ຫາລືກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງໂລກ 2025 ທີ່ປະເທດຍີ່ປຸ່ນ

ຫາລືກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງໂລກ 2025 ທີ່ປະເທດຍີ່ປຸ່ນ - FB IMG 1734968449640 edit 3382696150131749 - ຫາລືກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງໂລກ 2025 ທີ່ປະເທດຍີ່ປຸ່ນ
ຫາລືກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງໂລກ 2025 ທີ່ປະເທດຍີ່ປຸ່ນ - kitchen vibe - ຫາລືກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງໂລກ 2025 ທີ່ປະເທດຍີ່ປຸ່ນ

ວັນທີ 23 ທັນວາ 2024, ກະຊວງອຸດສາຫະກໍາ ແລະ ການຄ້າ ເປີດກອງປະຊຸມຄະນະຊີ້ນໍາລະດັບຊາດ ຄັ້ງທີ IV ເພື່ອກະກຽມ ແລະ ເຂົ້າຮ່ວມງານວາງສະແດງໂລກ (World EXPO 2025) ເຊິ່ງຈະຈັດຂຶ້ນໃນວັນທີ 13 ເມສາ ຫາ 13 ຕຸລາ 2025 ນີ້ ທີ່ເມືອງໂອຊາກາ ແຂວງຄັນໄຊ ປະເທດຍີ່ປຸ່ນ. ໂດຍມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານຄະນະຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ເຂົ້າຮ່ວມງານວາງສະແດງໂລກ EXPO 2025 Osaka ຂອງ ສປປ ລາວ ມີທ່ານ ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຫາລືກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງໂລກ 2025 ທີ່ປະເທດຍີ່ປຸ່ນ - FB IMG 1734968452390 1024x683 - ຫາລືກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງໂລກ 2025 ທີ່ປະເທດຍີ່ປຸ່ນ

ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ງານວາງສະແດງໂລກ ເພື່ອສົ່ງເສີມຄວາມກ້າວໜ້າ ເຜີຍແຜ່ຂໍ້ມູນແກ່ສາທາລະນະຊົນ ແລະ ຍົກສູງການຮ່ວມມື ລະຫວ່າງບັນດາປະເທດ ແລະ ອົງກອນຕ່າງໆໃນໂລກ ທັງເປັນເວທີພົບປະທີໃຫຍ່ທີ່ສຸດໃນໂລກ ໂດຍສະເພາະແມ່ນການຮວມຕົວຂອງບັນດາປະເທດພາກທຸລະກິດ ອົງການຈັດຕັ້ງ ຂະແໜງການຕ່າງໆ ເຊິ່ງກິດຈະກຳປະກອບດ້ວຍ ງານວາງສະ ແດງການເຝິກອົບຮົມ Live Show ການປະຊຸມ ແລະ ອື່ນໆ ເຊິ່ງຈັດຂຶ້ນທຸກໆ 5 ປີ ໄລຍະເວລາ 6 ເດືອນ. ສໍາລັບ ສປປ ລາວ ຈະເຂົ້າຮ່ວມເປັນຄັ້ງທີ 6 ນັບຈາກປີ 2000 ທີ່ຮັນໂນເວີ ເຢຍລະມັນ ປີ 2005 ທີ່ໄອຈິ ຍີ່ປຸ່ນ ປີ 2010 ທີ່ຊຽງໄຮ ສປ ຈີນ ປີ 2015 ທີ່ມິລານ ອີຕາລີ ປີ 2020 ທີ່ສະຫະລັດອາຣັບເອມີເຣດ ແລະ ປີ 2025 ທີ່ຍີ່ປຸ່ນ ເຊິ່ງຫ້ອງວາງສະແດງແຫ່ງຊາດລາວ ຖືກຈັດຢູ່ໃນເຂດ: ຄວາມຢູ່ລອດຂອງຊີວິດ (Saving Lives).

ຫາລືກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງໂລກ 2025 ທີ່ປະເທດຍີ່ປຸ່ນ - Visit Laos Visit SALANA BOUTIQUE HOTEL - ຫາລືກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງໂລກ 2025 ທີ່ປະເທດຍີ່ປຸ່ນ

ໃນໄລຍະທີ່ຜ່ານມາ ໄດ້ເປັນເອກະພາບ ກຳນົດເອົາຫົວຂໍ້ຫ້ອງວາງສະແດງແຫ່ງຊາດລາວ ໃນຫົວຂໍ້: ການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງຂອງ ສປປ ລາວ (Green Growth and Sustainable Development in Lao PDR) ເຊິ່ງຈະເປັນການນໍາສະເໜີ “ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ເຖິງປີ 2030” ທີ່ເປັນຍຸດທະສາດອັນສໍາຄັນໜຶ່ງ ໃນແນວທາງນະໂຍບາຍຂອງພັກ ແລະ ລັດຖະບານລາວ ສະແດງອອກໃນວິໄສທັດຮອດປີ 2030 ຍຸດທະສາດ 10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ຕິດພັນກັບການບັນລຸເປົ້າໝາຍການພັດທະນາຍືນຍົງ (SDGs).

ພາຍໃນຫ້ອງວາງສະແດງແຫ່ງຊາດລາວ ຈະແບ່ງອອກເປັນ 5 ເຂດ ນໍາສະເໜີຄື: ເຂດນໍາສະເໜີກ່ຽວກັບ ສປປ ລາວ ເຂດນໍາສະເໜີຍຸດທະສາດ ແລະ ເປົ້າໝາຍການພັດທະນາສີຂຽວຕາມທິດຍືນຍົງ ເຂດນໍາສະເໜີໝາກຜົນຂອງການພັດທະນາສີຂຽວແບບຍືນຍົງ ບັນດາໂຄງການພັດທະນາກະສິກຳສີຂຽວ ແລະ ຍືນຍົງ, ໂຄງການອຸດສາຫະກຳສີຂຽວ, ໂຄງການພະລັງງານສະອາດ ແລະ ໂຄງການທ່ອງທ່ຽວແບບອະນຸລັກ ເປັນມິດກັບທຳມະຊາດ ເຂດນໍາສະເໜີສິນຄ້າ ແລະ ຜະລິດຕະພັນສີຂຽວ ແລະ ຍືນຍົງ ແລະ ເຂດນໍາສະເໜີເສດຖະກິດສີຂຽວຕາມທິດຍືນຍົງ.

ທີ່ມາ: Lao National Radio

ຫາລືກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງໂລກ 2025 ທີ່ປະເທດຍີ່ປຸ່ນ - 5 - ຫາລືກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງໂລກ 2025 ທີ່ປະເທດຍີ່ປຸ່ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!