ຈອນສັນ ຮ່ວມແຂ່ງຂັນກ໊ອຟ ເດີ ມາສເຕີ
April 5, 2017 - 5:12 PM


ດ້ານ ຣໍຣີ ແມັກອິລຣອຍ ຈາກ ໄອແລນເໜືອ ເຊິ່ງໄດ້ແຊ໊ມ ເມເຈີມາຄົບທຸກລາຍການຍົກເວັ້ນ ເດີມາສເຕີ ນັ້ນ ຈະອອກຮອບໃນ ວັນທຳອິດ ແລະ ວັນທີ 2 ຮ່ວມ ກັບ ຈອນ ຣາມ ນັກກ໊ອຟຈາກ ສະເປນ ແລະ ຮິເດໂຕະ ທານິຮາ ນະ ຈາກ ຢິ່ປຸ່ນ.
ສ່ວນ ແດນນີ ວິລເລັດ ຈາກ ອັງກິດ ຈະອອກຮອບໃນ 2 ວັນ ທຳອິດຮ່ວມກັບ ເຄີຕິສ ລັກ ແລະ ແມັດ ຄູຊາ . ດ້ານ ຈໍແດນ ສະປິດ ຈາກ ອາເມຣິກາ ຈະຫຼິ້ນຢູ່ກຸ່ມ ດຽວກັບ ມາຕິນ ຄາຍເມີ ຈາກ ເຢຍລະມັນ ແລະ ແມດທິວ ຟິດ ແພທຣິກ ຈາກ ອັງກິດ ຂະນະທີ່ ເຮນຣິກ ສະເຕນສັນ ຈາກ ສະວີ ເດນ ຈະອອກຮອບຮ່ວມກັບ ໄທ ເຣລ ຮັດຕັນ ຈາກອັງກິດ ແລະ ອັງເຄລ ຄາເບຣຣາ ຈາກ ອາ ເຈນຕິນາ.