“ແບງ ເລສເຕີ”​ ອິນຟູດັງຂອງໄທ ເສຍຊີວິດ​ປິດສະໜາ​ ໝໍແລັບແພນດ້າຊີ້ວ່າ ອາດຍ້ອນກິນເຫລົ້າຫລາຍເກີນ

"ແບງ ເລສເຕີ"​ ອິນຟູດັງຂອງໄທ ເສຍຊີວິດ​ປິດສະໜາ​ ໝໍແລັບແພນດ້າຊີ້ວ່າ ອາດຍ້ອນກິນເຫລົ້າຫລາຍເກີນ - 4DQpjUtzLUwmJZZSGowOUCtUA815DasiO1tRhwSrtklz - “ແບງ ເລສເຕີ”​ ອິນຟູດັງຂອງໄທ ເສຍຊີວິດ​ປິດສະໜາ​ ໝໍແລັບແພນດ້າຊີ້ວ່າ ອາດຍ້ອນກິນເຫລົ້າຫລາຍເກີນ
"ແບງ ເລສເຕີ"​ ອິນຟູດັງຂອງໄທ ເສຍຊີວິດ​ປິດສະໜາ​ ໝໍແລັບແພນດ້າຊີ້ວ່າ ອາດຍ້ອນກິນເຫລົ້າຫລາຍເກີນ - kitchen vibe - “ແບງ ເລສເຕີ”​ ອິນຟູດັງຂອງໄທ ເສຍຊີວິດ​ປິດສະໜາ​ ໝໍແລັບແພນດ້າຊີ້ວ່າ ອາດຍ້ອນກິນເຫລົ້າຫລາຍເກີນ

ວັນທີ 26 ທັນວາ 2024 ເພຈໝໍແລັບແພນດ້າ ຂອງໄທ ໄດ້ອອກມາໂພສສະແດງຄວາມເສຍໃຈ ຕໍ່ເຫດການ ນ້ອງແບງ ເລສເຕີ ອິນຟູດັງ ຈາກການແຣັບຂາຍພວງມາໄລລ້ຽງແມ່ເຖົ້າ ຊ່ວງຫລັງໆມັກຈະມີຄົນຈ້າງໃຫ້ກິນແນວແປກໆ.

ໝໍແລັບແພນດ້າກ່າວວ່າ: ຫລ້າສຸດ ນ້ອງໄດ້ເສຍຊີວິດແລ້ວ ໃນຊ່ວງເວລາປະມານ 3:40 ນາທີ ທີ່ຜ່ານມາ ຫລັງຈາກຖືກຈ້າງໃຫ້ດື່ມເຫລົ້າໃຫ້ໝົດແບນ ແລກກັບເງິນ 30,000 ບາດ.

"ແບງ ເລສເຕີ"​ ອິນຟູດັງຂອງໄທ ເສຍຊີວິດ​ປິດສະໜາ​ ໝໍແລັບແພນດ້າຊີ້ວ່າ ອາດຍ້ອນກິນເຫລົ້າຫລາຍເກີນ - Visit Laos Visit SALANA BOUTIQUE HOTEL - “ແບງ ເລສເຕີ”​ ອິນຟູດັງຂອງໄທ ເສຍຊີວິດ​ປິດສະໜາ​ ໝໍແລັບແພນດ້າຊີ້ວ່າ ອາດຍ້ອນກິນເຫລົ້າຫລາຍເກີນ

ໝໍແລັບໄດ້ກ່າວຕື່ມວ່າ: ຢ່າງທີ່ເຄີຍເຕືອນກັນມາຫລາຍຄັ້ງວ່າການດື່ມເຫລົ້າໃນປະລິມານຫລາຍໃນເວລາທີ່ສັ້ນແລະເປັນການດື່ມລວດດຽວໝົດ ມີການການເສຍຊີວິດມາແລ້ວຫລາຍກໍລະນີ.

ຮ່າງກາຍຄົນເຮົາບໍ່ຄືກັນ ບາງຄົນບໍ່ເປັນຫຍັງ ແຕ່ບາງຄົນເສຍຊີວິດໄດ້ ການດື່ມເຫລົ້າຫລາຍໆລວດດຽວໝົດແບບນີ້ ມັນອາດຈະເກີດພາວະແອວກໍຮໍເປັນພິດແບບກະທັນຫັນໄດ້ ເພາະອໍກໍຮໍມັນຖືກເຕີມເຂົ້າໄປເລື້ອຍໆ ບໍ່ປ່ອຍໃຫ້ຮ່າງກາຍມີເວລາຂັບແອວກໍຮໍອອກຈາກຮ່າງກາຍໄດ້ໝົດ.

ການດື່ມໄວໆ ຈະເຮັດໃຫ້ແອວກໍຮໍໃນກະແສເລືອດເພີ່ມສູງຂຶ້ນຍ່າງໄວວາ ສ່ຽງເຮັດໃຫ້ສະໝັກ, ຮາກ, ຫາຍໃຈບໍ່ອອກ, ຢຸດຫາຍໃຈ ຫລື ໝົດສະຕິ.
ຖ້າລະດັບແອວກໍຮໍໃນເລືອດ 100 ມີລີກຣາມເປັນເຊັນ ຫລື ດື່ມເຫລົ້າ 12 ຈອກ, ຈອກລະ 2 ຝາ ກຈະຈະເລີ່ມຍ່າງບໍ່ຊື່ແລ້ວ.
ຖ້າດື່ມຫລາຍກວ່າ 200 ມິລີກຣາມເປີເຊັນ ຫລື ດື່ມເຫລົ້າ 24 ຈອກ ຈອກລະ 2 ຝາ ຈະເລີ່ມມີອາການສັບສົນ.
ຖ້າດື່ມຫລາຍກວ່າ 300 ມິລີກຣາມເປີເຊັນ ຈະມີອາການຫາວນອນ, ງົງ ແລະ ຊື່ມ.
ແລະມັນຈະນ່າເປັນຫວງຫລາຍ ຖ້າລະດັບແອວກໍຮໍໃນເລືອດຫລາຍກວ່າ 400 ມິລີກຣາມເປີເຊັນ ອັນນີ້ອັນຕະລາຍຫລາຍໆ ຈະສະຫລົບໄປເລີິຍ ແລະ ບາງຄົນອາດເຖິງຕາຍໄດ້.

ການດື່ມເຫລົ້າຫລາຍໆໃນໄລຍະເວລາອັນສັ້ນໆ ຫລື ດື່ມລວດດຽວໝົດຈອກໃຫຍ່ໆ ມີກໍລະນີເສຍຊີວິດໃຫ້ເຫັນເປັນໄລຍະໄລຍະເລີຍ.

ທ່ານໝໍແລັບແພນດ້າໄດ້ກ່າວການສະແດງຄວາມເສຍໃຈຕໍ່ການຈາກໄປຂອງນ້ອງ ແບງ ເລສເຕີ ອິນຟູດັງ ຄັ້ງນີ້ດ້ວຍ.

"ແບງ ເລສເຕີ"​ ອິນຟູດັງຂອງໄທ ເສຍຊີວິດ​ປິດສະໜາ​ ໝໍແລັບແພນດ້າຊີ້ວ່າ ອາດຍ້ອນກິນເຫລົ້າຫລາຍເກີນ - 4 - “ແບງ ເລສເຕີ”​ ອິນຟູດັງຂອງໄທ ເສຍຊີວິດ​ປິດສະໜາ​ ໝໍແລັບແພນດ້າຊີ້ວ່າ ອາດຍ້ອນກິນເຫລົ້າຫລາຍເກີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!