ປ່າໄມ້ຄືທ່າແຮງຂອງການຫຼຸດຜ່ອນຄວາມທຸກຫຍາກ
ໃນຂອບເຂດທົ່ວໂລກ, ປ່າໄມ້ໄດ້ສະໜອງວຽກເຮັດງານທຳ, ພະລັງງານ, ໂພຊະນາການອາຫານ ແລະເປັນສິນຄ້າອື່ນໆ ພ້ອມທັງຮັກສາຄວາມອຸດົມສົມບູນຂອງລະບົບນິເວດ ປະກອບສ່ວນອັນສຳຄັນແກ່ການພັດທະນາທີ່ຍືນຍົງ ແລະເສດຖະກິດສີຂຽວ. ພ້ອມນັ້ນ, ປ່າໄມ້ຍັງດູດຊັບເອົາທາດຄາບອນໄດອ໊ອກໄຊ ແລະເປັນແຫຼ່ງຮັກສາຊີວະນາໆພັນ. ຢ່າງໃດກໍຕາມ, ຜົນປະໂຫຍດທີ່ໄດ້ຮັບຕໍ່ເສດຖະກິດ-ສັງຄົມ ຊຸມຊົນຈາກປ່າໄມ້ຖືວ່າເປັນທີ່ຮັບຮູ້ຢ່າງຈຳກັດຫຼາຍໃນບັນດານະໂຍບາຍລະດັບຊາດຂອງປະເທດຕ່າງໆ ເຖິງແມ່ນປ່າໄມ້ຈະເປັນແຫຼ່ງອາຫານ, ພະລັງງານ ແລະທີ່ພາອາໄສສຳຄັນຂອງຊຸມຊົນກໍຕາມ.
ບັນດານະໂຍບາຍ ແລະແຜນການພັດທະນາ ທັງໃນຂົງເຂດປ່າໄມ້ ແລະຂົງເຂດອື່ນຈະຕ້ອງຄຽງຄູ່ກັບການຮັກສາປ່າໄມ້ ຮັບປະກັນການສະໜອງອາຫານ, ພະລັງງານ ແລະທີ່ຢູ່ອາໄສໃຫ້ປະຊາຊົນ ໂດຍສະເພາະແມ່ນຜູ່ທີ່ມີຄວາມຈຳເປັນແທ້ໆ. ຫຼາຍກໍລະນີເຫັນວ່າ ບົດບາດສຳຄັນຂອງປ່າໄມ້ນີ້ຖືກເບິ່ງຂ້າມ ຕົວຢ່າງຄື : ຜູ້ສ້າງນະໂຍບາຍບາງທ່ານອາດບໍ່ໄດ້ຫຼິງເຫັນເລີຍວ່າ ໄມ້ແມ່ນແຫຼ່ງພະລັງງານຕົ້ນຕໍຂອງຄົວເຮືອນປະຊາຊົນ. ໃນຫຼາຍໆປະເທດທີ່ກຳລັງພັດທະນາ, ໄມ້ເປັນພຽງແຫຼ່ງພະລັງງານຊະນິດດຽວທີ່ປະຊາຊົນທ້ອງຖິ່ນສາມາດເຂົ້າເຖິງໄດ້ ແລະ ເຫັນວ່າ1 ໃນ 3 ຂອງຄົວເຮືອນໃຊ້ຟືນເພື່ອເປັນພະລັງງານໃນການປຸງແຕ່ງອາຫານ ແລະຄົວເຮືອນໃນຊົນນະບົດຂອງ ສປປລາວກໍອາດເວົ້າໄດ້ວ່າ ບໍ່ຫຼຸດ 90% ກໍມີແຕ່ອາໄສໄມ້ຟືນເພື່ອການຫຸງຕົ້ມ.
ໃນເວລາດຽວກັນນັ້ນ, ອົງການອາຫານ ແລະກະສິກຳ (FAO) ຍັງໃຫ້ຮູ້ວ່າ ຢ່າງໜ້ອຍ 1,3 ຕື້ຄົນໃນໂລກທີ່ມີບ່ອນພັກເຊົາທີ່ເຮັດຈາກໄມ້. ນີ້ແມ່ນສິ່ງສຳຄັນພິເສດໃນບັນດາປະເທດທີ່ກຳລັງພັດທະນາ ເຊິ່ງມີຜະລິດຕະພັນໄມ້ທີ່ສາມາດຊື້ໄດ້ຫຼາຍກວ່າວັດສະດຸກໍ່ສ້າງ ອື່ນໆ ແລະ ພ້ອມກັນນັ້ນ ຂະແໜງປ່າໄມ້ຍັງໄດ້ສ້າງວຽກເຮັດງານທຳໃຫ້ປະຊາຊົນຫຼາຍກວ່າ 50 ລ້ານຄົນໃນທົ່ວໂລກ. ຍິ່ງກວ່ານັ້ນ, ປ່າໄມ້ຍັງມີບົດບາດອັນສຳຄັນໃນການຮັກສາສິ່ງແວດລ້ອມ ເຊັ່ນ: ການປ້ອງກັນການເຊາະເຈື່ອນຂອງດິນ, ຫຼຸດຜ່ອນໄພພິບັດທາງທຳມະຊາດອື່ນໆ.
ສຳລັບ ສປປລາວເຮົາແລ້ວປ່າໄມ້ເປັນແຫຼ່ງຮັກສາຊີວະນາໆພັນອັນລ້ຳຄ່າ, ປ່າໄມ້ຍັງ ຊ່ວຍຊູການດຳລົງຊີວິດຂອງປະຊາຊົນບັນດາເຜົ່າມາແຕ່ດັ້ງເດີມ ຊຶ່ງສະແດງອອກ ໃນປີ 2008 ປະຊາຊົນທີ່ອາໄສໃນເຂດຊົນນະບົດ ກວມເອົາປະມານ 4.2 ລ້ານຄົນ ທີ່ອາໄສປ່າໄມ້ເພື່ອຄອງຊີບ ເຊັ່ນ: ອາຫານ, ພະລັງງານ, ວັດຖຸກໍ່ສ້າງ, ຢາປົວພະຍາດ ແລະເປັນແຫຼ່ງລາຍຮັບອັນສຳຄັນຂອງເຂົາເຈົ້າ. ແຕ່ໃນຂະນະດຽວກັນນັ້ນ, ປ່າໄມ້ຂອງລາວໄດ້ຖືກຄຸກຄາມຢ່າງຮ້າຍແຮງຈາກການຂຸດຄົ້ນເກີນຂອບເຂດ, ທັດສະນີຍະພາບປ່າໄມ້ຂອງລາວກໍມີລັກສະນະປອກໂຫຼ້ນຂຶ້ນເລື້ອຍໆ. ເມື່ອສະຖິຕິກ່ຽວກັບປ່າໄມ້ມີຄວາມແຕກຕ່າງກັນດ້ານຄວາມຖືກຕ້ອງຊັດເຈນ ແຕ່ສິ່ງແນ່ນອນຄື ການປົກຄຸມຂອງປ່າໄມ້ (ປ່າແກ່) ໃນສປປລາວໄດ້ຫຼຸດລົງຢ່າງຫຼວງຫຼາຍ, ຍ້ອນແນວນັ້ນ, ພັກ-ລັດເຮົາຈຶ່ງເຫັນຄວາມສຳຄັນຂອງປ່າໄມ້ ໂດຍມີທິດທາງໃນການອະນຸລັກ ແລະຂະຫຍາຍເນື້ອທີ່ການປົກຫຸ້ມຂອງໄມ້ ຊຶ່ງໄດ້ລະບຸໃນ ມະຕິ IX ຂອງພັກວ່າ: “ ຍົກລະດັບການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 65% ໃນປີ 2015, ຟື້ນຟູປ່າທຳມະຊາດໃຫ້ໄດ້ 3,9 ລ້ານເຮັກຕາ ແລະປູກໄມ້ໃຫ້ໄດ້ 2 ແສນເຮັກຕາ, ຈັດສັນ ແລະປະກາດໃຊ້ປະເພດປ່າ 3 ປະເພດໃຫ້ໄດ້ 60% ແລະ ຂະຫຍາຍເຂດຢັ້ງຢືນປ່າໄມ້ໃຫ້ໄດ້ 10% ຂອງປ່າຜະລິດທັງໝົດໃນປີ 2015” ຊຶ່ງນັບວ່າເປັນເປົ້າໝາຍທ້າທາຍທີ່ສຸດໃນການບັນລຸ ແຕ່ເຊື່ອແນ່ວ່າ ຖ້າມີການຮ່ວມມືທີ່ດີຈາກທຸກພາກສ່ວນ ໃນການຈັດຕັ້ງປະຕິບັດຕາມລະບຽບການຕ່າງໆທີ່ກ່ຽວຂ້ອງຢ່າງເຂັ້ມງວດ (ເຊັ່ນ: ຄຳສັ່ງນາຍົກ ເລກທີ 15/ນຍ) ປະກອບກັບປັດໄຈທີ່ຈຳເປັນອື່ນໆ ກໍຈະສາມາດເຮັດໄດ້ຕາມຄາດໝາຍໄວ້ ເພື່ອການພັດທະນາທີ່ຍືນຍົງຂອງຊາດ.