ຫ້າມເດັດຂາດ! ບໍ່ໃຫ້ສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າໄລຍະປີໃໝ່ສາກົນ ຖ້າຫາກກວດພົບຈະປັບໃໝຕາມລະບຽບການ

ຫ້າມເດັດຂາດ! ບໍ່ໃຫ້ສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າໄລຍະປີໃໝ່ສາກົນ ຖ້າຫາກກວດພົບຈະປັບໃໝຕາມລະບຽບການ - 471615794 1062169242604048 2630143701376914589 n - ຫ້າມເດັດຂາດ! ບໍ່ໃຫ້ສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າໄລຍະປີໃໝ່ສາກົນ ຖ້າຫາກກວດພົບຈະປັບໃໝຕາມລະບຽບການ
ຫ້າມເດັດຂາດ! ບໍ່ໃຫ້ສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າໄລຍະປີໃໝ່ສາກົນ ຖ້າຫາກກວດພົບຈະປັບໃໝຕາມລະບຽບການ - kitchen vibe - ຫ້າມເດັດຂາດ! ບໍ່ໃຫ້ສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າໄລຍະປີໃໝ່ສາກົນ ຖ້າຫາກກວດພົບຈະປັບໃໝຕາມລະບຽບການ

ວັນທີ 26 ທັນວາ 2024 ນີ້ ທ່ານ ນາງ ໄຊນາລອນ ຈຸນດາຣາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ຂອງໜັງສືພິມປະເທດລາວ ວ່າ: ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ເອົາໃຈໃສ່ເປັນພິເສດ ແລະ ຕິດຕາມກວດກາຢ່າງໃກ້ຊິດ ເພື່ອຄຸ້ມຄອງລາຄາສິນຄ້າ ໃນໄລຍະສະເຫລີມສະຫລອງບຸນປີໃໝ່ສາກົນ ຈົນຮອດບຸນປີໃໝ່ຊາວຈີນ ແລະ ຫວຽດນາມ ຢູ່ນະຄອນຫລວງວຽງຈັນ ໂດຍຈະໄດ້ຈັດຕັ້ງ ຄະນະລົງຕິດຕາມ ກວດກາລາຄາສິນຄ້າ, ການຕິດລາຄາເປັນເງິນກີບ (ເຈົ້າໜ້າທີ່ກວດກາການຄ້າ, ເຈົ້າໜ້າທີ່ຕຳຫລວດ, ອຳນາດການປົກຄອງ) ທັງນຳໃຊ້ມາດຕະການຢ່າງເດັຂາດຖ້າຫາກມີການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ແມ່ນຈະປັບໃໝຕາມລະບຽບການ. ສຳລັບຜູ້ດຳເນີນທຸລະກິດ ທີ່ລະເມີດດຳລັດ 474/ນຍ ທີ່ບໍ່ເປັນການກະທຳຜິດທາງອາຍາ ທີ່ພາຍຫລັງໄດ້ກ່າວເຕືອນ ແລະ ສຶກສາອົບຮົມແລ້ວສອງຄັ້ງ ໂດຍອີງໃສ່ມາດຕາ 26 ຂອງດຳລັດ ຈະຖືກປັບໃໝຕາມແຕ່ລະກໍລະນີ.

ວັນທີ 3 ຕຸລາ 2024 ຜ່ານມາ ກໍໄດ້ເຮັດບົດບັນທຶກກັບບໍລິສັດ ຊີພີລາວຈຳກັດ, ບໍລິສັດ ເບທາໂກ້ ຈຳກັດຜູ້ດຽວ, ສະຫະກອນ 3 ເອັຟ ຍືນຍົງຂອງລາວ ໃຫ້ນໍາເອົາຊີ້ນໝູອອກຈໍາໜ່າຍຢູ່ໃນຕະຫລາດເປັນປົກກະຕິ, ພ້ອມທັງໃຫ້ເຈົ້າຂອງຕະຫລາດ ແລະ ຄະນະຈັດສັນຕະຫລາດເອົາໃຈໃສ່ຕິດຕາມກວດ ກາລູກຂຽງ ຫລື ຜູ້ຄ້າຂາຍໃຫ້ຂາຍຕາມລາຄາທີ່ລັດກໍານົດຢ່າງເຂັ້ມງວດ ຖ້າມີການລະເມີດ ແມ່ນຈະໄດ້ປະຕິບັດມາດຕະການປັບໃໝ ຕໍ່ຜູ້ທີ່ລະເມີດ ແລະ ເຈົ້າຂອງຕະຫລາດ. ພ້ອມນີ້, ຖ້າຫາກພົບເຫັນການຂຶ້ນລາຄາສິນຄ້າ ຫລື ຕິດລາຄາເກີນກຳນົດ ແລະ ກັກຕຸນສິນຄ້າເພື່ອເກັງກຳໄລ ແມ່ນສາມາດໂທແຈ້ງເຂົ້າເບີ 030 5052 603 – 030 5026 806 ເພື່ອເປັນການໃຫ້ຂໍ້ມູນໄດ້.

ຫ້າມເດັດຂາດ! ບໍ່ໃຫ້ສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າໄລຍະປີໃໝ່ສາກົນ ຖ້າຫາກກວດພົບຈະປັບໃໝຕາມລະບຽບການ - Visit Laos Visit SALANA BOUTIQUE HOTEL - ຫ້າມເດັດຂາດ! ບໍ່ໃຫ້ສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າໄລຍະປີໃໝ່ສາກົນ ຖ້າຫາກກວດພົບຈະປັບໃໝຕາມລະບຽບການ

ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ປະຕິບັດຕາມຫລັກການຂອງລາຄາ ຢູ່ ສປປ ລາວ ຖືກກຳນົດດ້ວຍກົນໄກຕະຫລາດ ທີ່ມີການຄຸ້ມຄອງດັດສົມຂອງລັດ, ລັດເຄົາລົບສິດໃນການກຳນົດລາຄາ ແລະ ການແຂ່ງຂັນທາງດ້ານລາຄາ ຂອງຜູ້ດໍາເນີນທຸລະກິດ ຕາມລະບຽບກົດໝາຍ, ລັດນໍາໃຊ້ມາດຕະການໃນການຄຸ້ມຄອງລາຄາ ຕາມຄວາມຈໍາເປັນບົນພື້ນຖານຫລັກການ ບໍ່ຈຳແນກປະຕິບັດ ແລະ ຄວາມໂປ່ງໃສ. ມາດຕະການຄຸ້ມຄອງລາຄາໄດ້ກຳນົດເປັນ 2 ຮູບແບບຄື: ມາດຕະການຄວບຄຸມລາຄາ ແລະ ມາດຕະການຕິດຕາມ ເຊິ່ງການເໜັງຕີງຂອງລາຄາ (ອີງຕາມມາດຕາ 6 ຂອງດໍາລັດ 474/ນຍ) ໄດ້ມີມາດຕະການຄວບຄຸມລາຄາ (ບັນຊີ ກ ມີ 8 ປະເພດສິນຄ້າ) ມີ: ປະເພດນໍ້າມັນເຊື້ອໄຟ, ອາຍແກັສຫຸງຕົ້ມ, ເຂົ້າກິນ, ຊີ້ນໝູປະເພດ 1, ຊີ້ນໝູປະເພດ 2, ປານິນກະຊັງ, ໄກ່ພັນສາມສາຍເລືອດ, ໄຂ່ໄກ່ພັນ ເບີ 2 ແລະ ເບີ 3 ໄດ້ ກຳນົດລາຄາສູງສຸດ ແລະ ລາຄາຕໍ່າສຸດ ຫລື ຂອບເຂດລາຄາຂອງປະເພດຊີ້ນໝູ, ປານິນກະຊັງ, ເຂົ້າກິນ, ໄກ່ພັນປອກສາມສາຍເລືອດ,

ສ່ວນລາຄາໝູໜ້າຟາມສູງສຸດບໍ່ໃຫ້ເກີນ 49,000 ກີບຕໍ່ກິໂລ, ລາຄາໝູສີກ ຂ້າຄົວປາດແລ້ວສົ່ງເຖິງຕະຫລາດລາຄາສູງສຸດບໍ່ໃຫ້ເກີນ 59,000 ກີບຕໍ່ກິໂລ, ລາຄາຊີ້ນໝູປະເພດ 1 ລາຄາສູງສຸດບໍ່ໃຫ້ເກີນ 85,000 ກີບຕໍ່ກິໂລ, ປະເພດ 2 ສູງສຸດບໍ່ໃຫ້ເກີນ 75,000 ກີບຕໍ່ກິໂລ; ລາຄາຂາຍຍົກເຂົ້າສານ ໜຽວປະເພດ 2 ສົ່ງເຖິງຕະຫລາດລາຄາສູງສຸດ 15,500 ກີບຕໍ່ກິໂລ, ລາຄາຂາຍຍ່ອຍເຂົ້າສານໜຽວປະເພດ 2 ຢູ່ທ້ອງຕະຫລາດທົ່ວໄປລາຄາສູງສຸດ 17,000 ກີບຕໍ່ກິໂລ; ລາຄາປານິນກະຊັງຢູ່ໜ້າຟາມ ສູງສຸດບໍ່ເກີນ 40,000 ກີບຕໍ່ກິໂລ ຂາຍຍົກສົ່ງເຖິງຕະຫລາດ ສູງສຸດບໍ່ເກີນ 44,000 ກີບຕໍ່ກິໂລ, ລາຄາປານິນກະຊັງຂາຍຍ່ອຍ ສູງສຸດບໍ່ເກີນ 48,000 ກີບຕໍ່ກິໂລ; ລາຄາຂາຍຍົກໄກ່ພັນຊີ້ນ ສາມສາຍເລືອດໄກ່ຍັງບໍ່ຂ້າ, ຄົວໄກ່ເປັນ ສົ່ງເຖິງຕະຫລາດ ລາຄາສູງສຸດ 54,000 ກີບຕໍ່ກິໂລ, ລາຄາຂາຍຍ່ອຍໄກ່ພັນຊີ້ນປອກສາມສາຍເລືອດ ຢູ່ຕາມທ້ອງຕະຫລາດທົ່ວໄປ ລາຄາສູງສຸດ 70.000 ກີບຕໍ່ກິໂລ.

ພ້ອມນີ້, ຖ້າມີການພົບເຫັນການຂຶ້ນລາຄາສິນຄ້າ ຫລື ຕິດລາຄາເກີນກຳນົດ ແລະ ກັກຕຸນສິນຄ້າເພື່ອເກັງກຳໄລ ແມ່ນສາມາດໂທແຈ້ງເຂົ້າເບີ 030 5052 603 ຫລື 030 5026 806 ເພື່ອເປັນການໃຫ້ຂໍ້ມູນໄດ້.

ທີ່ມາ: ປະເທດລາວ

ຫ້າມເດັດຂາດ! ບໍ່ໃຫ້ສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າໄລຍະປີໃໝ່ສາກົນ ຖ້າຫາກກວດພົບຈະປັບໃໝຕາມລະບຽບການ - 5 - ຫ້າມເດັດຂາດ! ບໍ່ໃຫ້ສວຍໂອກາດຂຶ້ນລາຄາ ແລະ ກັກຕຸນສິນຄ້າໄລຍະປີໃໝ່ສາກົນ ຖ້າຫາກກວດພົບຈະປັບໃໝຕາມລະບຽບການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!