ຮອງປະທານປະເທດ ຢ້ຽມຢາມແລະ ເຮັດວຽກຢູ່ເມືອງ ປາກກະດິງ ແຂວງບໍລິຄໍາໄຊ

ຮອງປະທານປະເທດ ຢ້ຽມຢາມແລະ ເຮັດວຽກຢູ່ເມືອງ ປາກກະດິງ ແຂວງບໍລິຄໍາໄຊ - 471565933 1149894043813077 2658134852752594806 n - ຮອງປະທານປະເທດ ຢ້ຽມຢາມແລະ ເຮັດວຽກຢູ່ເມືອງ ປາກກະດິງ ແຂວງບໍລິຄໍາໄຊ
ຮອງປະທານປະເທດ ຢ້ຽມຢາມແລະ ເຮັດວຽກຢູ່ເມືອງ ປາກກະດິງ ແຂວງບໍລິຄໍາໄຊ - kitchen vibe - ຮອງປະທານປະເທດ ຢ້ຽມຢາມແລະ ເຮັດວຽກຢູ່ເມືອງ ປາກກະດິງ ແຂວງບໍລິຄໍາໄຊ

ວັນທີ 20 ທັນວາ 2024 ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນການພັກ, ຮອງປະທານປະເທດ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງ ປາກກະດິງ ແຂວງບໍລິຄໍາໄຊ ໂດຍການຕ້ອນຮັບຂອງ ທ່ານ ສອນທະນູ ທໍາມະວົງ ກຳມະການສູນການພັກ, ເລຂາພັກແຂວງ, ເຈົ້າແຂວງບໍລິຄໍາໄຊ, ທ່ານ ບຸນຄົບ ຈັນທະວົງ ເລຂາພັກເມືອງ, ເຈົ້າເມືອງ ປາກກະດິງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ເຂົ້າຮ່ວມ.

ການລົງຢ້ຽມຢາມໃນຄັ້ງນີ້, ທ່ານ ບຸນຄົບ ຈັນທະວົງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບ ລວມຂອງເມືອງ, ທ່າແຮງບົ່ມຊ້ອນ ແລະ ການຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດ ແຜນພັດທະ ນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ການຈັດເກັບລາຍຮັບງົບປະ ມານປະຈຳປີ 2024 ແລະ ການກະ ກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ.

ໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານພົ້ນເດັ່ນ ທີ່ຄະນະພັກ-ອຳນາດການປົກຄອງເມືອງຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໃຫ້ສືບຕໍ່ເອົາໃຈ ໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີການເຄື່ອນໄຫວຈັດຕັ້ງປະຕິບັດຢ່າງເປັນປົກ ກະຕິ, ຕໍ່ເນື່ອງ ແລະ ດ້ານວຽກ ງານພັກ ແມ່ນສຸມໃສ່ການກະກຽມກອງປະຊຸມໃຫຍ່ອົງຄະນະພັກເມືອງຂອງຕົນ ໂດຍໃຫ້ເນັ້ນໃສ່ດ້ານເນື້ອໃນໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ ແລະ ແທດເໝາະກັບສະພາບຕົວຈິງ, ໃຫ້ມີການຕີລາຄາດ້ານດີ-ດ້ານອ່ອນຂອງບຸກຄົນ ເພື່ອເລືອກເຟັ້ນ ກັ່ນຕອງເອົາບຸກຄະ ລາກອນທີ່ມີມາດຖານ, ເງື່ອນໄຂຄົບຖ້ວນເຂົ້າໃນຄະນະພັກເມືອງຊຸດໃໝ່ ແລະ ຍັງໄດ້ໃຫ້ທິດຊີ້ນຳວຽກງານຫລາຍດ້ານ ເພື່ອເປັນທິດທາງໃນການພັດທະນາ ເສດຖະກິດ-ສັງຄົມຂອງເມືອງ ຕື່ມອີກ.

ຮອງປະທານປະເທດ ຢ້ຽມຢາມແລະ ເຮັດວຽກຢູ່ເມືອງ ປາກກະດິງ ແຂວງບໍລິຄໍາໄຊ - 471646959 1149894040479744 9201437187401724028 n 1024x500 - ຮອງປະທານປະເທດ ຢ້ຽມຢາມແລະ ເຮັດວຽກຢູ່ເມືອງ ປາກກະດິງ ແຂວງບໍລິຄໍາໄຊ

ຮອງປະທານປະເທດ ຢ້ຽມຢາມແລະ ເຮັດວຽກຢູ່ເມືອງ ປາກກະດິງ ແຂວງບໍລິຄໍາໄຊ - 4 - ຮອງປະທານປະເທດ ຢ້ຽມຢາມແລະ ເຮັດວຽກຢູ່ເມືອງ ປາກກະດິງ ແຂວງບໍລິຄໍາໄຊ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!