ໄຊຍະບູລີ ຢຶດນົກແກ້ວສາຍພັນລິງເນັດ ແລະ ນົກແກ້ວສາຍພັນມາຄໍ ທີ່ລັກລອບນຳເຂົ້າມາຈາກປະເທດ ກູຍານາ

ໄຊຍະບູລີ ຢຶດນົກແກ້ວສາຍພັນລິງເນັດ ແລະ ນົກແກ້ວສາຍພັນມາຄໍ ທີ່ລັກລອບນຳເຂົ້າມາຈາກປະເທດ ກູຍານາ - xaiyabuly - ໄຊຍະບູລີ ຢຶດນົກແກ້ວສາຍພັນລິງເນັດ ແລະ ນົກແກ້ວສາຍພັນມາຄໍ ທີ່ລັກລອບນຳເຂົ້າມາຈາກປະເທດ ກູຍານາ
ໄຊຍະບູລີ ຢຶດນົກແກ້ວສາຍພັນລິງເນັດ ແລະ ນົກແກ້ວສາຍພັນມາຄໍ ທີ່ລັກລອບນຳເຂົ້າມາຈາກປະເທດ ກູຍານາ - kitchen vibe - ໄຊຍະບູລີ ຢຶດນົກແກ້ວສາຍພັນລິງເນັດ ແລະ ນົກແກ້ວສາຍພັນມາຄໍ ທີ່ລັກລອບນຳເຂົ້າມາຈາກປະເທດ ກູຍານາ

ວັນທີ 7 ທັນວາ 2024ນີ້, ທ່ານ ກົງທອງ ສິດທິໄຊ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ຖະແຫລງຂ່າວ ວ່າ: ວັນທີ 03 ທັນວາ ໄດ້ຮັບລາຍງານວ່າມີການເຄື່ອນຍ້າຍສັດປ່າ ປະເພດນົກແກ້ວສາຍພັນລິງເນັດ ແລະ ນົກແກ້ວສາຍພັນມາຄໍ ມາແຕ່ສະໜາມບິນສາກົນວັດໄຕ ໂດຍນໍາໃຊ້ລົດຕູ້ ໝາຍເລກທະບຽນ ໄຊຍະບູລີ ກຄ 2999 ເພື່ອເຄື່ອນຍ້າຍມາເມືອງແກ່ນທ້າວ ແຂວງໄຊຍະບູລີ.

ວັນທີ 4 ທັນວາ 2024 ກົມກວດກາປ່າໄມ້ ໄດ້ສົມທົບກັບກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ, ໜ່ວຍງານເຈົ້າໜ້າທີ່ປ່າໄມ້ ເມືອງແກ່ນທ້າວ ໄດ້ພົບເຫັນລົດຕູ້ ໝາຍເລກທະບຽນ ໄຊຍະບູລີ ກຄ 2999 ຈຶ່ງໄດ້ກັກ ແລະ ກວດຄົ້ນພົບເຫັນແກັດ ບັນຈຸນົກ 16 ແກັດ ມີນົກແກ້ວລິງເນັດ 189 ໂຕ, ລົດຄັນດັ່ງກ່າວເປັນລົດ ທ້າວ ເດຍ ສີສະຫວາດ ປະຊາຊົນບ້ານນໍ້າຊົງ ເມືອງປາກລາຍ ແຂວງໄຊຍະບູລີ ທີ່ກຳລັງຈະເຄື່ອນຍ້າຍນົກໄປສົ່ງໃຫ້ ທ້າວ ເພັດສະໝອນ ດວງດາລາ ອາຍຸ 30 ປີ ປັດຈຸບັນຢູ່ບ້ານຈອມແກ້ວ ເມືອງແກ່ນທ້າວ ແຂວງໄຊຍະບູລີ. ດັ່ງນັ້ນ, ທາງເຈົ້າໜ້າທີ່ປ່າໄມ້ ຈຶ່ງໄດ້ຢຶດ ພ້ອມທັງເຮັດບົດບັນທຶກນໍາພວກກ່ຽວ ພ້ອມທັງ ນຳເອົາລົດ ແລະ ນົກຈໍານວນດັ່ງກ່າວ ມາໄວ້ຢູ່ກອງກວດກາປ່າໄມ້ແຂວງ ເພື່ອດໍາເນີນການສືບສວນ-ສອບສວນ ຕາມລະບຽບກົດໝາຍ.

ຜ່ານການເກັບກຳຂໍ້ມູນເບື້ອງຕົ້ນ ພົບວ່າ ສັດປ່າ ປະເພດນົກແກ້ວສາຍພັນລິງເນັດ ແລະ ນົກແກ້ວສາຍພັນມາຄໍ ຈໍານວນດັ່ງກ່າວ ໄດ້ເຄື່ອນຍ້າຍມາແຕ່ປະເທດກູຍານ່າ ໂດຍນໍາສົ່ງທາງເຮືອບິນກາໂກ ສາຍການບິນມາເລເຊຍ ຖ້ຽວບິນ 783-5980 2201 ຈາກກູຍານ່າ ຜ່ານສະໜາມບິນປະເທດມາເລເຊຍ-ກຳປູເຈຍ-ຫວຽດນາມ ແລະ ລົງຈອດສະໜາມບິນສາກົນວັດໄຕ ສປປ ລາວ ເວລາ 19:00 ໂມງ ຂອງວັນທີ 03 ທັນວາ 2024.

ປັດຈຸບັນ, ທາງກອງກວດກາປ່າໄມ້ ໄດ້ສົມທົບກັບກົມກວດກາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເກັບກຳຂໍ້ມູນ ພ້ອມທັງດໍາເນີນການສືບສວນ-ສອບສວນ ເພື່ອປະຕິບັດຕາມກົດໝາຍ ວ່າດ້ວຍສັດປ່າ ແລະ ປະມວນກົດໝາຍອາຍາ ໃຫ້ໄປຕາມຂະບວນການຍຸຕິທຳ. ສ່ວນນົກແກ້ວສາຍພັນລິງເນັດ ແລະ ນົກແກ້ວສາຍພັນມາຄໍ ເຈົ້າໜ້າທີ່ປ່າໄມ້ໄດ້ອາຍັດ ແລະ ຮັກສາໄວ້ກ່ອນ ເພື່ອດໍາເນີນຄະດີໃຫ້ສໍາເລັດແລ້ວ ຈະປະສານພາກສ່ວນທີ່ກ່ຽວຂ້ອງ ເພື່ອສົ່ງຄືນຖິ່ນກຳເນີດ ກໍຄືປະເທດຕົ້ນທາງ.

ໄຊຍະບູລີ ຢຶດນົກແກ້ວສາຍພັນລິງເນັດ ແລະ ນົກແກ້ວສາຍພັນມາຄໍ ທີ່ລັກລອບນຳເຂົ້າມາຈາກປະເທດ ກູຍານາ - 3 - ໄຊຍະບູລີ ຢຶດນົກແກ້ວສາຍພັນລິງເນັດ ແລະ ນົກແກ້ວສາຍພັນມາຄໍ ທີ່ລັກລອບນຳເຂົ້າມາຈາກປະເທດ ກູຍານາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!