ເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ, ເອກອັກຄະລັດທະທູດປະເທດ ຢີ່ປຸ່ນ, ສ. ອາເມຣິກາ, ມາຣົກ ແລະ ອົດສະຕຣາລີ ເຂົ້າຮ່ວມ.


ທ່ານ ນາງ ບຸນຄຳ ວໍລະຈິດ ປະທານສະພາມົນຕີ ຂອງ ຄະນະກຳມາທິການແມ່ນ້ຳຂອງແຫ່ງຊາດ(ຄມຊ) ສຳລັບ ປີ 2024 ໄດ້ກ່າວວ່າ: ສະພາມົນຕີ ແລະ ຄະນະກຳມະການຮ່ວມຂອງ ຄມສ ໄດ້ນຳພາ-ຊີ້ນຳ ຢ່າງໃກ້ສິດໃຫ້ກອງເລຂາຂອງ ຄມສ ປະຕິບັດໜ້າທີ່ຂອງຕົນໃນການສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ບັນດາປະເທດສະມາຊິກ ຄມສ ໃນການສົນທະນາປຶກສາຫາລື ແລະ ວາງແຜນການຄຸ້ມຄອງນ້ຳ ແລະ ຊັບພະຍາກອນນ້ຳໃນອ່າງແມ່ນໍ້າຂອງໃຫ້ມີຄວາມຍືນຍົງ. ຕາງໜ້າໃຫ້ ປະເທດສະມາຊິກ ຄມສ ສະແດງຄວາມຂອບໃຈ ມາຍັງລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ທາງດ້ານທີ່ຕັ້ງຂອງສໍານັກງານ ກອງເລຂາ ຄມສ ເຊິ່ງໄດ້ມີຜົນສຳເລັດຫຼາຍໆດ້ານ, ສຳລັບ ສູນການຮຽນຮູ້ ແລະ ຢ້ຽມຢາມ ຂອງ ກອງເລຂາ ຄມສ ຈະເປັນບ່ອນສຶກສາຫາຄວາມຮູ້ທີ່ທັນສະໄໝ ເພື່ອໃຫ້ສາທາລະນະຊົນທົ່ວໄປ ໂດຍສະເພາະ ຄົນຮຸ່ນໃໝ່ ທີ່ມີຄວາມສົນໃຈຮຽນຮູ້ ກ່ຽວກັບປະຫວັດ ການຮ່ວມມືໃນອ່າງແມ່ນໍ້າຂອງ ແລະ ສະພາບອ່າງແມ່ນໍ້າຂອງ ເຊິ່ງຈະເຮັດໃຫ້ ສາທາລະນະ ກໍຄືບັນດາ ປະເທດສະມາຊິກໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມຍືນຍົງໃນອ່າງແມ່ນໍ້າຂອງຫຼາຍຂຶ້ນກວ່າເກົ່າ.
ສູນການສຶກສາ ແລະ ຢ້ຽມຢາມ ຂອງ ຄມສ ສ້າງຂຶ້ນເພື່ອເປັນບ່ອນສະແດງເຖິງປະຫວັດຄວາມເປັນມາ ຂອງການຮ່ວມມືແມ່ນໍ້າຂອງໃນດ້ານການພັດທະນາຊັບພະຍາກອນນ້ຳ ເຊິ່ງປະກອບດ້ວຍແບບຈຳລອງ ທາງກາຍຍະພາບ, ປຶ້ມປະຫວັດ ແລະ ບົດສຶກສາຕ່າງໆ ແຜນທີ່ກ່ຽວກັບ ແມ່ນໍ້າຂອງ ແລະ ຫ້ອງຄວບຄຸມສະຖານະການ ທີ່ມີເຄື່ອງມືຕິດຕາມກວດກາ ຊັບພະຍາກອນນໍ້າທີ່ທັນສະໄໝ ຈະເຮັດໃຫ້ຜູ້ມາຢ້ຽມຢາມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບອະດີດ ປະຈຸບັນ ແລະ ອະນາຄົດ ຂອງອ່າງແມ່ນ້ຳຂອງ ນອກຈາກນັ້ນ ຍັງຈະມີການຈັດຫຼັກສູດການສຶກສາ ສໍາລັບນັກວິຊາການ ນັກຄົ້ນຄວ້າ ນັກສຶກສາ ແລະ ປະຊາຊົນທົ່ວໄປ ເພື່ອສົ່ງເສີມຄວາມຮັບຮູ້ ກ່ຽວກັບ ຄວາມສໍາຄັນຂອງແມ່ນໍ້າຂອງ ແລະ ວຽກງານຂອງ ຄມສ ທີ່ກໍາລັງດໍາເນີນຢູ່ ຄຽງຄູ່ກັນນັ້ນ ກອງເລຂາ ຄມສ ຍັງໄດ້ ແນະນຳ ແອັບວັນແມ່ຂອງ (One Mekong) ເຊິ່ງເປັນເຄື່ອງມືທີ່ສະໜອງຂໍ້ມູນການຕິດຕາມ ແລະ ການພະຍາ ກອນນໍ້າ ແບບທັນເວລາ ໃຫ້ກັບປະຊາຊົນໄດ້ຮັບຮູ້.
“ສູນແຫ່ງນີ້ ບໍ່ພຽງແຕ່ເປັນຈຸດໃຈກາງດ້ານພາລະກິດ ຂອງ ຄມສ ເທົ່ານັ້ນ ແຕ່ຍັງເປັນຂົວຕໍ່ ແລະ ເຊື່ອມຕໍ່ຂໍ້ມູນເຂົ້າກັບການຕັດສິນໃຈເຊື່ອມຕໍ່ຄວາມຮູ້ເຂົ້າກັບການປະຕິບັດ ແລະ ເຊື່ອມຕໍ່ປະຊາຊົນ ເຂົ້າກັບຈຸດປະສົງຜູ້ຢ້ຽມຢາມ ບໍ່ພຽງແຕ່ຈະເຫັນເຖິງຜົນງານຜ່ານມາ ແລະ ການປະກອບສ່ວນຂອງ ຄມສ ແຕ່ຍັງຈະເຫັນເຖິງ ພະລັງຂອງຂໍ້ມູນວິທະຍາສາດ ແລະ ການມີສ່ວນຮ່ວມຂອງຊຸມຊົນ ໃນການປະຕິບັດງານຜ່ານຫ້ອງຄວບຄຸມສະຖານະການ ແລະ ແອັບວັນແມ່ຂອງ ຂໍໃຫ້ສະ ຖານທີ່ແຫ່ງນີ້ ເປັນການສະເຫຼີມສະຫຼອງ ອະດີດ ແລະ ປະຈຸບັນຂອງພວກເຮົາ ແລະ ສ້າງຄວາມຮັບຮູ້ເຖິງ ຄວາມຮີບ ດ່ວນໃນການສ້າງຄວາມແຕກຕ່າງ ໃຫ້ແກ່ອະນາຄົດຂອງແມ່ນ້ຳຂອງ”.
ທີ່ມາ: ວຽງຈັນໃໝ່