ຫວຽດນາມອອກກົດໝາຍໃໝ່ຕ້ອງກວດສອບຕົວຕົນຜູ້ໃຊ້ໂຊຊຽວມີເດຍ,ຫ້າມເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ຫລິ້ນເກມອອນລາຍ

ຫວຽດນາມອອກກົດໝາຍໃໝ່ຕ້ອງກວດສອບຕົວຕົນຜູ້ໃຊ້ໂຊຊຽວມີເດຍ,ຫ້າມເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ຫລິ້ນເກມອອນລາຍ - internet1 1528710976 - ຫວຽດນາມອອກກົດໝາຍໃໝ່ຕ້ອງກວດສອບຕົວຕົນຜູ້ໃຊ້ໂຊຊຽວມີເດຍ,ຫ້າມເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ຫລິ້ນເກມອອນລາຍ
ຫວຽດນາມອອກກົດໝາຍໃໝ່ຕ້ອງກວດສອບຕົວຕົນຜູ້ໃຊ້ໂຊຊຽວມີເດຍ,ຫ້າມເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ຫລິ້ນເກມອອນລາຍ - kitchen vibe - ຫວຽດນາມອອກກົດໝາຍໃໝ່ຕ້ອງກວດສອບຕົວຕົນຜູ້ໃຊ້ໂຊຊຽວມີເດຍ,ຫ້າມເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ຫລິ້ນເກມອອນລາຍ

ສໍານັກຂ່າວຫວຽດນາມ VNExpress ລາຍງານວັນທີ 25 ທັນວາ 2024 ວ່າ: ຫວຽດນາມປະກາດໃຊ້ກົດລະບຽບໃໝ່ພາຍໃຕ້ ລັດຖະດໍາລັດ147 ໂດຍກໍານົດໃຫ້ ແພັດຟອມອອນລາຍໃຫຍ່ໆ ໂດຍສະເພາະ ເຟສບຸກ ແລະ ຕິກຕັອກ ຕ້ອງກວດສອບຕົວຕົນຂອງຜູ້ໃຊ້ ແລະ ສົ່ງມອບຂໍ້ມູນໃຫ້ທາງການ ເລີ່ມມີຜົນບັງຄັບໃຊ້ໃນວັນທີ 25 ທັນວາ 2024 ໂດຍລະບຸວ່າ ເວັບໄຊໂຊຊຽວມີເດຍທັງໝົດ ຈະຕ້ອງກຽມຂໍ້ມູນກ່ຽວກັບ “ຈໍານວນການເຂົ້າເບິ່ງທັງໝົດໃນຫວຽດນາມ ແລະ ຈໍານວນຜູ້ໃຊ້ປົກກະຕິຕໍ່ເດືອນ” ສົ່ງໃຫ້ທາງການ ພາຍໃນເວລາ 90 ມື້.

ຫວຽດນາມອອກກົດໝາຍໃໝ່ຕ້ອງກວດສອບຕົວຕົນຜູ້ໃຊ້ໂຊຊຽວມີເດຍ,ຫ້າມເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ຫລິ້ນເກມອອນລາຍ - Visit Laos Visit SALANA BOUTIQUE HOTEL - ຫວຽດນາມອອກກົດໝາຍໃໝ່ຕ້ອງກວດສອບຕົວຕົນຜູ້ໃຊ້ໂຊຊຽວມີເດຍ,ຫ້າມເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ຫລິ້ນເກມອອນລາຍ

ລັດຖະດໍາລັດ147 ໄດ້ຮັບການເສີມສ້າງຈາກກົດໝາຍຄວາມໝັ້ນຄົງທາງໄຊເບີໃນປີ 2018 ເຊິ່ງມີການວິພາກວິຈານຢ່າງຮຸນແຮງຈາກ ສ.ອາເມລິກາ, ສະຫະພາບເອີລົບ ແລະ ກຸ່ມຜູ້ສະໜັບສະໜູນເສລີພາບທາງອິນເຕີເນັດທີ່ບອກວ່າ ເປັນການຮຽນແບບການເຊັນເຊີອິນເຕີເນັດທີ່ເຂັ້ມງວດຂອງຈີນ.

ນອກຈາກນີ້ລັດຖະດໍາລັດຍັງລະບຸວ່າ ບັນຊີທີ່ໄດ້ຮັບການຢືນຢັນຕົວຕົນແລ້ວເທົ່ານັ້ນ ທີ່ຈະສາມາດຖ່າຍທອດສົດໄດ້ ນອກຈາກນີ້ ກົດໝາຍໃໝ່ຍັງໄດ້ລວມເຖິງການກໍາຈັດການຫລິ້ນເກມສໍາລັບຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ ເພື່ອປ້ອງກັນການຕິດເກມ.

ຂໍ້ມູນຈາກບໍລິສັດວິໄຈ Newzoo ລະບຸວ່າ ປະມານເຄິ່ງໜຶ່ງຂອງປະຊາກອນຫວຽດນາມຫລິ້ນເກມເປັນປະຈໍາ ໃນຂະນະທີ່ຈໍານວນໜຶ່ງໃຊ້ໂຊຊຽວມີເດຍ ໂດຍກະຊວງຂໍ້ມູນຂ່າວສານ ແລະ ການສື່ສານຂອງຫວຽດນາມປະເມີນວ່າ ປະເທດຫວຽດນາມ ມີຜູ້ໃຊ້ເຟສບຸກປະມານ 65 ລ້ານຄົນ, ຢູທູບ 60 ລ້ານຄົນ ແລະ ຕິກຕັອກ 20 ລ້ານຄົນ.

ຫວຽດນາມອອກກົດໝາຍໃໝ່ຕ້ອງກວດສອບຕົວຕົນຜູ້ໃຊ້ໂຊຊຽວມີເດຍ,ຫ້າມເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ຫລິ້ນເກມອອນລາຍ - 4 - ຫວຽດນາມອອກກົດໝາຍໃໝ່ຕ້ອງກວດສອບຕົວຕົນຜູ້ໃຊ້ໂຊຊຽວມີເດຍ,ຫ້າມເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ຫລິ້ນເກມອອນລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!