ຍັງມີຫລາຍປັດໄຈ ທີ່ພາໃຫ້ເກີດການສໍ້ລາດບັງຫລວງ ບັນຫາຖ່ວງດຶງຄວາມຈະເລີນ

ໂດຍ: ທິດກໍ່າ
ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພານະຄອນຫລວງວຽງຈັນ ຊຸດທີ II ທີ່ໄດ້ຈັດຂຶ້ນໃນວັນທີ 19 ທັນວາ 2024, ທ່ານ ບຸນວັນ ຈະຊົວເກົ້າ ຮອງປະທານອົງການກວດກາລັດນະຄອນຫລວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະພາວ່າ: ໃນປີ 2024 ໄດ້ຮັບຄໍາຮ້ອງ-ຄໍາສະເໜີ 9 ສະບັບ ບວກກັບທີ່ຄ້າງຄາໃນປີຜ່ານມາ 27 ສະບັບ ລວມມີ 36 ສະບັບ ພົບຄວາມເສຍຫາຍ 220,000 ໂດລາສະຫະລັດ, 1.707.342.000 ກີບ, ເກັບກູ້ໄດ້ 1.438.539.610 ກີບ, ພົວພັນກັບ 31 ເປົ້າໝາຍຖືກຍ້າຍ ແລະ ປົດຕໍາແໜ່ງ 3 ຄົນ. ໃນບັນດາຄໍາຮ້ອງ-ຄໍາສະເໜີທີ່ພົ້ນເດັ່ນກວ່າໝູ່ກໍແມ່ນການສວຍໃຊ້ໜ້າທີ່ຕໍາແໜ່ງປະຕິບັດໜ້າທີ່ບໍ່ຖືກຕ້ອງຕາມກົດໝາຍ, ເອົາທີ່ດິນຂອງລັດໃຫ້ບຸກຄົນ ແລະ ຂາຍດິນລັດ. ນີ້ຄືເປັນຜົນເສຍຫາຍທາງດ້ານເງິນຄໍາຊັບສິນສະເພາະຢູ່ນະຄອນຫລວງວຽງຈັນ, ແຕ່ຖ້າມາບວກລົບຄູນຫານໃສ່ໃນທົ່ວປະເທດກໍຍິ່ງມີຫລາຍລ້ານໂດລາ ແລະ ຫລາຍພັນຕື້ກີບ. ດັ່ງປະທານກວດກາແຫ່ງລັດໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຜ່ານມາ.
ຢ່າງໃດກໍດີ, ໃນຄວາມເປັນຈິງແລ້ວ ຖ້າເວົ້າເຖິງການສໍ້ລາດບັງຫລວງຢູ່ປະເທດຂອງພວກເຮົາ ມັນເກີດມາຈາກຫລາຍປັດໄຈ ມີທັງປັດໄຈລວມ ແລະ ປັດໄຈອັນສະເພາະ ເປັນຕົ້ນປັດໄຈລວມນັ້ນແມ່ນສະພາບເສດຖະກິດ-ການເງິນບໍ່ທັນຮັ່ງມີເຂັ້ມແຂງ, ລາຍຮັບຂອງຊາດຍັງຂາດດູນ, ການເກັບລາຍຮັບບໍ່ໄດ້ຕາມເປົ້າ, ງົບປະມານຂອງລັດຍັງບໍ່ທັນຕອບສະໜອງໄດ້ກັບທຸກຄວາມຮຽກຮ້ອງຕ້ອງການ, ເວົ້າແຈ້ງແມ່ນປະເທດຊາດຂອງພວກເຮົາຍັງທຸກຍາກ ແລະ ດ້ອຍພັດທະນານັ້ນເອງ.
ສ່ວນປັດໄຈອັນສະເພາະນັ້ນກໍແມ່ນເງິນເດືອນຂອງພະນັກງານ-ລັດຖະກອນເຮົາຍັງຕໍ່າ ກະທົບໂດຍກົງຕໍ່ຊີວິດການເປັນຢູ່ພາຍໃນຄອບຄົວແຕ່ລະວັນ, ຊໍ້າບໍ່ໜໍາ ໃນສະພາບປັດຈຸບັນ ປະເທດຊາດເກີດວິກິດລາຄາສິນຄ້ານັບມື້ຖີບຕົວສູງຂຶ້ນ, ຂຶ້ນແລ້ວບໍ່ຍອມລົງ, ມະຫາພາກທີ່ກ່ຽວຂ້ອງຍັງບໍ່ທັນຄຸ້ມຄອງສິນຄ້າໄດ້ຢ່າງລົງຕົວ, ການບໍລິຫານຈັດການບໍ່ແທດເຖິງ ສ່ວນຫລາຍອາໄສແຕ່ມະຕິຄໍາສັ່ງເປັນກົກ, ການປະຕິບັດຕົວບົດກົດໝາຍຕໍ່ຄົນໂກງບໍ່ທັນເຂັ້ມແຂງເດັດຂາດ ຈຶ່ງເຮັດໃຫ້ການສໍ້ລາດບັງຫລວງຍັງຝັງເລິກຢູ່ໃນແນວຄິດຈິດໃຈ ແລະ ພຶດຕິກໍາຂອງພະນັກງານລັດຖະກອນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນແບບເປັນສາຍໃຍ. ນອກຈາກນັ້ນ ການແກ້ໄຂດ້ານບໍລິຫານຕໍ່ຜູ້ທີ່ຜິດວິໄນບາງຄົນຕົກອອກຈາກຕັ່ງພັດໄປນັ່ງຢູ່ເບາະຊາລົງ ກາຍເປັນລັກສະນະໄມ້ຄໍ້າກ້ວຍ-ກ້ວຍຄໍ້າໄມ້. ສະນັ້ນ ຈຶ່ງເຮັດໃຫ້ການສໍ້ລາດບັງຫລວງໃນສິບຊາວປີຜ່ານມາແຜ່ລາມກາຍເປັນພະຍາດຊໍາເຮື້ອເຂົ້າກະດູກດໍາ.
ຫາກຕັ້ງໂຈດກັນວ່າ ອີກດົນປານໃດການສໍ້ລາດບັງຫລວງໃນສັງຄົມລາວເຮົາຈຶ່ງຈະໝົດໄປຢ່າງສິ້ນເຊີງ. ຄໍາຕອບກໍຄື ເມື່ອໃດປະເທດຊາດຮັ່ງມີເຂັ້ມແຂງ ພະນັກງານລັດຖະກອນມີລາຍຮັບສູງກຸ້ມຢູ່ກຸ້ມກິນເຫລືອໃຊ້ເຫລືອຈ່າຍ ສົມທົບກັບກົດໝາຍການເປັນກົດເຫລັກ ການສໍ້ລາດບັງຫລວງອາດຈະໝົດໄປຕາມການເວລາ.