ເຈົ້າໜ້າທີ່ການຄ້າເມືອງປາກກະດິງ ລົງກວດກາສິນຄ້າເຊື່ອມຄຸນນະພາບ ຕາມຫາງສຽງສັງຄົມ ພົບເຫັນສິນຄ້າໝົດອາຍຸຫລາຍລາຍການ


ວັນທີ 25 ທັນວາ 2024 ເຈົ້າໜ້າທີ່ກວດກາການຄ້າເມືອງປາກກະດິງ ແຂວງບໍລິຄຳໄຊ ນຳໂດຍທ່ານ ບົວຈັນ ແກ້ວວົງສາ ຫົວໜ້າໜ່ວຍງານການຄ້າພາຍໃນ ພ້ອມດ້ວຍຄະນະ ໄດ້ສົບທົບກັບຫ້ອງການສາທາລະນະສຸກ ແລະ ປກສ ເມືອງ ລົງເຄື່ອນໄຫວ ກວດກາ ສິນຄ້າໝົດອາຍຸ, ເຊື່ອມຄຸນ ຢູ່ເຂດ1 ປາກກະດິງ ຕາມຫາງສຽງຂອງສັງຄົມ.
ໃນການລົງເຄື່ອນໄຫວກວດກາສິນຄ້າຄັ້ງນີ້ ໄດ້ສຸ່ມກວດບັນດາຮ້ານຂາຍເຄື່ອງສົ່ງ, ຮ້ານຂາຍເຄື່ອງຍ່ອຍ ແລະ ບັນດາຮ້ານຄ້າຢູ່ຕາມຕະຫລາດ ຈຳນວນ 21 ຮ້ານ, ພົບເຫັນສິນຄ້າເຊື່ອມຄຸນ ຫລື ໝົດອາຍຸ ຢູ່ບາງຮ້ານຈຳນວນຫລາຍລາຍການ ເຊັ່ນ: ເຂົ້າໜົມ, ໝີ່, ນ້ຳອັດລົມ ແລະ ສິນຄ້າຕ້ອງຫ້າມອີກຈຳນວນໜຶ່ງ ລວມມູນຄ່າ 3 ລ້ານກ່ວາກີບ.
ທາງເຈົ້າໜ້າທີ່ໄດ້ເຮັດບົດບັນທຶກ, ສຶກສາອົບຮົມ ແລະ ຍັງໄດ້ແນະນຳວິທີການກວດກາສິນຄ້າໃຫ້ແກ່ຜູ້ປະກອບການທຸລະກິດ ພ້ອມທັງໄດ້ອາຍັດສິນຄ້າທີ່ ໝົດອາຍຸການບໍລິໂພກ, ເຊື່ອມຄຸນ ທີ່ພົບເຫັນໃນຄັ້ງນີ້ໄວ້ເພື່ອຈັດພິທີທຳລາຍຕື່ມອີກ.