ລາວ-ຈີນ ຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ໃນເນື້ອທີ່ 1,454.73 ກິໂລຕາແມັດ ຢູ່ 3 ແຂວງ

ລາວ-ຈີນ ຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ໃນເນື້ອທີ່ 1,454.73 ກິໂລຕາແມັດ ຢູ່ 3 ແຂວງ - 648AAA - ລາວ-ຈີນ ຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ໃນເນື້ອທີ່ 1,454.73 ກິໂລຕາແມັດ ຢູ່ 3 ແຂວງ
ລາວ-ຈີນ ຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ໃນເນື້ອທີ່ 1,454.73 ກິໂລຕາແມັດ ຢູ່ 3 ແຂວງ - kitchen vibe - ລາວ-ຈີນ ຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ໃນເນື້ອທີ່ 1,454.73 ກິໂລຕາແມັດ ຢູ່ 3 ແຂວງ

ວັນທີ 23 ທັນວາ 2024, ກົມທໍລະນີສາດ ແລະ ແຮ່ທາດ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ພະແນກທໍລະນີສາດ ແຂວງເຫີໜານ ສປ ຈີນ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ມາດຕາສ່ວນ 1:50.000 ຢູ່ ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ ໃນເນື້ອທີ່ 1,454.73 ກິໂລຕາແມັດ. ຕ່າງໜ້າຝ່າຍລາວ ລົງນາມໂດຍ ທ່ານ ສຸຂັນສັກ ສີສຸກ ຫົວໜ້າກົມທໍລະນີສາດ ແລະ ແຮ່ທາດ ແລະ ຝ່າຍ ສປ ຈີນ ລົງນາມໂດຍ ທ່ານ ສື ຢິງຈຸນ ຫົວໜ້າພະແນກ ທໍລະນີສາດ ແຂວງເຫີໜານ ໂດຍການຮ່ວມເປັນ ສັກຂີ່ພິຍານ ຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫຼີວ ຢຸ້ຍຈຽງ ຮອງເຈົ້າແຂວງເຫີໜານ ສປ ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ການຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ມາດຕາສ່ວນ 1:50.000 ໃນຄັ້ງນີ້ ນອກຈາກຈະເປັນການຮ່ວມມືສຶກສາທາງດ້ານທ່າແຮງກ່ຽວກັບຊັບພະຍາກອນແຮ່ທາດແລ້ວ ຍັງເປັນການຊຸກຍູ້ສົ່ງເສີມ ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ແລະ ແລກປ່ຽນບົດຮຽນດ້ານວິຊາການທໍລະນີສາດ ແລະ ແຮ່ທາດ ຂອງສອງຊາດ ລາວ-ຈີນ ໂດຍສະເພາະ ພະແນກທໍລະນີສາດ ແຂວງ ເຫີໜານ ສປ ຈີນ ກັບກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ໃຫ້ເຂັ້ມແຂງ ແລະ ກວ້າງຂວາງຫຼາຍຂຶ້ນ ທັງເປັນການຊຸກຍູ້ ການຈັດຕັ້ງແຜນຍຸດທະສາດການພັດທະນາແຮ່ທາດຮອດປີ 2030 ແລະ ສອດຄ່ອງຕາມວິໄສທັດການພັດທະນາແຮ່ທາດຂອງລາວຮອດ ປີ 2040 ເປັນການຈັດຕັ້ງຜັນຂະຫຍາຍສາຍພົວພັນມິດຕະພາບສອງຊາດ ລາວ-ຈີນ ຈີນ-ລາວ ໂດຍສະເພາະການຊຸກຍູ້ສົ່ງເສີມນະໂຍບາຍ ສ້າງໜຶ່ງແລວໜຶ່ງເສັ້ນທາງ ທີ່ມີຄຸນນະພາບສູງ ໃຫ້ຖືກຈັດຕັ້ງຜັນຂະຫຍາຍໃນທຸກຂົງເຂດການຮ່ວມມືວຽກງານສອງຊາດລາວ-ຈີນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ.

ລາວ-ຈີນ ຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ໃນເນື້ອທີ່ 1,454.73 ກິໂລຕາແມັດ ຢູ່ 3 ແຂວງ - Visit Laos Visit SALANA BOUTIQUE HOTEL - ລາວ-ຈີນ ຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ໃນເນື້ອທີ່ 1,454.73 ກິໂລຕາແມັດ ຢູ່ 3 ແຂວງ

ທີ່ມາ: ສູນຂ່າວພະລັງງານ ແລະ ບໍ່ແຮ່

ລາວ-ຈີນ ຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ໃນເນື້ອທີ່ 1,454.73 ກິໂລຕາແມັດ ຢູ່ 3 ແຂວງ - 4 - ລາວ-ຈີນ ຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ໃນເນື້ອທີ່ 1,454.73 ກິໂລຕາແມັດ ຢູ່ 3 ແຂວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!