10 ອຸປະຕິເຫດ ທີ່ຮຸນແຮງ ໃນນະຄອນຫລວງວຽງຈັນ ປີ 2024 ມີຜູ້ເສຍຊີວິດ 15 ຄົນ ຄວາມເສຍຫາຍລວມຫລາຍຕື້ກີບ

10 ອຸປະຕິເຫດ ທີ່ຮຸນແຮງ ໃນນະຄອນຫລວງວຽງຈັນ ປີ 2024 ມີຜູ້ເສຍຊີວິດ 15 ຄົນ ຄວາມເສຍຫາຍລວມຫລາຍຕື້ກີບ - 471677176 1141456267983630 5410290885210441092 n 1 - 10 ອຸປະຕິເຫດ ທີ່ຮຸນແຮງ ໃນນະຄອນຫລວງວຽງຈັນ ປີ 2024 ມີຜູ້ເສຍຊີວິດ 15 ຄົນ ຄວາມເສຍຫາຍລວມຫລາຍຕື້ກີບ
10 ອຸປະຕິເຫດ ທີ່ຮຸນແຮງ ໃນນະຄອນຫລວງວຽງຈັນ ປີ 2024 ມີຜູ້ເສຍຊີວິດ 15 ຄົນ ຄວາມເສຍຫາຍລວມຫລາຍຕື້ກີບ - kitchen vibe - 10 ອຸປະຕິເຫດ ທີ່ຮຸນແຮງ ໃນນະຄອນຫລວງວຽງຈັນ ປີ 2024 ມີຜູ້ເສຍຊີວິດ 15 ຄົນ ຄວາມເສຍຫາຍລວມຫລາຍຕື້ກີບ

ວັນທີ 26 ທັນວາ 2024 ໜັງສືພິມປ້ອງກັນຄວາມສະຫງົບໄດ້ລາຍງານວ່າ: ນັບແຕ່ເດືອນມັງກອນ-ພະຈິກ 2024 ທົ່ວນະຄອນຫລວງວຽງຈັນ (ນວ) ມີອຸບັດຕິເຫດຕາມທ້ອງຖະໜົນ ເກີດຂຶ້ນ ຈຳນວນ 994 ເລື່ອງ, ມີພາຫະນະເປ່ເພ ທັງໝົດ 1,994 ຄັນ. ໃນນີ້, ເປ່ເພເລັກໜ້ອຍ ຈຳນວນ 592 ຄັນ, ເປ່ເພສົມຄວນ 1,386 ຄັນ ແລະ ໃຊ້ການບໍ່ໄດ້ 16 ຄັນ, ມີຄົນໄດ້ຮັບບາດເຈັບ ທັງໝົດ 1,120 ຄົນ. ໃນນີ້, ບາດເຈັບເລັກໜ້ອຍ 326 ຄົນ, ເຈັບສົມຄວນ 544 ຄົນ, ບາດເຈັບສາຫັດ 250 ຄົນ ແລະ ເສຍຊີວິດ 113 ຄົນ. ສະເພາະ 10 ອຸປະຕິເຫດ ທີ່ຮຸນແຮງຢູ່ນະຄອນຫລວງວຽງຈັນ ປີ 2024 ມີຜູ້ເສຍຊີວິດເຖິງ 15 ຄົນ. ຄວາມເສຍຫາຍລວມຫລາຍຕື້ກີບ.

ໃນປີ 2024 ນີ້ ພະແນກຕຳຫລວດຈະລາຈອນ ປກສ ນະຄອນຫລວງວຽງຈັນ ໄດ້ສະຫລຸບສັງລວມ 10 ເຫດການອຸບັດຕິເຫດຕາມທ້ອງຖະໜົນ ໃນທົ່ວນະຄອນຫລວງວຽງຈັນ ທີ່ມີຄວາມຮຸນແຮງ ແລະ ມີຜົນເສຍຫາຍຫລາຍ ມີດັ່ງນີ້:

10 ອຸປະຕິເຫດ ທີ່ຮຸນແຮງ ໃນນະຄອນຫລວງວຽງຈັນ ປີ 2024 ມີຜູ້ເສຍຊີວິດ 15 ຄົນ ຄວາມເສຍຫາຍລວມຫລາຍຕື້ກີບ - Visit Laos Visit SALANA BOUTIQUE HOTEL - 10 ອຸປະຕິເຫດ ທີ່ຮຸນແຮງ ໃນນະຄອນຫລວງວຽງຈັນ ປີ 2024 ມີຜູ້ເສຍຊີວິດ 15 ຄົນ ຄວາມເສຍຫາຍລວມຫລາຍຕື້ກີບ

1. ອຸບັດຕິເຫດ ລົດຕຳກັນສາມຄັນຊ້ອນ ຄື: ລົດຈັກຕຳກັບລົດຍົນ ແລ້ວຕຳກັບລົດບັນທຸກ ສົ່ງຜົນເຮັດໃຫ້ມີຄົນເສຍຊີວິດ 2 ຄົນ ມູນຄ່າຜົນເສຍຫາຍປະມານ 550,000,000 ກີບ; ເຫດການດັ່ງກ່າວ ເກີດຂຶ້ນໃນເວລາປະມານ 17:00 ໂມງຂອງວັນທີ 8 ກຸມພາ 2024 ຢູ່ທີ່ຖະໜົນ 13 ໃຕ້ ເຂດບ້ານນາລ້ອມ ເມືອງໄຊທານີ.

2. ອຸບັດຕິເຫດລົດຍົນຕຳກັບລົດຈັກ ມີຄົນເສຍຊີວິດ 2 ຄົນ ຜົນເສຍຫາຍ ປະມານ 300,000,000 ກີບ, ເຫດການເກີດຂຶ້ນເວລາປະມານ 22:58 ໂມງ ຂອງວັນທີ 2 ກໍລະກົດ 2024 ຢູ່ຖະໜົນທ່າເດື່ອ ເຂດບ້ານດົງໂພສີ ເມືອງຫາດຊາຍຟອ.

3. ອຸບັດຕິເຫດລົດຕຳຫັນສາມຄັນຊ້ອນ ຄື: ລົດຈັກຕຳກັບລົດຈັກ ແລ້ວຕຳກັບລົດຍົນ ສົ່ງຜົນເຮັດໃຫ້ມີຄົນເສຍຊີວິດ 2 ຄົນ ຜົນເສຍຫາຍ ປະມານ 300,000,000 ກີບ, ເຫດການ ເກີດຂຶ້ນໃນເວລາປະມານ 00:28 ໂມງຂອງວັນທີ 2 ທັນວາ 2024 ຢູ່ເສັ້ນທາງເຂດບ້ານຊຽງດາ ເມືອງໄຊເສດຖາ.

4. ອຸບັດຕິເຫດລົດຍົນຕຳກັບລົດຈັກ ມີຄົນເສຍຊີວິດ 2 ຄົນ ຜົນເສຍຫາຍປະມານ 250,000,000 ກີບ, ເຫດການ ເກີດຂຶ້ນໃນເວລາປະມານ 20:20 ໂມງ ຂອງວັນທີ 9 ສິງຫາ 2024 ຢູ່ທີ່ຖະໜົນ ລ້ານຊ້າງ ເຂດບ້ານຫັດສະດີ ເມືອງຈັນທະບູລີ.

5. ອຸບັດຕິເຫດລົດຈັກຕຳກັບລົດຈັກ ຢ່າງຮູນແຮງ ສົ່ງຜົນເຮັດໃຫ້ມີຄົນເສຍຊີວິດ 2 ຄົນ ຜົນເສຍຫາຍປະມານ 150,000,000 ກີບ; ເກີດຂຶ້ນໃນເວລາປະມານ 21:15 ໂມງ ຂອງວັນທີ 19 ສິງຫາ 2024 ຢູ່ທີ່ຖະໜົນ ເລກ 11 ເຂດບ້ານອ່າງນ້ອຍ ເມືອງສີໂຄດຕະບອງ

6. ອຸບັດຕິເຫດລົດຈັກຕຳກັບລົດຍົນ ເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ຜົນເສຍຫາຍປະມານ 800,000,000 ກີບ, ເຫດການເກີດຂຶ້ນໃນວັນທີ 25 ສິງຫາ 2024 ເວລາປະມານ 00:10 ໂມງ ຢູ່ທີ່ຖະໜົນດອນຈັນ ເຂດບ້ານທາດຂາວ ເມືອງສີສັດຕະນາກ.

7. ອຸບັດຕິເຫດລົດຕຳກັນ 6 ຄັນຊ້ອນຄື: ລົດບັນທຸກຕຳກັບລົດບັນທຸກ ແລ້ວຕຳກັບລົດຍົນຈາກນັ້ນໄປຕຳລົດບັນທຸກ ແລະ ສຸດທ້າຍໄປຕຳກັບລົດຈັກ ເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ຜົນເສຍຫາຍປະມານ 600,000,000 ກີບ, ເຫດການນີ້ ເກີດຂຶ້ນໃນວັນທີ 7 ຕຸລາ 2024 ເວລາປະມານ 11:30 ໂມງ ຢູ່ຖະໜົນຕາດມູນ ເຂດບ້ານວຽງຄໍາ ເມືອງສີໂຄດຕະບອງ.

8. ອຸບັດຕິເຫດລົດຈັກຕຳກັບລົດຍົນ (ຕຳແລ້ວໜີ) ແຕ່ນໍາກັກຕົວຄູ່ກໍລະນີໄດ້ ເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ຜົນເສຍຫາຍປະມານ 400,000,000 ກີບ, ເຫດເກີດຂຶ້ນ ເວລາປະມານ 22:10 ໂມງ ຂອງວັນທີ 28 ພະຈິກ 2024 ຢູ່ເສັ້ນທາງ ເຂດບ້ານປາກທ້າງ ເມືອງສີໂຄດຕະບອງ.

9. ອຸບັດຕິເຫດລົດຈັກຕຳກັບລົດຍົນ (ຕຳແລ້ວໜີ) ສາມາດຕິດຕາມນໍາກັກຕົວຄູ່ກໍລະນີໄດ້ ເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ແລະ ບາດເຈັດສາຫັດ 1 ຄົນ ຜົນເສຍຫາຍປະມານ 300,000,000 ກີບ, ເຫດເກີດໃນວັນທີ 15 ທັນວາ 2024 ເວລາປະມານ 00:48 ໂມງ ຢູ່ເສັ້ນທາງເຂດບ້ານຕານມີໄຊ ເມືອງໄຊທານີ.

10. ອຸບັດຕິເຫດລົດຈັກຕຳກັບລົດຍົນ ສົ່ງຜົນເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ຜົນເສຍຫາຍປະມານ 200,000,000 ກີບ, ອຸບັດຕິເຫດດັ່ງກ່າວ ເກີດຂຶ້ນໃນເວລາປະມານ 15:30 ໂມງ ຂອງວັນທີ 21 ກັນຍາ 2024 ຢູ່ທີ່ຖະໜົນ ເລກ 10 ເຂດບ້ານທ່າສະຫວ່າງ ເມືອງໄຊທານີ.

ທີ່ມາ: ຄວາມສະຫງົບ

    10 ອຸປະຕິເຫດ ທີ່ຮຸນແຮງ ໃນນະຄອນຫລວງວຽງຈັນ ປີ 2024 ມີຜູ້ເສຍຊີວິດ 15 ຄົນ ຄວາມເສຍຫາຍລວມຫລາຍຕື້ກີບ - 3 - 10 ອຸປະຕິເຫດ ທີ່ຮຸນແຮງ ໃນນະຄອນຫລວງວຽງຈັນ ປີ 2024 ມີຜູ້ເສຍຊີວິດ 15 ຄົນ ຄວາມເສຍຫາຍລວມຫລາຍຕື້ກີບ
    error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!