕູມີ ຫລາຍກວ່າພະອົງ ຈິ່ງໄດ້ຍ້າຍທັບ ມາຕັ້ງ ຫລັກຢູ່ແຄມນ້ຳແຫ່ງນີ້ ແລ້ວຕັ້ງຊື່ວ່າເມືອງຈັ້ງນ້ຳ ຫລື ນ້ຳ ຈ້າໃນປັດຈຸບັນ.

- 23755286 512090329166242 3598737282446036148 n 300x225 - ໄຊສົມບູນ

- 23622405 512090465832895 3084030623398462505 n 225x300 - ໄຊສົມບູນ

- 23755286 512090329166242 3598737282446036148 n 1 300x225 - ໄຊສົມບູນ

- image 355 300x200 - ໄຊສົມບູນ

- hygg 300x159 - ໄຊສົມບູນ
(ຖ້ຳເຈົ້າອານຸວົງ)

- 23658749 1498288946929522 8423008334487002706 n 300x225 - ໄຊສົມບູນ

 

- 22366334 10208344896295080 1358513686471591899 n 300x225 - ໄຊສົມບູນ

- 253gf 1024x599 - ໄຊສົມບູນ

 

 

 

- 4 - ໄຊສົມບູນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!