ປິດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ

ປິດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ - 471172086 1085230880282604 6647333150122369594 n - ປິດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ
ປິດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ - kitchen vibe - ປິດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ

ວັນທີ 22 ທັນວາ 2024 ນີ້ ຈັດພິທີປິດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ດ້ວຍຜົນສໍາເລັດຢ່າງຈົບງາມ, ພາຍຫຼັງດໍາເນີນມາເປັນເວລາ 10 ວັນ ຄືເລີ່ມແຕ່ວັນທີ 13 ທັນວາ 2024ນີ້ ໂດຍການເຂົ້າຮ່ວມຂອງທ່ານ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ ຄະນະຈັດງານລະດັບຊາດ ງານມະຫາກໍາກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VII, ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານຄະນະກຳມະການ ໂອແລັມປິກແຫ່ງຊາດລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍນັກກິລານັກຮຽນມັດທະຍົມສຶກສາທົ່ວປະເທດ.

ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຄະນະຮັບຜິດຊອບລະດັບຊາດ ລາຍງານ ວ່າ: ຜົນສໍາເລັດທີ່ຍາດມາໄດ້ນັ້ນ, ແມ່ນຍ້ອນການກະກຽມການວາງແຜນໃນແຕ່ລະໄລຍະ ການປະກອບສ່ວນດ້ວຍຄວາມຮັບຜິດຊອບສູງຂອງທຸກພາກສ່ວນ, ການແຂ່ງຂັນເຕັມໄປດ້ວຍຮອຍຍິ້ມ ຄວາມເບີກບານມ່ວນຊື່ນ ແລະ ມີຄວາມຊົງຈຳທີ່ດີ ເປັນການຍົກລະດັບຄວາມຮູ້ ຄວາມສາມາດ ແລະ ປະສົບການໃນດ້ານກິລາຂອງນັກຮຽນ ເພື່ອສ້າງຕົນເອງໃຫ້ເປັນນັກກິລາລຸ້ນສືບທອດກ້າວຂຶ້ນສູ່ຄຸນນະພາບໃໝ່ ເພື່ອກຽມເຂົ້າແຂ່ງຂັນກິລາລະດັບຊາດ, ພາກພື້ນ ແລະ ສາກົນໃນຕໍ່ໜ້າ, ຕິດພັນກັບນະໂຍບາຍການພັດທະນາຊັບພະຍາກອນມະນຸດຮອບດ້ານ.

ປິດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ - Visit Laos Visit SALANA BOUTIQUE HOTEL - ປິດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ

ການແຂ່ງຂັນຄັ້ງນີ້ມີ 12 ປະເພດກິລາ ອັນດັບຕາຕະລາງຫລຽນລາງວັນນັບແຕ່ອັນດັບທີ 1 ຫາທີ 3 ຄື :

ອັນດັບທີ1 ໄດ້ແກ່ນະຄອນຫລວງວຽງຈັນ 26 ຫລຽນຄຳ, 21 ຫລຽນເງິນ, 29 ຫລຽນທອງ ລວມທັງໝົດ 76 ຫລຽນ.

ອັນດັບທີ 2 ແຂວງຈຳປາສັກ ໄດ້ຮັບ 20 ຫລຽນຄຳ, 20 ຫລຽນເງິນ ແລະ 20 ຫລຽນທອງລວມທັງໝົດ 60 ຫລຽນ.

ອັນດັບທີ 3 ແຂວງສາລະວັນ ເຈົ້າພາບ ໄດ້ຮັບ 12 ຫລຽນຄຳ, 20 ຫລຽນເງິນ ແລະ 16 ຫລຽນທອງ ລວມທັງໝົດ 48 ຫລຽນ.

ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ປະທານຈັດງານ ກ່າວໃນພິທີປິດງານ ຄັ້ງນີ້ວ່າ: ໃນນາມຕ່າງໜ້າໃຫ້ອົງການປົກຄອງແຂວງສາລະວັນ ແລະ ລັດຖະບານແຫ່ງ ສປປ ລາວ ຂໍສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດຂອງຄະນະຮັບຜິດຊອບຈັດງານ, ບັນດາທ່ານຄະນະນຳນັກກິລາ, ຄູຝຶກ, ກຳມະການຕັດສິນ, ຜູ້ປະກອບການ, ຜູ້ອຸປະຖຳຕະຫຼອດຮອດຄູອາຈານ ແລະ ປະຊາຊົນບັນດາເຜົ່າຊາວແຂວງສາລະວັນ ທີ່ໄດ້ປະກອບສ່ວນເປັນເຈົ້າພາບທີ່ດີໃນງານຄັ້ງນີ້, ເຮັດໃຫ້ການຈັດງານຄັ້ງນີ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ຈາກນັ້ນ, ກໍໄດ້ມີການ ມອບທຸງກິລາໃຫ້ແຂວງເຊກອງ ເປັນເຈົ້າພາບໃນງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດຄັ້ງທີ VIII ໃນປີ 2027.

ທີ່ມາ: ໜັງສືພິມສາລະວັນ

ປິດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ - 5 - ປິດງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!