ແຈ້ງການ ເລກທີ 12995/ຍທຂນວ ການຈັດສັນບ່ອນຈອດລົດຢູ່ສະຖານທີ່ທ່ອງທ່ຽວໃນຕົວເມືອງນະຄອນຫລວງວຽງຈັນ

ແຈ້ງການ ເລກທີ 12995/ຍທຂນວ ການຈັດສັນບ່ອນຈອດລົດຢູ່ສະຖານທີ່ທ່ອງທ່ຽວໃນຕົວເມືອງນະຄອນຫລວງວຽງຈັນ - PATUXAY - ແຈ້ງການ ເລກທີ 12995/ຍທຂນວ ການຈັດສັນບ່ອນຈອດລົດຢູ່ສະຖານທີ່ທ່ອງທ່ຽວໃນຕົວເມືອງນະຄອນຫລວງວຽງຈັນ
ແຈ້ງການ ເລກທີ 12995/ຍທຂນວ ການຈັດສັນບ່ອນຈອດລົດຢູ່ສະຖານທີ່ທ່ອງທ່ຽວໃນຕົວເມືອງນະຄອນຫລວງວຽງຈັນ - kitchen vibe - ແຈ້ງການ ເລກທີ 12995/ຍທຂນວ ການຈັດສັນບ່ອນຈອດລົດຢູ່ສະຖານທີ່ທ່ອງທ່ຽວໃນຕົວເມືອງນະຄອນຫລວງວຽງຈັນ

ເນື່ອງຈາກວ່າ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ນະຄອນຫຼວງວຽງຈັນ ມີການເຕີບໃຫຍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ພົນລະເມືອງ ກໍເພີ່ມຂຶ້ນ ແລະ ມີເງິນຄໍາຊື້ພາຫະນະ ໂດຍສະເພາະ ລົດໃຫຍ່, ລົດຈັກ ມາຮັບໃຊ້ ນັບມື້ນັບເພີ່ມຂຶ້ນ, ພ້ອມກັນນີ້ ຈໍານວນນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ລວມທັງຈຳນວນລົດບໍລິການຮັບ ໃຊ້ນັກທ່ອງທ່ຽວ ກໍເພີ່ມຂຶ້ນເຊັ່ນດຽວກັນ, ແຕ່ເສັ້ນທາງໃນໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ ແມ່ນບໍ່ສາມາດ ຂະຫຍາຍໃຫ້ກວ້າງອອກຕື່ມໄດ້, ໂດຍສະເພາະ ໃນເຂດແຫຼ່ງທ່ອງທ່ຽວ ທີ່ເປັນມໍລະດົກແຫ່ງຊາດ, ຈຶ່ງພາໃຫ້ ສະພາບການສັນຈອນຕາມທ້ອງຖະໜົນ ມີຄວາມແອອັດ, ລົດຕິດ, ທັງມີຄວາມສ່ຽງ ພາໃຫ້ເກີດມີອຸບປະຕິເຫດ ຫຼາຍຂຶ້ນ.

ແຈ້ງການ ເລກທີ 12995/ຍທຂນວ ການຈັດສັນບ່ອນຈອດລົດຢູ່ສະຖານທີ່ທ່ອງທ່ຽວໃນຕົວເມືອງນະຄອນຫລວງວຽງຈັນ - 12995 01 722x1024 - ແຈ້ງການ ເລກທີ 12995/ຍທຂນວ ການຈັດສັນບ່ອນຈອດລົດຢູ່ສະຖານທີ່ທ່ອງທ່ຽວໃນຕົວເມືອງນະຄອນຫລວງວຽງຈັນ

ສະນັ້ນ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ກອງບັນຊາການ ປ້ອງກັນ ຄວາມສະຫງົບ ນະຄອນຫຼວງວຽງຈັນ ແລະ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງ ວຽງຈັນ ຄົ້ນຄວ້ານໍາສະເໜີ ແລະ ໄດ້ຮັບການເຫັນດີຈາກ ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ແລ້ວ, ຈຶ່ງຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຊາບ ແລະ ໃຫ້ຄວາມຮ່ວມມືຕໍ່ການຈັດສັນ ບ່ອນຈອດລົດ ສໍາລັບຜູ້ຈະໄປທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆ ຢູ່ໃນໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ:

ແຈ້ງການ ເລກທີ 12995/ຍທຂນວ ການຈັດສັນບ່ອນຈອດລົດຢູ່ສະຖານທີ່ທ່ອງທ່ຽວໃນຕົວເມືອງນະຄອນຫລວງວຽງຈັນ - Visit Laos Visit SALANA BOUTIQUE HOTEL - ແຈ້ງການ ເລກທີ 12995/ຍທຂນວ ການຈັດສັນບ່ອນຈອດລົດຢູ່ສະຖານທີ່ທ່ອງທ່ຽວໃນຕົວເມືອງນະຄອນຫລວງວຽງຈັນ

1. ສະຖານທີ່ທ່ອງທ່ຽວ ພິພິທະພັນມໍລະດົກແຫ່ງຊາດ ພະທາດຫຼວງ ແລະ ບໍລິເວນອ້ອມຮອບ: ອະນຸຍາດໃຫ້ລົດ ບັດ (Bus) ແລະ ລົດຕູ້ (Van) ບໍລິການນັກທ່ອງທ່ຽວ ທີ່ມາທ່ຽວຊົມສະຖານທີ່ທ່ອງທ່ຽວດັ່ງກ່າວ ເຂົ້າທາງ ດ້ານໜ້າ ສະພາແຫ່ງຊາດ ໄປຈອດສົ່ງ ແລະ ຮັບນັກທ່ອງທ່ຽວ ຢູ່ເດີ່ນສະໜາມຫຼວງ ເບື້ອງໂພນເຄັງ ຫຼື ເບື້ອງ ຫໍພິພິທະພັນກອງທັບ; ໃນຕໍ່ໜ້ານີ້ ຫ້ອງການມໍລະດົກ ນະຄອນຫຼວງວຽງຈັນ ຈະຈັດຫາລົດໂດຍສານນ້ອຍ (ລົດໄຟຟ້າ) ມາບໍລິການຮັບ-ສົ່ງນັກທ່ອງທ່ຽວ ຈາກຈຸດຈອດລົດ ຫາທາງຈຸດເຂົ້າພິພິທະພັນພະທາດຫຼວງ, ທັງນີ້ ກໍເພື່ອບໍ່ໃຫ້ມີຄວາມສັ່ນສະເທືອນ ສົ່ງຜົນກະທົບຕໍ່ຮາກຖານ-ໂຄງສ້າງ ແລະ ບໍ່ບົດບັງຕໍ່ທັດສະນີຍະພາບທີ່ ສວຍງາມຂອງອົງພະທາດຫຼວງ.

2. ສະຖານທີ່ທ່ອງທ່ຽວມໍລະດົກແຫ່ງຊາດປະຕູໄຊ, ສວນປະຕູໄຊເກົ່າ ແລະ ພາກຂະຫຍາຍ: ອະນຸຍາດໃຫ້ລົດບັດ (Bus) ແລະ ລົດຕູ້ (Van) ບໍລິການນັກທ່ອງທ່ຽວ ທີ່ມາທ່ຽວຊົມສະຖານທີ່ທ່ອງທ່ຽວດັ່ງກ່າວ ຈອດໄດ້ ຊົ່ວຄາວ ພາຍໃນ 3 ຫາ 5 ນາທີ ຕໍ່ຄັນຕໍ່ຄັ້ງ ເພື່ອສົ່ງ-ຮັບນັກທ່ອງທ່ຽວຢູ່ລານຈອດລົດສວນປະຕູໄຊເກົ່າ ແລະ ພາກຂະຫຍາຍ ແລ້ວນໍາລົດອອກໄປຈອດລໍຖ້າກັບມາຮັບນັກທ່ອງທ່ຽວ ຢູ່ຕາມລານຈອດລົດທີ່ທາງການໄດ້ຈັດ ສັນໄວ້; ຫ້າມເດັດຂາດບໍ່ໃຫ້ຈອດລົດກາຍເວລາທີ່ກຳນົດໃຫ້, ຜູ້ທີ່ລະເມີດຈະຖືກປັບໃໝ ແຕ່ 1 ລ້ານ ກີບ ຫາ 2 ລ້ານ ກີບ ຕໍ່ຄັນ ຕໍ່ຄັ້ງ.

3. ສະຖານທີ່ທ່ອງທ່ຽວອື່ນໆ ໃນໃຈກາງຕົວເມືອງນະຄອນຫຼວງວຽງຈັນ: ກໍອະນຸຍາດໃຫ້ລົດບັດ (Bus) ແລະ ລົດ ຕູ້ (Van) ບໍລິການນັກທ່ອງທ່ຽວ ທີ່ມາທ່ຽວຊົມສະຖານທີ່ທ່ອງທ່ຽວແຕ່ລະບ່ອນ ຈອດໄດ້ຊົ່ວຄາວ ພາຍໃນ 3 ຫາ 5 ນາທີ ຕໍ່ຄັນ ຕໍ່ຄັ້ງ ເພື່ອສົ່ງ-ຮັບນັກທ່ອງທ່ຽວ ຢູ່ແຄມທາງໃກ້ສະຖານທີ່ທ່ອງທ່ຽວ ຄ້າຍຄືກັນກັບປະຕິບັດ ຢູ່ສວນປະຕູໄຊ; ຜູ້ທີ່ລະເມີດກໍຈະຖືກປັບໃໝ່ເທົ່າເຊັ່ນກັນ.

4. ຫ້າມເດັດຂາດ ບໍ່ໃຫ້ຈອດລົດທຸກຂະໜາດ, ທຸກປະເພດຕາມແຄມທາງໃນຕົວເມືອງ ນະຄອນຫຼວງວຽງຈັນ ລຽນກັນກວມເອົາ 2 ເລນ ເພາະຈະກິດຂວາງເສັ້ນທາງຈະລາຈອນ, ທັງເປັນສາເຫດຕົ້ນຕໍເຮັດໃຫ້ລົດຕິດໃນຕົວ ເມືອງ; ຜູ້ທີ່ລະເມີດ ຈະຖືກປັບໃໝ ແຕ່ 1 ລ້ານ ກີບ ຫາ 2 ລ້ານ ກີບ ຕໍ່ຄັນ ຕໍ່ຄັ້ງ.

5. ຫ້າມເດັດຂາດ ບໍ່ໃຫ້ລົດບັນທຸກໜັກທຸກຂະໜາດ ແລະ ທຸກຊະນິດ ຈອດຢູ່ຕາມແຄມທາງ ແລະ ສະຖານທີ່ ທ່ອງທ່ຽວ ໃນໃຈກາງຕົວເມືອງ ນະຄອນຫຼວງວຽງຈັນ, ຍົກເວັ້ນແຕ່ໄດ້ຮັບອະນຸຍາດເປັນກໍລະນີຈໍາເປັນສະເພາະ ຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ ຫຼື ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ; ຜູ້ທີ່ ລະເມີດ ຈະຖືກປັບໃໝ ແຕ່ 1 ລ້ານ ກີບ ຫາ 10 ລ້ານ ກີບ.

6. ຫ້າມເດັດຂາດ ບໍ່ໃຫ້ລົດລໍ້ໝາກກະດິ່ງ ຈອດຂາຍເຄື່ອງຕາມແຄມທາງ ໃກ້ສະຖານທີ່ທ່ອງທ່ຽວ ໃນໃຈກາງຕົວ ເມືອງນະຄອນຫຼວງວຽງຈັນ, ຜູ້ລະເມີດ ຈະຖືກປັບໃໝ ແຕ່ 5 ແສນ ກີບ ຫາ 1 ລ້ານ ກີບ.

7. ພາຫະນະທຸກຊະນິດນັບແຕ່ 3 ລໍ້ ຂຶ້ນໄປຕ້ອງມີຖົງ ຫຼື ພາຊະນະໄວ້ໃສ່ຂີ້ເຫຍື້ອ; ຫ້າມເດັດຂາດ ບໍ່ໃຫ້ໂຍນ ຫຼື ກວາດຂີ້ເຫຍື້ອອອກຈາກພາຫະນະຂອງຕົນ ໃສ່ຖະໜົນຫົນທາງ ແລະ ສະຖານທີ່ສາທາລະນະ, ຜູ້ທີ່ລະເມີດຈະຖືກປັບໃໝ ແຕ່ 1 ລ້ານ ກີບ ຫາ 5 ລ້ານກີບ ຕໍ່ຄັນ ຕໍ່ຄັ້ງ.

ດັ່ງນັ້ນ, ຈຶ່ງແຈ້ງມາບັນດາທ່ານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊາບ ແລະ ຈົ່ງໃຫ້ຄວາມຮ່ວມມືຈັດຕັ້ງ ປະຕິບັດ ຢ່າງເຂັ້ມງວດ.

ແຈ້ງການ ເລກທີ 12995/ຍທຂນວ ການຈັດສັນບ່ອນຈອດລົດຢູ່ສະຖານທີ່ທ່ອງທ່ຽວໃນຕົວເມືອງນະຄອນຫລວງວຽງຈັນ - 12995 02 722x1024 - ແຈ້ງການ ເລກທີ 12995/ຍທຂນວ ການຈັດສັນບ່ອນຈອດລົດຢູ່ສະຖານທີ່ທ່ອງທ່ຽວໃນຕົວເມືອງນະຄອນຫລວງວຽງຈັນ

ແຈ້ງການ ເລກທີ 12995/ຍທຂນວ ການຈັດສັນບ່ອນຈອດລົດຢູ່ສະຖານທີ່ທ່ອງທ່ຽວໃນຕົວເມືອງນະຄອນຫລວງວຽງຈັນ - 4 - ແຈ້ງການ ເລກທີ 12995/ຍທຂນວ ການຈັດສັນບ່ອນຈອດລົດຢູ່ສະຖານທີ່ທ່ອງທ່ຽວໃນຕົວເມືອງນະຄອນຫລວງວຽງຈັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!