ເຮັດລະບຽບແຈ້ງການມີຄວາມເຂັ້ມແຂງແລະສັກສິດ ຈຶ່ງຈະມິດສຽງແຕກຈາກກະໂພກ

ເຮັດລະບຽບແຈ້ງການມີຄວາມເຂັ້ມແຂງແລະສັກສິດ ຈຶ່ງຈະມິດສຽງແຕກຈາກກະໂພກ - hq720 1 - ເຮັດລະບຽບແຈ້ງການມີຄວາມເຂັ້ມແຂງແລະສັກສິດ ຈຶ່ງຈະມິດສຽງແຕກຈາກກະໂພກ
ເຮັດລະບຽບແຈ້ງການມີຄວາມເຂັ້ມແຂງແລະສັກສິດ ຈຶ່ງຈະມິດສຽງແຕກຈາກກະໂພກ - kitchen vibe - ເຮັດລະບຽບແຈ້ງການມີຄວາມເຂັ້ມແຂງແລະສັກສິດ ຈຶ່ງຈະມິດສຽງແຕກຈາກກະໂພກ

ໂດຍ: ຜາຕຸງ

ເມື່ອໃກ້ຈະຮອດງານສຳຄັນຕ່າງໆ ໃນແຕລະປີ ອຳນາດການປົກຄອງ ພ້ອມພະແນກອຸດສາຫະກຳ ແລະ ການຄ້າ, ປກຊ ປກສ ເພິ່ນໄດ້ອອກຄຳສັ່ງ ແຈ້ງເຕືອນໃຫ້ທົ່ວສັງຄົມປະຕິບັດຕາມ ເຊັ່ນ: ຫ້າມນຳເຂົ້າ ແລະ ຈຳໜ່າຍ ບັ້ງກະໂພກ, ບັ້ງໄຟດອກ, ວັດຖຸທີ່ມີສຽງແຕກທຸກຊະນິດ ທີ່ສ້າງຄວາມເນືອງນັນ ແລະ ລວມທັງ ສິ່ງເສບຕິິດທຸກຊະນິດ ສ້າງຄວາມສັບສົນວຸ່ນວາຍເພື່ອປົກປັກຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ເຮັດລະບຽບແຈ້ງການມີຄວາມເຂັ້ມແຂງແລະສັກສິດ ຈຶ່ງຈະມິດສຽງແຕກຈາກກະໂພກ - Visit Laos Visit SALANA BOUTIQUE HOTEL - ເຮັດລະບຽບແຈ້ງການມີຄວາມເຂັ້ມແຂງແລະສັກສິດ ຈຶ່ງຈະມິດສຽງແຕກຈາກກະໂພກ

ຜ່ານມາຍັງສັງເກດເຫັນວ່າ ເຖິງຈະມີການເກືອດຫ້າມແຕ່ຫົວທີ ແລະ ມີການລົງກວດກາ ຕາມບັນດາຮ້ານຄ້າຕ່າງໆແລ້ວກໍຕາມ ແຕ່ພໍຮອດມື້ມາແທ້ໆ ສຽງແຕກຈາກການຈູດ ກະໂພກແລະສຽງແຕກຈາກສິ່ງອື່ນຍັງດັງຟົດສະນັ່ນຟັ່ນເຟືອນ ດັງກຶກກ້ອງໄປທົ່ວ ເຮັດໃຫ້ຄົນທີ່ກຳລັງນອນຫຼັບນອນຝັນສະເດີດຕື່ນຈາກການຫຼັບນອນ ຜູ້ເຖົ້າ, ຜູ້ທີ່ມີພະຍາດປະຈຳຕົວເປັນຕົ້ນ ພະຍາດຫົວໃຈ ພະຍາດຄວາມດັນ ຍິ່ງເພີ່ມທະວີຄວາມເຈັບປວດຂຶ້ນຕື່ມ, ສັດລ້ຽງຫຼົງທາງບໍ່ຈັກບ່ອນຈະກັບເຮືອນ ສຸດທ້າຍສູນເສຍໄປກໍ່ມີ.

ນີ້ກໍໃກ້ຈະຮອດເທສະການສຳຄັນຫຼາຍຢ່າງ ເປັນຕົ້ນ ບຸນຄຣິດສະມາດ, ງານສົ່ງທ້າຍປີເກົ່າ ຄສ 2024 ຕ້ອນຮັບປີໃໝ່ສາກົນ 2025 ແລະ ຕໍ່ໆໄປຈົນຮອດ ບຸນກຸດຈີນ ແລະ ບຸນເຕັດຂອງພີ່ນ້ອງລາວເຊື້ອສາຍຈີນ, ເຊື້ອສາຍຫວຽດນາມ ກໍອາດຈະມີການນຳເຂົ້າມາ ແລະ ລັກຈຳໜ່າຍ ບັ້ງກະໂພກ ບັ້ງໄຟ ແລະ ວັດຖຸທີ່ແຕກສຽງດັງຈຳນວນຫຼາຍກໍເປັນໄດ້ ແນ່ນອນວ່າຕ້ອງມີການຈູດສົ່ງສຽງດັງອຶກກະທຶກໄປທົ່ວດັ່ງເປັນມາແຕ່ລະປີ, ຖ້າຫາກບມີມາດຕະການ ລະບຽບການ ອອກມາບັງຄັບແຕ່ຫົວທີ.

ຜ່ານມາພາກສ່ວນກ່ຽວຂ້ອງໄດ້ເຮັດວຽກງານນີ້ບໍ ແນ່ນອນວ່າເພິ່ນໄດ້ລົງເຮັດໄດ້ລົງກວດກາຄັກແນ່ ແຕ່ການລົງກວດກາກໍເຮັດເປັນພຽງບາງຈຸດບາງບ່ອນ ເທົ່ານັ້ນ ຈຶ່ງເຮັດໃຫ້ຍັງມີການຝ່າຝືນບໍ່ຍອມປະຕິບັດຕາມຄຳສັ່ງຫ້າມນັ້ນໄດ້ຢ່າງແທ້ຈິງ ແຕ່ນີ້ ມັນກໍມີຫຼາຍປັດໄຈຫຼາຍເງື່ອນໄຂຂອງພະນັກງານເຈົ້າໜ້າທີ່ຜູ້ເຮັດວຽກງານນີ້ ເຊັ່ນ ຜູ້ເຮັດວຽກມີໜ້ອຍບໍ່ທົ່ວເຖິງ ພາຫະນະບໍ່ພຽງພໍ ການປະສານງານລະຫວ່າງຜູ້ເຮັດວຽກງານນີ້ບໍ່ຕິດຈອດທົ່ວເຖິງ ແລະອື່ນໆ ຈຶ່ງເຮັດໃຫ້ ຄຳສັ່ງຫ້າມບໍ່ໄດ້ຮັບການປະຕິບັດຢ່າງຈິງຈັງແລະທົ່ວເຖິງ,

ດັ່ງນັ້ນ ຢາກໃຫ້ການປະຕິບັດວຽກງາານນີ້ໄດ້ຮັບຜົນດີ ທຸກໆພາກສ່ວນທີ່ກ່ຽວຂ້ອງຄວນປະສານສົມທົບຮ່ວມມືກັນປະຕິບັດຢ່າງຈິງຈັງ ການກວດກາ ກັກ ແລະ ຍຶດສິນຄ້າ ລວມທັງການປັບໃໝກໍເປັນ ພຽງມາດຕະການແກ້ໄຂທີ່ປາຍເຫດເທົ່ານັ້ນ ຕົ້ນຕໍ ແມ່ນຢູ່ທີ່ຕົ້ນທາງການນຳເຂົ້າມາຈຳໜ່າຍ ຊິ່ງບັນຫານີ້ ຜູ້ເຮັດວຽກຢູ່ຕົ້ນທາງ ໝາຍເຖິງຈຸດດ່ານທີ່ສິນຄ້ຜ່ານເຂົ້າມາ ຢູ່ຈຸດນັ້ນຕ້ອງກວດກາໃຫ້ລະອຽດເຂັ້ມງວດຕາມລະບຽບກົດໝາຍຂອງປະເທດ ຖ້າພົບພໍ່້ກໍຕ້ອງກັກຢຶດ ແລະ ທຳລາຍຖິ້ມ ເດັດຂາດບໍ່ອະນຸຍາດໃຫ້ນຳເຂົ້າ, ສ່ວນຢູ່ທາງໃນທຸກພາກສ່ວນທີ່ກ່ຽວຂ້ອງກໍໃຫ້ເຂັ້ມງວດກວດຂັນ ເຮັດແທ້ທຳຈິງ ຜິດກໍປັບໃໝໃສ່ໂທດຕາມລະບຽບໜັກຫຼືເບົາແມ່ນຕາມກໍລະນີເຫດການທີ່ເກີດຂຶ້ນ ບໍ່ຄວນເຮັດຫູໜວກກິນຟານ ຫຼື ຫູທວນລົມ ເພາະມັນໝົດເວລານະໂຍບາຍແລ້ວ, ສິ່ງສຳຄັນພາກລັດຕ້ອງເປັນແບບຢ່າງໃຫ້ສັງຄົມ, ເຊື່ອວ່າຫາກເຮັດໄດ້ຄືແນວນັ້ນ ບັນຫາສຽງແຕກຈາກໝາກກະໂພກ ຫຼື ວັດຖຸທີ່ມີສຽງແຕກໃນໂອກາດ ເທດສະການຕ່າງໆງຽບສະຫງົບລົງໄດ້ ແລ້ວເມື່ອນັ້ນລະບຽບກົດໝາຍຈະເຂັ້ມງວດ ສັງຄົມຈະມີຄວາມສະຫງົບປອດໄພ ເປັນລະບຽບຮຽບຮ້ອຍດີຂຶ້ນ.

ເຮັດລະບຽບແຈ້ງການມີຄວາມເຂັ້ມແຂງແລະສັກສິດ ຈຶ່ງຈະມິດສຽງແຕກຈາກກະໂພກ - 4 - ເຮັດລະບຽບແຈ້ງການມີຄວາມເຂັ້ມແຂງແລະສັກສິດ ຈຶ່ງຈະມິດສຽງແຕກຈາກກະໂພກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!