ລວມສະຖິຕິສຸດໂຫດ, ເລສເຕີ ຊິຕີ ກັບ ເຊັກສະເປຍ ຫລັງເອົາຊະນະເກມພຣີເມຍລີກໄດ້ 5 ເກມຕິດຕໍ່ກັນ
April 5, 2017 - 5:15 PM


ໃນອາທິດຜ່ານມາ ເຄຣັກ ເຊັກສະເປຍ ຫາກໍທຳລາຍສະຖິ ຕິເປັນຜູ້ຈັດການທີມເມືອງ ອັງກິດ ຄົນທຳອິດທີ່ພາທີມເອົາຊະນະ ເກມພຣີເມຍລີກໄດ້ 4 ເກມທຳ ອິດທີ່ຄຸມທີມຫຼ້າສຸດລາວເອງໄດ້ ສ້າງສະຖິຕິຢ່າງຕໍ່ເນື່ອງເປັນ 5 ເກມຕິດຕໍ່ກັນ ນອກຈາກນີ້ ຫາກ ລວມທຸກລາຍການຈະເຫັນໄດ້ຈະແຈ້ງວ່າ ເຊັກສະເປຍ ເຮັດທີມດີ ຂຶ້ນຢ່າງເຫັນໄດ້ຈະແຈ້ງຊະຍະ ລວດ 6 ເກມຕິດຕໍ່ກັນ ໂດຍຍິງ ໄດ້ເຖິງ 15 ປະຕູ.
ຂະນະທີ່ ເລສເຕີ ຊິຕີ ກໍສ້າງ ສະຖິຕິເຊັ່ນດຽວກັນເປັນທີມທຳ ອິດໃນຮອບ 13 ປີ ທີ່ພິກກັບມາ ເອົາຊະນະ 5 ເກມລວດຈາກທີ່ ເສຍມາ 5 ເກມຕິດຕໍ່ກັນ ແລະ ເປັນທີມທີສອງໃນປະຫວັດສາດພຣີເມຍລີກ ໂດຍທີມທຳອິດເຮັດ ໄດ້ນັ້ນຄື ທັອດແນມ ຮັອດສະເປີ ໃນປີ 2004.