ນັກໂທດຢູ່ໂມຊໍາບິກ 1,500 ກວ່າຄົນແຫກຄຸກ ທ່າມກາງຄວາມບໍ່ສະຫງົບຫລັງເລືອກຕັ້ງ


ນັກໂທດ 1,500 ກວ່າຄົນຫລົບໜີອອກຈາກຄຸກຢູ່ນະຄອນຫລວງມາປູໂຕ ເມືອງຫລວງຂອງໂມຊໍາບິກ ໃນວັນທີ 25 ທັນວາຜ່ານມາ ໂດຍອາໄສໂອກາດຈາກຄວາມບໍ່ສະຫງົບທາງການເມືອງຫລັງການເລືອກຕັ້ງ.
ທ່ານ ເບີນາດິໂນ ຣາຟາເອລ ຜູ້ບັນຊາການຕໍາຫລວດແຫ່ງຊາດຂອງໂມຊໍາບິກ ເປີດເຜີຍວ່າ: ນັກໂທດ 1,534 ຄົນ ຫລົບໜີອອກຈາກຄຸກ ເຊິ່ງຕັ້ງຢູ່ຫ່າງຈາກເມືອງຫລວງປະມານ 15 ກມ.
ທັງນີ້, ໃນບັນດາຜູ້ທີ່ພະຍາຍາມຫລົບໜີ ມີຜູ້ເສຍຊີວິດແລ້ວ 33 ຄົນ ແລະ ໄດ້ຮັບບາດເຈັບຢ່າງໜ້ອຍ 15 ຄົນ ຈາກການປະທະກັບເຈົ້າໜ້າທີ່. ຂະນະທີ່ປະຕິບັດການຄົ້ນຫາ ແລະ ໄລ່ລ່າ ເຊິ່ງໄດ້ຮັບການສະໜັບສະໜູນຈາກກອງທັບໄດ້ນໍາໄປສູ່ການຈັບກຸມນັກໂທດປະມານ 150 ຄົນ.
ນັກໂທດປະມານ 30 ຄົນ ມີການເຊື່ອມໂຍງກັບກຸ່ມຕິດອາວຸດທີ່ຢູ່ເບື້ອງຫລັງການສ້າງຄວາມບໍ່ສະຫງົບ ແລະ ການໂຈມຕີຢູ່ແຂວງກາໂບເດລກາໂດ ເຊິ່ງຢູ່ທາງພາກເໜືອຂອງປະເທດ ໃນໄລຍະ 7 ປີຜ່ານມາ.
ສໍາລັບຄວາມຮຸນແຮງຄັ້ງຫລ້າສຸດ ເກີດຂຶ້ນຫລັງສານສູງສຸດຂອງໂມຊໍາບິກຢືນຢັນວ່າ: ພັກເຟຣລິໂມ ເຊິ່ງຜູກຂາດການເປັນລັດຖະບານມາແຕ່ປີ 1975 ຊະນະການເລືອກຕັ້ງປະທານາທິບໍດີ ໃນວັນທີ 9 ຕຸລາຜ່ານມາ ເຖິງວ່າທ່ານ ດານຽວ ຊາໂປ ຫົວໜ້າພັກ ໄດ້ຄະແນນສຽງພຽງ 65.17% ເຊິ່ງໜ້ອຍກວ່າຜົນການລົງຄະແນນເບື້ອງຕົ້ນ ທີ່ປະກາດໂດຍຄະນະກໍາມະການການເລືອກຕັ້ງ ປະມານ 5%.
ໃນວັນທີ 25 ທັນວາຜ່ານມາ, ກຸ່ມຜູ້ປະທ້ວງໄດ້ເຄື່ອນທີ່ເຂົ້າໃກ້ຄຸກ ແລະ ສ້າງຄວາມບໍ່ສະຫງົບ ກ່ອນນັກໂທດຈໍານວນໜຶ່ງສາມາດພັງກໍາແພງແລ້ວຫລົບໜີອອກມາໄດ້.
ກະຊວງປ້ອງກັນຄວາມສະຫງົບໂມຊໍາບິກປະກາດວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 21 ຄົນ ລວມທັງເຈົ້າໜ້າທີ່ຕໍາຫລວດ 2 ຄົນ ພາຍໃນ 24 ຊົ່ວໂມງຫລັງເກີດການປະທະຢູ່ຖະໜົນ ໃນວັນທີ 24 ທັນວາຜ່ານມາ ແລະ ເກີດເຫດຮຸນແຮງຮ້າຍແຮງຢ່າງໜ້ອຍ 236 ຄັ້ງ ຫລັງກຸ່ມຊາຍຕິດອາວຸດໃຊ້ຂອງມີຄົມ ແລະ ອາວຸດປືນກໍ່ເຫດໂຈມຕີສະຖານີຕໍາຫລວດ, ຄຸກ ແລະ ໂຄງລ່າງພື້ນຖານອື່ນໆ.