ໜ້າເປັນຫ່ວງຫລາຍ ຂາຍທີ່ດິນໃຫ້ຄົນຕ່າງຊາດ

ໜ້າເປັນຫ່ວງຫລາຍ ຂາຍທີ່ດິນໃຫ້ຄົນຕ່າງຊາດ - land sale - ໜ້າເປັນຫ່ວງຫລາຍ ຂາຍທີ່ດິນໃຫ້ຄົນຕ່າງຊາດ
ໜ້າເປັນຫ່ວງຫລາຍ ຂາຍທີ່ດິນໃຫ້ຄົນຕ່າງຊາດ - kitchen vibe - ໜ້າເປັນຫ່ວງຫລາຍ ຂາຍທີ່ດິນໃຫ້ຄົນຕ່າງຊາດ

ໂດຍ: ລູກເມືອງພວນ 17.12.24

ໄລຍະ 10 ປີມານີ້ປາກົດວ່າ ມີນັກທຸລະກິດຄົນຕ່າງຊາດເຂົ້າມາເຮັດທຸລະກິດຢູ່ໃນລາວນັບມື້ຫຼາຍຂຶ້ນ. ທຸລະກິດຂອງພວກເຂົາແມ່ນມີຫຼາກຫຼາຍວິຊາຊີບ ນັບຕັ້ງແຕ່ການຄ້າຂາຍ, ອະສັງຫາລິມະຊັບ, ຫຸ້ນສ່ວນ, ລົງທຶນ…ຈົນເຖິງການເຮັດທຸລະກິດທາງດ້ານການກະເສດ ປູກຝັງ ລ້ຽງສັດ…

ໜ້າເປັນຫ່ວງຫລາຍ ຂາຍທີ່ດິນໃຫ້ຄົນຕ່າງຊາດ - Visit Laos Visit SALANA BOUTIQUE HOTEL - ໜ້າເປັນຫ່ວງຫລາຍ ຂາຍທີ່ດິນໃຫ້ຄົນຕ່າງຊາດ

ເມື່ອດຳເນີນທຸລະກິດໃນດ້ານການກະສິກຳ ກໍເປັນອັນແນ່ນອນວ່າຕ້ອງມີດິນ ມີນໍ້າ ຈຶ່ງສາມາດດຳເນີນກິດຈະການນັ້ນໄດ້. ເພື່ອໃຫ້ໄດ້ມາທີ່ດິນ ຫຼື ສະຖານທີ່ດຳເນີນທຸລະກິດ, ເບື້ອງຕົ້ນພວກນັກທຸລະກິດຕ່າງຊາດກໍຊອກເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ແລະ ເອກະຊົນຢູ່ໃນຕົວເມືອງໃຫ່ຍໆກ່ອນເພື່ອທຳມາຄ້າຂາຍ, ຫຼັງຈາກນັ້ນກໍຄ່ອຍຂະຫຍາຍອອກໄປສູ່ຊົນະບົດຫ່າງໄກສອກຫຼີກ. ເມື່ອເຫັນວ່າພວກນັກ ທຸລະກິດຄົນຕ່າງຊາດມີຄວາມຕ້ອງການເນື້ອທີ່ດິນເປັນຈຳນວນຫຼວງຫຼາຍ, ຄົນລາວຈຳນວນໜຶ່ງທີ່ມີດິນດອນຕ່ອນຫຍ້າຫຼາຍແດ່ກໍພາກັນແຫ່ຂາຍດິນໃຫ້ຄົນຕ່າງຊາດເພື່ອສະແຫວງຫາຜົນກຳໄລໂດຍຜ່ານຕົວແທນຄົນລາວ, ອອກຊື່ໃນນາມຄົນລາວ ເພາະໃນກົດໝາຍທີ່ດິນຂອງ ສປປລ ລາວໄດ້ລະບຸໄວ້ວ່າ: ຄົນຕ່າງຊາດບໍ່ມີສິດຊື້-ຂາຍ ຫຼື ເປັນເຈົ້າກຳມະສິດທີ່ດິນໃນ ສປປລ ລາວໄດ້. ບ່ອນທີ່ເປັນທຳເລດີໃນການດຳເນີນທຸລະກິດກໍຍິ່ງມີລາຄາແພງ, ເຖິງແມ່ນຈະແພງເທົ່າໃດ ພວກເຂົາກໍຈະທຸ່ມເງິນໃສ່ບໍ່ອັ້ນ ເພາະພວກເຂົາຫວັງຜົນກຳໄລໃນໄລຍະຍາວ 10-20 ປີຂ້າງໜ້າ. ມາເຖິງປັດຈຸບັນເຮົາຈະເຫັນວ່າຢູ່ທັງໃນຕົວເມືອງ ແລະ ຊົນນະບົດກໍຈະເຕັມໄປດ້ວຍກິດຈະການຂອງນັກທຸລະກິດຕ່າງຊາດໄປໝົດ, ໃນຕົວເມືອງນະຄອນຫຼວງວຽງຈັນກໍເກີດມີຄຸ້ມຂອງຄົນຕ່າງຊາດຂຶ້ນຢ່າງມາກມາຍ.

ສ່ວນບອ່ນໃດທີ່ເຊົ່າ ຫຼື ສຳປະທານນັ້ນບໍ່ໜ້າຈະເປັນຫ່ວງປານໃດ ເພາະໃນສັນຍາໄດ້ກຳນົດວັນເວລາໝົດສັນຍາ ຫຼັງຈາກນັ້ນກໍຈະໄດ້ສົ່ງຄືນ ຖ້າຢາກເຊົ່າ ຫຼື ສຳປະທານຕໍ່ກໍເຮັດຂໍ້ສັນຍາໃໝ່, ແຕ່ສິ່ງທີ່ໜ້າເປັນຫ່ວງທີ່ສຸດກໍຄືການໂອນກຳມະສິດຂາດໂຕນັ້ນແຫຼະທີ່ເປັນບັນຫາ, ຖ້າຈະທວງຄືນກໍຕ້ອງໄດ້ໃຊ້ແທນຄືນແພງທົບ 10 ເທື່ອ ແລ້ວຈະມີປັນຍາຊື້ຄືນຫຼືບໍ່? ນອກຈາກນັ້ນມັນຍັງແຕະຕ້ອງໄປເຖິງເລື່ອງກົດໝາຍຫຼາຍສະບັບທີ່ກ່ຽວຂ້ອງ, ແຕະຕ້ອງເຖິງມິດຕະພາບຄວາມສຳພັນທີ່ດີລະຫວ່າງຊາດ ແລະ ອື່ນໆ.

ບັນຫາດັ່ງກ່າວເປັນສັນຍານເຕືອນວ່າ ໃນຕໍ່ໜ້າ ປະຊາຊົນລາວຈະມີຄວາມຫຍຸ້ງຍາກໃນການທຳມາຫາກິນ, ໃນການສ້າງສາພັດທະນາປະເທດຊາດ ເພາະເຮົາຂາດຄວາມເປັນເອກະລາດທາງດ້ານທີ່ດິນ, ຊັບ ໃນດິນສິນໃນນໍ້າກໍຖືກຂຸດຄົ້ນ ຂຸດເຈາະໄປໝົດແລ້ວ, ຜົນກະທົບທີ່ຕາມມາຂອງທຸລະກິດເຫຼົ່ານັ້ນກໍຄືທຳມະຊາດ ແລະ ສິ່ງແວດລ້ອມຖືກທຳລາຍມ້າງເພຢ່າງຮ້າຍແຮງ, ຫ້ວຍນໍ້າລຳເຊອາດຈະຖືກເຈືອຈານໄປດ້ວຍສານພິດ, ອາກາດກາຍເປັນມົນລະພິດ ກາຍເປັນຜົນກະທົບຍາວນານ ຍາກທີ່ຈະພື້ນຟູຄືນໃຫ້ກັບຄືນສູ່ສະພາບເດີມໄດ້.

ຕໍ່ບັນຫາດັ່ງກ່າວຂໍຮຽກຮ້ອງມາຍັງປະຊາຊົນລາວທັງຊາດທີ່ເປັນເຈົ້າຂອງປະເທດຊາດ ເຈົ້າຂອງດິນດອນຕ່ອນຫຍ້າ ຈົ່ງຍົກສູງຄວາມເປັນຊາດ ຈິດໃຈຊາດ ຄວາມເປັນເອກະລາດ ແລະ ສະຕິຊາດໃຫ້ສູງຂຶ້ນຕື່ມອີກ, ຂາຍດິນໃຫ້ຄົນຕ່າງຊາດ ມັນຈະມີຜົນເສຍຫາຍຕໍ່ປະເທດຊາດບ້ານເມືອງຫຼາຍກ່ວາສິ່ງທີ່ໄດ້ມາ, ຄົນລາວທຸກຄົນຕ້ອງມີສາຍຕາ ແລະ ວິໄສທັດອັນຍາວໄກຕໍ່ປະເທດຊາດບ້ານເມືອງ, ຕໍ່ຜົນເສຍຫາຍທີ່ຈະຕາມມາຂ້າງໜ້າທີ່ຈະແກ້ໄຂໄດ້ຍາກ, ຍິ່ງໄປກ່ວານັ້ນກໍ່ອາດຕົກເຂົ້ສູ່ກັບດັກທາງດ້ານເສດຖະ ກິດທີ່ເຮົາ ບໍ່ມອງກ້ວາງເຫັນໄກໄວ້ກ່ອນ. ເຖິງເວລານັ້ນຈະກືນກໍບໍ່ໄດ້ ຄາຍກໍບໍ່ອອກ. ມີສະຕິໄວ້ແຕ່ດຽວນີ້ດີກ່ວາທີ່ຈະແກ້ບັນຫາຕາມມາພາຍຫຼັງ. ຖ້າຫາກຍັງບໍ່ມອງເຫັນບັນຫາໃນມື້ນີ້ ຄົງຈະມີບັນຫາຫຍຸ້ງຍາກບໍ່ໜ້ອຍໃນຄວາມເປັນເອກະລາດຂອງປະເທດຊາດກ່ຽວກັບບັນຫາທີ່ດິນກໍ່ເປັນໄດ້.

ໜ້າເປັນຫ່ວງຫລາຍ ຂາຍທີ່ດິນໃຫ້ຄົນຕ່າງຊາດ - 4 - ໜ້າເປັນຫ່ວງຫລາຍ ຂາຍທີ່ດິນໃຫ້ຄົນຕ່າງຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!