ບໍ່ແກ້ວຈະເປີດປີທ່ອງທ່ຽວລາວໃນເທດສະການດອກງິ້ວບານ


ເທດສະການດອກງິ້ວບານແຂວງບໍ່ແກ້ວ ເປັນເຫດການ ທີ່ມີ ຄວາມໝາຍສຳ ຄັນທາງດ້ານ ວັດທະນະທຳ, ຮີດຄອງປະເພນີ ແລະ ມູນເຊື້ອອັນດີງາມຂອງດອນ ຊາວ ດິນແດນແຫ່ງສາມຫລ່ຽມ ຄຳ ທີ່ມີຊື່ສຽງມາແຕ່ດຶກດຳບັນ ແລະ ໃນໂອກາດເປີດປີທ່ອງທ່ຽວ ລາວ 2018 ນີ້, ແຂວງບໍ່ແກ້ວ ຈະໄດ້ຈັດຂຶ້ນພ້ອມກັບເທດສະ ການດັ່ງກ່າວ ໂດຍຈະເລີ່ມແຕ່ວັນ ທີ 23 ທັນວາ 2017 ເຖິງ 29 ມັງກອນ 2018.


+ ເທດສະການດົນຕີ 919 ຈະກາຍເປັນກິດຈະກຳໜຶ່ງເພື່ອດຶງດູດນັກທ່ອງທ່ຽວ
+ ແຂວງເຊກອງມີຫລາຍກິດຈະກຳທີ່ໜ້າທ່ຽວຊົມໃນປີທ່ອງທ່ຽວ
ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງບໍ່ແກ້ວ ໄດ້ໃຫ້ສຳ ພາດຕໍ່ສື່ມວນຊົນໃນທ້າຍອາທິດຜ່ານມາວ່າ: ປີທ່ອງທ່ຽວລາວ ປີ 2018 ນີ້, ແຂວງບໍ່ແກ້ວໄດ້ກຳ ນົດເອົາເທດສະການດອກງິ້ວບານ ເປັນກິດຈະກຳໜຶ່ງເພື່ອແນໃສ່ ສົ່ງເສີມ ແລະ ຍົກລະດັບ ເທດສະ ການດອກງິ້ວບານທີ່ເປັນເອກະ ລັກສະເພາະຂອງ ແຂວງບໍ່ແກ້ວ. ໃຫ້ສູງເດັ່ນຂຶ້ນໃນພາກພື້ນ ແລະ ສາກົນເພື່ອສົົ່ງເສີມການທ່ອງ ທ່ຽວຂອງແຂວງ ໃຫ້ມີການຂະ ຫຍາຍ ຕົວຢ່າງແຂງແຮງ, ຊຸກຍູ້ ການທ່ອງທ່ຽວພາຍໃນ “ລາວ ທ່ຽວລາວ” ຄຽງຄູ່ກັບການສ້າງ ຄວາມປະທັບໃຈ ແລະ ສິ່ງອໍາ ນວຍຄວາມສະດວກໃນດ້ານ ຕ່າງໆ ເພື່ອດຶງດູດເອົານັກທ່ອງ ທ່ຽວຕ່າງປະເທດ ໃຫ້ເຂົ້າມາ ທ່ອງທ່ຽວ ແລະ ລົງທຶນພັດ ທະນາແຂວງບໍ່ແກ້ວໄປຕາມ ທິດຍືນຍົງ ແລະ ສີຂຽວ ໃຫ້ເປັນ ຮູບປະທໍາ.
ເທດສະການດອກງິ້ວບານ ປີທ່ອງທ່ຽວລາວນີ້ ຄາດວ່າຈະ ຈັດໃຫ້ມີຄວາມຄຶກຄື້ນກວ່າ ທຸກໆປີ, ໂດຍຈະເຊີນແຂກການ ນຳລະດັບສູງຈາກສູນກາງ, ຕ່າງແຂວງ, ຕ່າງປະເທດ ເປັນ ຕົ້ນແຂວງເຊີນລາ, ດຽນບຽນ ສສ ຫວຽດນາມ, ແຂວງ ຢູນນານ, ກິ່ງແຂວງສິບສອງ ພັນນາ ສປ ຈີນ, ຈັງຫວັດຊຽງ ຣາຍ, ຊຽງໃໝ່ ປະເທດໄທ ແລະ ແຂວງທ່າຂີ້ເຫລັກ ປະເທດມຽນ ມາ ມາຮ່ວມ ແລະ ຈະຈັດໃຫ້ມີ ຫລາຍກິດຈະກຳ ເຊັ່ນ: ງານ ວາງສະແດງ-ຈໍາໜ່າຍສິນຄ້າ, ງານປະກວດອາຫານ, ປະກວດ ນາງສາວດອກງິ້ວບານ, ຍ່າງ ສະແດງການແຕ່ງກາຍ (ຍິງ- ຊາຍ)ຂອງ13 ຊົນເຜົ່າ, ສະ ແດງສິລະປະວັນນະຄະດີ, ແຂ່ງ ຂັນກິລາເປຕັງຊີງຂັນປະທານ ສະພາແຫ່ງຊາດ ຄັ້ງທີ VIII, ແຂ່ງຂັນກິລາພື້ນເມືອງ, ກິລາ ມວຍ (ລາວ-ໄທ-ຈີນ) ແລະ ກິ ລາແຂ່ງຂັນລົດຖີບ, ຈັດເວທີພົບ ປະລະຫວ່າງຜູ້ປະກອບການ ດ້ານທຸລະກິດພາຍໃນ ແລະ ຕ່າງ ປະເທດ, ເພື່ອສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວພ້ອມທັງ ຈັດລາຍການນຳທ່ຽວ ໃນສະ ຖານທີ່ທ່ອງທ່ຽວຕ່າງໆຂອງ ແຂວງໃຫ້ມີບັນຍາກາດຟົດຟື້ນ.

