ສປປ ລາວ-ສ.ໂບລີວາຣຽນ ເວເນຊູເອລາ ຫາລື ທາງການເມືອງ ຮັດແໜ້ນການຮ່ວມມືສອງຝ່າຍ

ສປປ ລາວ-ສ.ໂບລີວາຣຽນ ເວເນຊູເອລາ ຫາລື ທາງການເມືອງ ຮັດແໜ້ນການຮ່ວມມືສອງຝ່າຍ - 470785322 1058955209592118 8503682836442864869 n - ສປປ ລາວ-ສ.ໂບລີວາຣຽນ ເວເນຊູເອລາ ຫາລື ທາງການເມືອງ ຮັດແໜ້ນການຮ່ວມມືສອງຝ່າຍ
ສປປ ລາວ-ສ.ໂບລີວາຣຽນ ເວເນຊູເອລາ ຫາລື ທາງການເມືອງ ຮັດແໜ້ນການຮ່ວມມືສອງຝ່າຍ - kitchen vibe - ສປປ ລາວ-ສ.ໂບລີວາຣຽນ ເວເນຊູເອລາ ຫາລື ທາງການເມືອງ ຮັດແໜ້ນການຮ່ວມມືສອງຝ່າຍ

ວັນທີ 19 ທັນວາ 2024 ຜ່ານມາ ກະຊວງການຕ່າງປະເທດ ສປປ ລາວ ແລະ ສ.ໂບລີວາຣຽນ ເວເນຊູເອລາ ຈັດກອງປະຊຸມປຶກສາຫາລືທາງການເມືອງ ຄັ້ງທີ 2 ໂດຍການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ຕາຕີອານາ ພຸກ ໂມເຣໂນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ໂບລິວາຣຽນ ເວເນຊູເອລາ, ມີຄະນະຜູ້ແທນທີ່ກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມປຶກສາຫາລືທາງດ້ານການເມືອງຄັ້ງນີ້, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ ແລະ ເວເນຊູເອລາ ເພື່ອເປັນການສົ່ງເສີມຄວາມເຂົ້າອົກເຂົ້າໃຈ, ແລກປ່ຽນຂໍ້ມູນຂ່າວສານ, ທັດສະນະເຊິ່ງກັນ ແລະ ກັນ, ທັງເປັນການສັງເກດຕີລາຄາຄືນສະພາບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ເພື່ອຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ການກໍານົດທິດທາງການຮ່ວມມືກັນໃນຕໍ່ໜ້າ ລະຫວ່າງ ສອງປະເທດ ລາວ ແລະ ເວເນຊູເອລາ ໂດຍສະເພາະ ລະຫວ່າງ ສອງກະຊວງການຕ່າງປະເທດ ໃຫ້ກ້າວເຂົ້າສູ່ລວງເລິກ.

ສປປ ລາວ-ສ.ໂບລີວາຣຽນ ເວເນຊູເອລາ ຫາລື ທາງການເມືອງ ຮັດແໜ້ນການຮ່ວມມືສອງຝ່າຍ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ-ສ.ໂບລີວາຣຽນ ເວເນຊູເອລາ ຫາລື ທາງການເມືອງ ຮັດແໜ້ນການຮ່ວມມືສອງຝ່າຍ

ສອງຝ່າຍໄດ້ແຈ້ງສະພາບພົ້ນເດັ່ນພາຍໃນປະເທດໃຫ້ກັນຊາບ, ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ໄດ້ຕີລາຄາສູງຕໍ່ການພົວພັນສອງຝ່າຍ ລາວ-ເວເນຊູເອລາ ເຊິ່ງເປັນການພົວພັນຮ່ວມມືແບບເພື່ອນມິດທີ່ດີນໍາກັນຕະຫລອດມາ, ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ແລະ ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ພ້ອມທັງມີການຕິດຕໍ່ພົວພັນກັນ ຢ່າງເປັນປົກກະຕິ ທັງສາຍພັກ-ສາຍລັດ. ໃນຕົ້ນເດືອນທັນວາ 2024 ຜ່ານມາ, ສອງຝ່າຍ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການພົວພັນຮ່ວມມື ລະຫວ່າງ ສອງພັກ ໄລຍະ 5 ປີ (2024-2029). ໃນໂອກາດນີ້, ສອງຝ່າຍ ຢືນຢັນຈະສືບຕໍ່ຊຸກຍູ້ການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີຮ່ວມກັນ ໃນການສືບຕໍ່ຊຸກຍູ້ການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ລະຫວ່າງ ສອງປະເທດ; ສືບຕໍ່ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫລື ໃນຂະແໜງການຮ່ວມມືດ້ານອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ໂດຍສະເພາະດ້ານພະລັງງານ, ກະສິກໍາ ແລະ ການທ່ອງທ່ຽວ; ຊຸກຍູ້ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ; ຈະຮ່ວມກັນຈັດກິດຈະກໍາຕ່າງໆ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ເວເນຊູເອລາ ຄົບຮອບ 20 ປີ ໃນປີ 2025 ນີ້ (5/10/2005–5/10/2025) ໃຫ້ເປັນຂະບວນຟົດຟື້ນ; ພ້ອມທັງຈະສືບຕໍ່ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ສອງຝ່າຍໄດ້ຮ່ວມກັນລົງນາມ ໃນສັນຍາ ວ່າດ້ວຍ ການຍົກເວັ້ນວີຊາ ສຳລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ສ ໂບລີວາຣຽນ ເວເນຊູເອລາ, ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແມ່ນ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ສ.ໂບລີວາຣຽນ ເວເນຊູເອລາ ແມ່ນ ທ່ານ ນາງ ຕາຕິອານາ ພຸກ ໂມເຣໂນ ຮອງລັດຖະມົນຕີກະຊວງການຕ່າງປະເທດ.

ການລົງນາມໃນສັນຍາສະບັບນີ້, ເປັນຂີດໝາຍອັນສຳຄັນໃນການເສີມຂະຫຍາຍ ການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ມີບາດກ້າວໃໝ່ ໂດຍສະເພາະ ການອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນ ລະຫວ່າງ ພະນັກງານການທູດ ແລະ ເຈົ້າໜ້າທີ່ລັດຖະການ ຂອງສອງປະເທດ.

ສປປ ລາວ-ສ.ໂບລີວາຣຽນ ເວເນຊູເອລາ ຫາລື ທາງການເມືອງ ຮັດແໜ້ນການຮ່ວມມືສອງຝ່າຍ - 5 - ສປປ ລາວ-ສ.ໂບລີວາຣຽນ ເວເນຊູເອລາ ຫາລື ທາງການເມືອງ ຮັດແໜ້ນການຮ່ວມມືສອງຝ່າຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!