ຫວຽດນາມວາງແຜນສ້າງທາງລົດໄຟ ລາວກາຍ-ຮ່າໂນ້ຍ-ຮາຍຟອງ ທ້າຍປີ 2025


ລັດຖະບານຫວຽດນາມມີແຜນຂະຫຍາຍໂຄງລ່າງພື້ນຖານທາງລົດໄຟ ດ້ວຍການກໍ່ສ້າງເສັ້ນທາງ ລາວກາຍ-ຮ່າໂນ້ຍ-ຮາຍຟອງ ເລີ່ມທ້າຍປີໜ້າ.
ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີຫວຽດນາມ ຄາດຄະເນວ່າ: ທາງລົດໄຟ ລາວກາຍ-ຮ່າໂນ້ຍ-ຮາຍຟອງ ຢູ່ທາງພາກເໜືອຂອງປະເທດ ຈະເລີ່ມກໍ່ສ້າງໃນທ້າຍປີ 2025 ແລະ ມີກໍານົດສໍາເລັດໃນທ້າຍປີ 2030.
ເສັ້ນທາງລົດໄຟເສັ້ນດັ່ງກ່າວຈະມີຄວາມຍາວເກືອບ 400 ກິໂລແມັດ ຕັດຜ່ານ 9 ແຂວງ ແລະ ເມືອງໃນຫວຽດນາມ ໄດ້ແກ່ ລາວກາຍ, ອຽນບ໋າຍ, ຟູ໋ເຖາະ, ວິງຟຸກ, ຮ່າໂນ້ຍ, ບັກນິງ, ຮຸງອຽນ, ຫາຍເຢືອງ ແລະ ຮາຍຟອງ ແລະ ຈະເຊື່ອມຕໍ່ທາງລົດໄຟໃນຈີນ ໂດຍມີມູນຄ່າການລົງທຶນປະມານ 11,600 ລ້ານໂດລາສະຫະລັດ.
ທັງນີ້, ນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງໃຫ້ກະຊວງຄົມມະນາຄົມປະສານງານຢ່າງໃກ້ຊິດກັບກະຊວງ, ພາກສ່ວນ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ. ພ້ອມທັງຊີ້ວ່າ: ການອອກແບບຄວາມໄວລົດໄຟ ແລະ ຂະໜາດທາງລົດໄຟນັ້ນ ຈະຕ້ອງເຮັດໃຫ້ແນ່ໃຈວ່າສາມາດເຊື່ອມຕໍ່ກັບທາງລົດໄຟຂອງຈີນໄດ້ຢ່າງປອດໄພ.