ພົບຜູ້ລອດຊີວິດເພີ່ມເປັນ 30 ກວ່າຄົນ ຈາກເຫດການເຮືອບິນຕົກຢູ່ກາຊັກສະຖານ


ເຈົ້າໜ້າທີ່ກູ້ໄພພົບຜູ້ລອດຊີວິດແລ້ວ 30 ກວ່າຄົນ ພາຍຫລັງເຮືອບິນໂດຍສານຂອງອາເຊີໄບຈານຕົກຢູ່ກາຊັກສະຖານ.
ຈາກເຫດການຖ້ຽວບິນເຈ2-8243 ຂອງສາຍການບິນອາເຊີໄບຈານ ແອລາຍ ເຊິ່ງໃຊ້ເຮືອບິນໂດຍສານລຸ້ນເອັມບຣາເອີ ອີ190 ພ້ອມຜູ້ໂດຍສານ 62 ຄົນ ແລະ ຈຸບິນ 5 ຄົນ ຕົກໃກ້ເມືອງອັກເຕົາ ທາງຕາເວັນຕົກຂອງກາຊັກສະຖານ ລະຫວ່າງເດີນທາງຈາກນະຄອນຫລວງບາກູ ເມືອງຫລວງຂອງອາເຊີໄບຈານ ໄປເມືອງກໍຊານີ ທາງພາກໃຕ້ຂອງຣັດເຊຍ.
ສໍານັກງານໄອຍະການອາເຊີໄບຈານລາຍງານຄວາມຄືບໜ້າວ່າ: ເຈົ້າໜ້າທີ່ກູ້ໄພພົບຜູ້ລອດຊີວິດເພີ່ມຂຶ້ນເປັນຢ່າງໜ້ອຍ 32 ຄົນ ໂດຍຍັງບໍ່ມີການຢືນຢັນຈໍານວນຜູ້ເສຍຊີວິດຢ່າງເປັນທາງການ.
ເຖິງຢ່າງໃດກໍຕາມ, ໃນຈໍານວນຜູ້ໂດຍສານ 62 ຄົນ ແບ່ງເປັນຊາວອາເຊີໄບຈານ 37 ຄົນ, ຊາວຣັດເຊຍ 16 ຄົນ, ຊາວກາຊັກສະຖານ 6 ຄົນ ແລະ ຊາວກີກິດສະຖານ 3 ຄົນ.
ຂະນະທີ່ສາເຫດການຕົກຂອງເຮືອບິນລໍານີ້ຢູ່ລະຫວ່າງການສືບສວນ-ສອບສວນໂດຍໜ່ວຍງານທີ່ກ່ຽວຂ້ອງ ເຊິ່ງຂໍ້ມູນບາງສ່ວນທີ່ມີການເປີດເຜີຍລະບຸວ່າ: ເຮືອບິນເດີນທາງຂ້າມທະເລແຄສປຽນ ເຊິ່ງເປັນການອອກຈາກເສັ້ນທາງບິນຕາມແຜນ ແລ້ວບິນວົນຢູ່ບໍລິເວນເກີດເຫດກ່ອນເຮືອບິນຕົກ.